Biblica® Open Lao Contemporary Version
ພວກຜູ້ປົກຄອງ 15
ແຊມຊັນແກ້ແຄ້ນຊາວຟີລິດສະຕິນ
ຕໍ່ມາໃນລະດູເກັບກ່ຽວເຂົ້າຫວີດ ແຊມຊັນເອົາລູກແບ້ໂຕໜຶ່ງໄປໃຫ້ເມຍຂອງລາວ. ລາວເວົ້າວ່າ, “ຂ້ອຍຈະເຂົ້າໄປໃນຫ້ອງເມຍຂອງຂ້ອຍ”. ແຕ່ພໍ່ຂອງນາງບໍ່ຍອມໃຫ້ລາວເຂົ້າໄປໃນ.
ພໍ່ຂອງນາງເວົ້າວ່າ, “ຂ້ອຍຄິດວ່າເຈົ້າກຽດຊັງນາງ, ຂ້ອຍເລີຍຍົກໃຫ້ນາງແກ່ໝູ່ຂອງເຈົ້າ. ນ້ອງສາວຂອງນາງງາມກວ່ານາງອີກບໍ່ແມ່ນບໍ? ຈົ່ງເອົານ້ອງສາວຂອງນາງແທນ”.
ແຊມຊັນເວົ້າກັບພວກເຂົາວ່າ “ເທື່ອນີ້ຂ້ອຍມີສິດທີ່ຈະແກ້ແຄ້ນພວກຟີລິດສະຕິນຄືນ; ຂ້ອຍຈະທໍາລາຍພວກເຂົາ”. ດັ່ງນັ້ນ ແຊມຊັນຈຶ່ງອອກໄປຈັບໝາປ່າມາສາມຮ້ອຍໂຕ ແລະ ມັດຫາງພວກມັນຕິດໃສ່ກັນເປັນຄູ່. ຈາກນັ້ນ ລາວກໍມັດກະບອງໄຟໃສ່ຫາງຂອງໝາແຕ່ລະຄູ່, ແລ້ວລາວກໍຈູດກະບອງໄຟ ແລະ ປ່ອຍໃຫ້ໝາປ່າແລ່ນຜ່ານໄປຕາມທົ່ງນາຂອງຊາວຟີລິດສະຕິນ. ລາວຈູດກອງເຂົ້າທີ່ກ່ຽວໄວ້ແລ້ວ ແລະ ຕົ້ນເຂົ້າຢູ່ທົ່ງນາ ລວມທັງສວນໝາກອະງຸ່ນ ແລະ ສວນໝາກກອກດ້ວຍ.
ເມື່ອຊາວຟີລິດສະຕິນຖາມວ່າ “ຜູ້ໃດເຮັດຢ່າງນີ້?” ພວກເຂົາໄດ້ຮັບຄຳຕອບວ່າ, “ແຊມຊັນ, ລູກເຂີຍຂອງຊາວຕິມນາເປັນຄົນເຮັດ, ເພາະພໍ່ເຖົ້າຂອງລາວໄດ້ຍົກເມຍຂອງລາວໃຫ້ໝູ່ຂອງລາວ”.
ດັ່ງນັ້ນ ຊາວຟີລິດສະຕິນຈຶ່ງຈັບຍິງຄົນນັ້ນ ແລະ ພໍ່ຂອງນາງມາເຜົາທັງເປັນ. ແຊມຊັນເວົ້າກັບພວກເຂົາວ່າ, “ເມື່ອພວກເຈົ້າເຮັດແບບນີ້ ຂ້ອຍຂໍສາບານວ່າ ຂ້ອຍບໍ່ຍອມຈົນກວ່າຂ້ອຍຈະໄດ້ແກ້ແຄ້ນພວກເຈົ້າ”. ລາວໄດ້ໂຈມຕີພວກເຂົາຢ່າງຮ້າຍແຮງ ແລະ ຂ້າພວກເຂົາຕາຍເປັນຈຳນວນຫລາຍ. ແລ້ວລາວຂຶ້ນໄປອາໄສຢູ່ໃນຖ້ຳຫີນແຫ່ງເອຕາມ.
ສ່ວນຊາວຟີລິດສະຕິນຂຶ້ນໄປຕັ້ງຄ້າຍໃນຢູດາໂດຍກະຈາຍກຳລັງອອກໄປໃກ້ໆເລຮີ ຊາວຢູດາຈຶ່ງຖາມວ່າ, “ເປັນຫຍັງພວກເຈົ້າໄດ້ມາຕໍ່ສູ້ພວກເຮົາ?”
ພວກເຂົາຕອບວ່າ “ພວກເຮົາມາຈັບໂຕນັກໂທດຄື ແຊມຊັນ ເພື່ອຈະເຮັດຕໍ່ລາວດັ່ງທີ່ລາວໄດ້ເຮັດຕໍ່ພວກເຮົາ”.
ແລ້ວ ພວກຜູ້ຊາຍສາມພັນຄົນທີ່ມາຈາກຢູດາຈຶ່ງລົງໄປທີ່ຖ້ຳຫີນແຫ່ງເອຕາມ ແລະ ເວົ້າກັບແຊມຊັນວ່າ, “ເຈົ້າບໍ່ຮູ້ບໍວ່າພວກຟີລິດສະຕິນປົກຄອງພວກເຮົາຢູ່?” “ເປັນຫຍັງເຈົ້າຈຶ່ງເຮັດກັບພວກເຮົາແບບນີ້?”
ລາວຕອບວ່າ, “ຂ້ອຍໄດ້ເຮັດກັບພວກເຂົາຕໍ່ສິ່ງທີ່ພວກເຂົາໄດ້ເຮັດກັບຂ້ອຍເທົ່ານັ້ນ”.
ພວກເຂົາເວົ້າກັບແຊມຊັນວ່າ, “ພວກເຮົາໄດ້ມາຈັບເຈົ້າ ແລະ ສົ່ງເຈົ້າໄປໃຫ້ພວກຟີລິດສະຕິນ”.
ແຊມຊັນເວົ້າວ່າ “ຈົ່ງສາບານກັບຂ້ອຍວ່າພວກເຈົ້າເອງຈະບໍ່ຂ້າຂ້ອຍ”.
ພວກເຂົາຕອບວ່າ, “ຕົກລົງ, ພວກເຮົາຈະມັດເຈົ້າເທົ່ານັ້ນ ແລ້ວມອບເຈົ້າໄປໃຫ້ພວກເຂົາ. ພວກເຮົາຈະບໍ່ຂ້າເຈົ້າດອກ” ສະນັ້ນ ພວກເຂົາຈຶ່ງມັດລາວດ້ວຍເຊືອກໃໝ່ສອງເສັ້ນ ແລະ ພາລາວອອກມາຈາກຖໍ້າຫີນ. ໃນຂະນະທີ່ແຊມຊັນມາຮອດເລຮີ ຊາວຟີລິດສະຕິນກໍໂຫ່ຮ້ອງມຸ່ງໜ້າມາຫາລາວ. ພຣະວິນຍານຂອງພຣະເຈົ້າຢາເວມາສະຖິດກັບແຊມຊັນ. ແລ້ວກໍເຮັດໃຫ້ລາວກຳລັງຂຶ້ນ ເຊືອກທີ່ມັດແຂນຂອງລາວຢູ່ກໍຂາດອອກຈາກມືຂອງລາວເໝືອນດັ່ງໄຟໄໝ້ເສັ້ນດາຍ. ແຊມຊັນກໍເຫັນກະດູກຄາງລໍທີ່ຫາກໍຕາຍອັນໜຶ່ງ, ລາວຈັບຂຶ້ນມາແລ້ວໃຊ້ຂ້າຊາວຟີລິດສະຕິນໜຶ່ງພັນຄົນ.
ແລ້ວແຊມຊັນເວົ້າວ່າ,
“ດ້ວຍກະດູກຄາງລໍອັນດຽວ
ຂ້ອຍໄດ້ກອງພວກເຂົາໄວ້ເປັນໂນນ.1
ດ້ວຍກະດູກຄາງລໍອັນດຽວ
ຂ້ອຍໄດ້ຂ້າໜຶ່ງພັນຄົນ”.
ເມື່ອແຊມຊັນເວົ້າຈົບແລ້ວ ລາວກໍແກວງກະດູກຄາງລໍຖິ້ມ ແລະ ເອີ້ນບ່ອນນັ້ນວ່າຣາມັດເລຮີ.2
ຍ້ອນລາວຫິວນໍ້າຫລາຍ ລາວຈຶ່ງຮ້ອງຂໍຕໍ່ພຣະເຈົ້າຢາເວວ່າ “ພຣະອົງໄດ້ໃຫ້ຜູ້ຮັບໃຊ້ຂອງພຣະອົງມີໄຊຊະນະຍິ່ງໃຫຍ່. ແຕ່ບັດນີ້ ຂ້ານ້ອຍຈະຕ້ອງຕາຍຍ້ອນຫິວນໍ້າ ແລະ ຈະຕ້ອງຢູ່ໃນມືຂອງຄົນທີ່ບໍ່ໄດ້ຮັບພິທີຕັດບໍ?” ແລ້ວພຣະເຈົ້າກໍເຮັດໃຫ້ນ້ຳບໍ່ຂຶ້ນມາຈາກບ່ອນໜຶ່ງທີ່ເລຮີ, ເມື່ອແຊມຊັນໄດ້ດື່ມນ້ຳແລ້ວ ລາວກໍມີແຮງຂຶ້ນ ແລະ ໄດ້ຟື້ນຄືນຂຶ້ນມາ. ດັ່ງນັ້ນ ບໍ່ນໍ້ານັ້ນຈຶ່ງຖືກເອີ້ນວ່າເອັນຮັກກໍເຣ3 ເຊິ່ງຍັງຄົງຢູ່ທີ່ເລຮີຈົນເຖິງທຸກວັນນີ້.
ແຊມຊັນໄດ້ປົກຄອງ4ອິດສະຣາເອນເປັນເວລາຊາວປີໃນສະໄໝຂອງຊາວຟີລິດສະຕິນ.
Source notes (4)
- Footnote ຫລື ຂ້ອຍໄດ້ເຮັດໃຫ້ພວກພວກເຂົາເປັນລໍ ດ້ວຍຄາງລໍອັນດຽວ ຄຳພາສາເຮັບເຣີທີ່ມີຄວາມໝາຍວ່າ ລໍ ມີສຽງຄ້າຍກັບຄຳພາສາເຮັບເຣີທີ່ມີຄວາມຫມາຍວ່າ ກອງ
- Footnote ແປວ່າ ໂນນກະດູກຄາງ
- Footnote ຫລື ນ້ຳພຸຂອງຜູ້ອ້ອນວອນ
- Footnote ຫລື ພວກຜູ້ປົກຄອງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.