Skip to content
BibleKenya

Biblica® Open Lao Contemporary Version

ພວກຜູ້ປົກຄອງ 14

ການ​ແຕ່ງງານ​ຂອງ​ແຊມຊັນ

ແຊມຊັນ​ລົງ​ໄປ​ທີ່​ເມືອງ​ຕິມນາ ແລະ ເຫັນ​ຜູ້ສາວ​ຊາວ​ຟີລິດສະຕິນ​ຄົນ​ໜຶ່ງ. ເມື່ອ​ລາວ​ກັບ​ເມື່ອ​ເຮືອນ, ລາວ​ເວົ້າ​ກັບ​ພໍ່ແມ່​ຂອງ​ຕົນ​ວ່າ, “ລູກ​ເຫັນ​ຜູ້ສາວ​ຊາວ​ຟີລິດສະຕິນ​ຄົນ​ໜຶ່ງ​ໃນ​ເມືອງ​ຕິມນາ; ກະລຸນາ​ໄປ​ຂໍ​ນາງ​ມາເປັນ​ເມຍ​ຂອງ​ລູກ​ແດ່”.

ພໍ່ແມ່​ຂອງ​ລາວ​ຕອບ​ວ່າ, “ບໍ່​ມີ​ຍິງ​ຄົນໃດ​ທ່າມກາງ​ຍາດຕິ​ພີ່ນ້ອງ ຫລື ທ່າມກາງ​ປະຊາຊົນ​ຂອງ​ພວກເຮົາ​ທີ່​ຖືກ​ໃຈ​ເຈົ້າ​ເລີຍ​ບໍ? ເຈົ້າ​ຈຶ່ງ​ຕ້ອງ​ໄປ​ຫາ​ພວກ​ຊາວ​ຟີລິດສະຕິນ ເຊິ່ງ​ບໍ່​ໄດ້​ຮັບ​ພິທີຕັດ​ມາ​ເປັນ​ເມຍ?”

ແຕ່​ແຊມຊັນ​ເວົ້າ​ກັບ​ພໍ່​ຂອງ​ຕົນ​ວ່າ, “ນາງ​ເປັນ​ຄົນ​ທີ່​ເໝາະ​ກັບ​ລູກ. ໄປ​ຂໍ​ນາງ​ມາ​ໃຫ້​ລູກ​ແດ່”. (ພໍ່ແມ່​ຂອງ​ແຊມຊັນ​ບໍ່​ຮູ້​ວ່າ​ເຫດການ​ນີ້​ແມ່ນ​ມາ​ຈາກ​ພຣະເຈົ້າ​ຢາເວ ພຣະອົງ​ກໍາລັງ​ຊອກຫາ​ໂອກາດ​ທີ່​ຈະ​ປະເຊີນ​ໜ້າ​ກັບ​ຊາວ​ຟີລິດສະຕິນ ເພາະວ່າ​ໃນ​ຂະນະ​ນັ້ນ ພວກເຂົາ​ກໍາລັງ​ປົກຄອງ​ອິດສະຣາເອນ​ຢູ່.)

ແຊມຊັນ​ລົງ​ໄປ​ທີ່​ຕິມນາ​ພ້ອມ​ກັບ​ພໍ່ແມ່​ຂອງ​ຕົນ. ໃນຂະນະ​ທີ່​ພວກເຂົາ​ມາ​ຮອດ​ສວນ​ອະງຸ່ນ​ແຫ່ງ​ຕິມນາ, ໃນທັນ​ໃດ​ນັ້ນ​ມີ​ສິງ​ໜຸ່ມ​ໂຕ​ໜຶ່ງ​ອອກ​ມາ​ໂດດ​ໃສ່​ລາວ. ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ​ເຮັດ​ໃຫ້​ມີ​ກຳລັງ​ຂຶ້ນ​ລາວ​ຈີກ​ໂຕ​ສິງ​ດ້ວຍ​ມື​ເປົ່າ​ຂອງ​ລາວ​ເໝືອນດັ່ງ​ລາວ​ເຄີຍ​ຈີກ​ແບ້ໜຸ່ມ. ແຕ່​ລາວ​ບໍ່​ໄດ້​ບອກ​ເລື່ອງ​ນີ້​ໃຫ້​ພໍ່ແມ່​ຂອງ​ຕົນ​ຟັງ​ເຖິງ​ສິ່ງທີ່​ຕົນ​ໄດ້​ເຮັດ. ແລ້ວ​ລາວ​ໄດ້​ລົງ​ໄປ​ລົມ​ກັບ​ຍິງສາວ​ຄົນ​ນັ້ນ ແລະ ລາວ​ກໍ​ມັກ​ນາງ.

ຕໍ່ມາ​ບໍ່ດົນ ເມື່ອ​ແຊມຊັນ​ກັບ​ໄປ​ເພື່ອ​ແຕ່ງງານ​ກັບ​ນາງ, ລາວ​ໄດ້​ໄປ​ແວ່​ເບິ່ງ​ຊາກ​ໂຕສິງ ແລະ ຢູ່​ໃນ​ຊາກ​ສິງ​ໂຕ​ນັ້ນ​ກໍ​ມີ​ຮັງເຜິ້ງ ແລະ ມີ​ນ້ຳເຜິ້ງ​ດ້ວຍ. ລາວ​ຈຶ່ງ​ບີບ​ເອົາ​ນ້ຳ​ດ້ວຍ​ມື​ຂອງ​ຕົນ ແລະ ກິນ​ໄປ​ຕາມ​ທາງ. ເມື່ອ​ລາວ​ໄປ​ພົບ​ພໍ່ແມ່ ລາວ​ກໍ​ເອົາ​ນ້ຳ​ເຜິ້ງ​ໃຫ້​ພໍ່ແມ່​ກິນ​ນໍາ. ແຕ່​ລາວບໍ່​ໄດ້​ບອກ​ພວກເຂົາ​ວ່າ, ລາວ​ໄດ້​ນ້ຳ​ເຜິ້ງ​ນັ້ນ​ມາ​ຈາກ​ຊາກ​ໂຕສິງ.

ໃນຂະນະ​ທີ່​ພໍ່​ໄປ​ເບິ່ງ​ຜູ້ຍິງ​ນັ້ນ ແລະ ແຊມຊັນ​ໄດ້​ຈັດ​ງານ​ລ້ຽງ​ຂຶ້ນ​ຕາມ​ທຳນຽມ​ຂອງ​ເຈົ້າ​ບ່າວ​ຢູ່​ທີ່​ນັ້ນ. ເມື່ອ​ປະຊາຊົນ​ເຫັນ​ລາວ ພວກເຂົາ​ກໍ​ເລືອກ​ເອົາ​ຊາຍ​ໜຸ່ມ​ສາມ​ສິບ​ຄົນ​ໃຫ້​ມາ​ເປັນ​ໝູ່​ຂອງ​ລາວ.

ແຊມຊັນ​ເວົ້າ​ກັບ​ຄົນ​ເຫລົ່ານັ້ນ​ວ່າ, “ຂໍ​ໃຫ້​ເຮົາ​ທວາຍ​ຄໍາ​ປິດສະໜາ​ໃຫ້​ພວກເຈົ້າ​ຈັກ​ຂໍ້​ໜຶ່ງ, ຖ້າ​ພວກເຈົ້າ​ຕອບ​ໄດ້​ພາຍ​ໃນ​ງານ​ລ້ຽງ​ເຈັດ​ວັນ​ນີ້, ຂ້ອຍ​ຈະ​ເອົາ​ເສື້ອ​ຜ້າລິນິນ​ເນື້ອລະອຽດ​ໃຫ້​ພວກເຈົ້າ ແລະ ເຄື່ອງນຸ່ງ​ສາມ​ສິບ​ຊຸດ. ແຕ່​ຖ້າ​ພວກເຈົ້າ​ຕອບ​ບໍ່​ໄດ້ ພວກເຈົ້າ​ຈະ​ຕ້ອງ​ເອົາ​ເສື້ອ​ຜ້າລິນິນ​ເນື້ອລະອຽດ ແລະ ເຄື່ອງນຸ່ງ​ສາມ​ສິບ​ຊຸດ​ໃຫ້​ຂ້ອຍ”.

ພວກເຂົາ​ເວົ້າ​ວ່າ, “ເອົາ​ເລີຍ, ທວາຍ​ມາ​ເບິ່ງ”.

ແຊມຊັນ​ຈຶ່ງ​ກ່າວ​ວ່າ,

“ມີ​ອາຫານ​ອອກ​ມາ​ຈາກ​ຜູ້​ກິນ

ມີ​ຂອງ​ຫວານ​ອອກ​ມາ​ຈາກ​ຜູ້​ມີ​ກຳລັງ”.

ເປັນ​ເວລາ​ສາມ​ວັນແລ້ວ ພວກເຂົາ​ກໍ​ຍັງ​ບໍ່​ສາມາດ​ຫາ​ຄໍາຕອບ​ບໍ່​ໄດ້.

ໃນ​ວັນ​ທີ​ສີ່1 ພວກເຂົາ​ເວົ້າ​ກັບ​ເມຍ​ຂອງ​ແຊມຊັນ​ວ່າ, “ຈົ່ງ​ໄປ​ຍົວະ​ຜົວ​ຂອງ​ເຈົ້າ​ໃຫ້​ອະທິບາຍ​ຄໍາ​ປິດສະໜາ​ນັ້ນ​ມາ​ໃຫ້​ພວກເຮົາ, ບໍ່​ດັ່ງນັ້ນ ພວກເຮົາ​ຈະ​ຈູດ​ບ້ານ​ພໍ່​ຂອງ​ເຈົ້າ​ພ້ອມ​ກັບ​ໂຕ​ເຈົ້າ. ເຈົ້າ​ເຊີນ​ພວກເຮົາ​ມາ​ຮ່ວມ​ງານ​ລ້ຽງ​ນີ້​ເພື່ອ​ຈະ​ໃຫ້​ພວກເຮົາ​ໝົດ​ໂຕບໍ?”

ເມຍ​ຂອງ​ແຊມຊັນ​ຈຶ່ງ​ຮ້ອງໄຫ້​ຢ່າງ​ສະອຶກສະອຶ້ນ​ໃສ່​ແຊມຊັນ ແລະ ເວົ້າ​ວ່າ, “ເຈົ້າ​ຊັງ​ຂ້ອຍ! ເຈົ້າ​ບໍ່​ໄດ້​ຮັກ​ຂ້ອຍ​ແທ້. ເຈົ້າ​ໄດ້​ທວາຍ​ຄໍາ​ປິດສະໜາ​ແກ່​ຄົນ​ຂອງ​ຂ້ອຍ ແຕ່​ເຈົ້າ​ບໍ່​ໄດ້​ບອກ​ຄຳຕອບ​ນັ້ນ​ໃຫ້​ແກ່​ຂ້ອຍ”.

ແຊມຊັນ​ຕອບ​ວ່າ, “ແມ່ນແຕ່​ພໍ່ແມ່​ຂອງ​ຂ້ອຍ ຂ້ອຍ​ກໍ​ຍັງ​ບໍ່ໄດ້​ອະທິບາຍ​ຄໍາຕອບ​ນັ້ນ​ໃຫ້​ພວກເພິ່ນ​ຮູ້. ດັ່ງນັ້ນ ເປັນຫຍັງ​ຂ້ອຍ​ຄວນ​ຈະ​ອະທິບາຍ​ຄໍາ​ປິດສະໜາ​ໃຫ້​ເຈົ້າ​ຮູ້?” ນາງ​ຮ້ອງໄຫ້​ເປັນ​ເວລາ​ເຈັດ​ໃນ​ລະຫວ່າງ​ທີ່​ມີ​ງານ​ລ້ຽງ. ເຫດສະນັ້ນ ໃນ​ວັນ​ທີ​ເຈັດ ໃນ​ທີ່ສຸດ​ແຊມຊັນ​ກໍ​ບອກ​ຄຳ​ຕອບ​ແກ່​ນາງ, ເພາະ​ນາງ​ຍັງ​ຊູຊີ​ລາວ​ຢູ່. ນາງ​ຈຶ່ງ​ໄປ​ອະທິບາຍ​ຄໍາຕອບ​ນັ້ນ​ແກ່​ຄົນ​ຂອງ​ນາງ.

ໃນ​ວັນ​ທີ​ເຈັດ​ກ່ອນ​ຕາເວັນ​ຕົກ​ດິນ​ພວກ​ຜູ້ຊາຍ​ໃນ​ເມືອງ​ນັ້ນ​ກໍ​ເວົ້າ​ຕໍ່​ລາວ​ວ່າ,

“ມີ​ສິ່ງໃດ​ທີ່​ຈະ​ຫວານ​ກວ່າ​ນ້ຳເຜິ້ງ?

ແລະ ມີ​ສິ່ງໃດ​ທີ່​ມີ​ກຳລັງ​ຫລາຍ​ກວ່າ​ໂຕສິງ?”

ແຊມຊັນ​ເວົ້າ​ຕໍ່​ພວກເຂົາ​ວ່າ,

“ຖ້າ​ພວກເຈົ້າ​ບໍ່​ໄດ້​ເອົາ​ງົວ​ແມ່​ຂອງ​ຂ້ອຍ​ໄປ​ໄຖ​ນາ,

ພວກເຈົ້າ​ກໍ​ຈະ​ບໍ່​ແກ້​ຄໍາ​ປິດສະໜາ​ຂອງ​ຂ້ອຍ​ໄດ້”.

ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ​ເຮັດ​ໃຫ້​ແຊມຊັນ​ມີ​ກໍາລັງ​ຂຶ້ນ. ລາວ​ຈຶ່ງ​ໄປ​ທີ່​ເມືອງ​ອາຊະເກໂລນ ແລະ ຂ້າ​ພວກຜູ້ຊາຍ​ສາມ​ສິບ​ຄົນນັ້ນ, ແລ້ວ​ກໍ​ຢຶດ​ເອົາ​ທຸກສິ່ງ​ທີ່​ເປັນ​ຂອງ​ພວກເຂົາ ແລະ ກໍ​ເອົາ​ເຄື່ອງ​ນຸ່ງ​ຂອງ​ພວກເຂົາ​ມາ​ມອບ​ໃຫ້​ພວກ​ຜູ້ຊາຍ​ທີ່​ອະທິບາຍ​ຄໍາ​ປິດສະໜາ​ຂອງ​ຕົນ​ໄດ້. ແຕ່​ແຊມຊັນ​ຍັງ​ຄຽດແຄ້ນ​ຢູ່, ລາວ​ຈຶ່ງ​ກັບ​ໄປ​ທີ່​ບ້ານ​ພໍ່​ຂອງ​ຕົນ. ສ່ວນ​ເມຍ​ຂອງ​ແຊມຊັນ​ນັ້ນ ພໍ່ເຖົ້າ​ກໍ​ຍົກ​ໃຫ້​ຜູ້ທີ່​ເປັນ​ໝູ່​ເຈົ້າ​ບ່າວ​ທີ່​ມາ​ຮ່ວມ​ງານ​ແຕ່ງງານ​ຂອງ​ລາວ​ໃນ​ມື້​ນັ້ນ.

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ວັນ​ທີ​ເຈັດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.