Biblica® Open Lao Contemporary Version
ພວກຜູ້ປົກຄອງ 13
ການເກີດຂອງແຊມຊັນ
ຊາວອິດສະຣາເອນໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວອີກ, ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງມອບພວກເຂົາໄວ້ໃນມືຂອງຊາວຟີລິດສະຕິນເປັນເວລາສີ່ສິບປີ.
ມີຊາຍຄົນໜຶ່ງຢູ່ໃນໂຊຣາຊື່ວ່າ, ມາໂນອາ ເຊິ່ງລາວມາຈາກຕະກູນຂອງເຜົ່າດານ, ເມຍຂອງລາວເປັນໝັນ ແລະ ຈຶ່ງບໍ່ສາມາດມີລູກໄດ້. ເທວະດາຂອງພຣະເຈົ້າຢາເວມາປາກົດຕໍ່ນາງ ແລະ ກ່າວກັບນາງວ່າ. “ເຈົ້າເປັນໝັນ ແລະ ບໍ່ມີລູກ, ແຕ່ເຈົ້າກຳລັງຈະຖືພາ ແລະ ເກີດລູກຊາຍຄົນໜຶ່ງ. ບັດນີ້ ເຈົ້າຢ່າດື່ມເຫລົ້າອະງຸ່ນ ຫລື ສິ່ງທີ່ມືນເມົາໃດໆ ແລະ ເຈົ້າຢ່າກິນສິ່ງໃດໆທີ່ເປັນມົນທິນ. ເຈົ້າຈະຖືພາ ແລະ ເກີດລູກຊາຍຜູ້ໜຶ່ງ ຢ່າໃຫ້ຕັດຜົມໃຫ້ລາວຈັກເທື່ອ ເພາະເດັກນີ້ຈະເປັນຄົນນາຊີຣີ ເຊິ່ງໄດ້ອຸທິດຕົນໃຫ້ແກ່ພຣະເຈົ້າຕັ້ງແຕ່ຢູ່ທ້ອງແມ່. ລາວຈະເປັນຜູ້ນໍາໃນການປົດປ່ອຍອິດສະຣາເອນອອກຈາກມືຊາວຟີລິດສະຕິນ”.
ແລ້ວຍິງນັ້ນກໍແລ່ນໄປຫາຜົວຂອງນາງ ແລະ ບອກລາວວ່າ, “ຄົນຂອງພຣະເຈົ້າຜູ້ໜຶ່ງໄດ້ມາຫາຂ້ອຍ. ເພິ່ນເບິ່ງຄືວ່າຈະເປັນເທວະດາຂອງພຣະເຈົ້າ, ເພິ່ນເປັນທີ່ໜ້າຢຳເກງຫລາຍ. ຂ້ອຍບໍ່ໄດ້ຖາມວ່າເພິ່ນມາຈາກໃສ ແລະ ເພິ່ນກໍບໍ່ໄດ້ບອກຊື່ຂອງເພິ່ນໃຫ້ຂ້ອຍຮູ້. ແຕ່ເພິ່ນກ່າວກັບຂ້ອຍວ່າ, ‘ເຈົ້າຈະຖືພາ ແລະ ເກີດລູກຊາຍຄົນໜຶ່ງ. ເພິ່ນບອກວ່າ ຕັ້ງແຕ່ບັດນີ້ໄປເຈົ້າຈົ່ງຢ່າດື່ມເຫລົ້າອະງຸ່ນ ຫລື ສິ່ງທີ່ມືນເມົາໃດໆ ແລະ ເຈົ້າຢ່າກິນສິ່ງໃດໆທີ່ເປັນມົນທິນ ເພາະເດັກນີ້ຈະເປັນຄົນນາຊີຣີ ເຊິ່ງໄດ້ອຸທິດຕົນໃຫ້ແກ່ພຣະເຈົ້າຕັ້ງແຕ່ຢູ່ທ້ອງແມ່ຈົນເຖິງມື້ລາວຕາຍ’ ”.
ແລ້ວມາໂນອາກໍໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຂໍພຣະອົງໂຜດໃຫ້ຄົນຮັບໃຊ້ຂອງພຣະເຈົ້າທີ່ພຣະອົງໄດ້ສົ່ງມານັ້ນກັບຄືນມາຫາພວກຂ້ານ້ອຍອີກ ເພື່ອສອນພວກຂ້ານ້ອຍໃນການລ້ຽງດູເດັກທີ່ຈະເກີດມານັ້ນ”.
ພຣະເຈົ້າໄດ້ຍິນຄຳພາວັນນາອະທິຖານຂອງມາໂນອາ ແລະ ເທວະດາຂອງພຣະເຈົ້າມາຫາຍິງນັ້ນອີກ ໃນຂະນະທີ່ນາງຢູ່ທີ່ທົ່ງນາ; ແຕ່ມາໂນອາຜົວຂອງນາງບໍ່ໄດ້ຢູ່ກັບນາງ. ຍິງນັ້ນຈຶ່ງຟ້າວແລ່ນໄປບອກຜົວຂອງຕົນວ່າ, “ຊາຍຜູ້ທີ່ປາກົດແກ່ຂ້ອຍມື້ກ່ອນນັ້ນ! ເພິ່ນຢູ່ທີ່ນີ້ແລ້ວ!”
ມາໂນອາຈຶ່ງລຸກຂຶ້ນ ແລະ ຕາມເມຍຂອງຕົນໄປ. ເມື່ອລາວພົບຊາຍຄົນນັ້ນແລ້ວ ລາວກໍກ່າວວ່າ, “ທ່ານເປັນຊາຍຄົນນັ້ນຜູ້ທີ່ໄດ້ກ່າວກັບເມຍຂອງຂ້ານ້ອຍບໍ?”
ເພິ່ນກ່າວວ່າ, “ແມ່ນແລ້ວ”.
ດັ່ງນັ້ນ ມາໂນອາຈຶ່ງຖາມເພິ່ນວ່າ, “ເມື່ອຄຳເວົ້າຂອງທ່ານເປັນຈິງແລ້ວ ອັນໃດເປັນກົດເກນທີ່ຈະຄວບຄຸມຊີວິດ ແລະ ພາລະໜ້າທີ່ຂອງເດັກນັ້ນ?”
ເທວະດາຂອງພຣະເຈົ້າຢາເວຕອບວ່າ, “ເມຍຂອງເຈົ້າຕ້ອງປະຕິບັດຕາມທຸກສິ່ງທີ່ເຮົາໄດ້ບອກນາງ. ນາງຈະຕ້ອງບໍ່ກິນສິ່ງໃດທີ່ເຮັດຈາກໝາກອະງຸ່ນ ຫລື ຈະຕ້ອງບໍ່ດື່ມເຫລົ້າອະງຸ່ນໃດໆ ຫລື ສິ່ງມືນເມົາໃດໆ ຫລື ກິນສິ່ງໃດທີ່ເປັນມົນທິນໃດໆ ນາງຈະຕ້ອງເຮັດທຸກໆສິ່ງຕາມທີ່ເຮົາໄດ້ສັ່ງນາງໄວ້ນັ້ນ”.
ມາໂນອາຈຶ່ງກ່າວກັບເທວະດາຂອງພຣະເຈົ້າຢາເວວ່າ, “ພວກຂ້ານ້ອຍຢາກໃຫ້ທ່ານຢູ່ທີ່ນີ້ກ່ອນຈົນກວ່າພວກຂ້ານ້ອຍໄດ້ເອົາແບ້ໜຸ່ມຈັດແຈງເປັນອາຫານມາໃຫ້ທ່ານ”.
ເທວະດາຂອງພຣະເຈົ້າຢາເວຕອບວ່າ, “ເຖິງແມ່ນວ່າເຈົ້າຈະກັກໂຕເຮົາໄວ້ ເຮົາກໍຈະບໍ່ກິນອາຫານໃດໆຂອງເຈົ້າ ແຕ່ຖ້າເຈົ້າຈັດຕຽມເຄື່ອງເຜົາຖວາຍບູຊາ ຈົ່ງຖວາຍເຄື່ອງບູຊານັ້ນໃຫ້ແກ່ພຣະເຈົ້າຢາເວ”. (ມາໂນອາກໍຍັງບໍ່ຮູ້ວ່າຜູ້ນັ້ນຄືເທວະດາຂອງພຣະເຈົ້າຢາເວ.)
ມາໂນອາຈຶ່ງຖາມເທວະດາຂອງພຣະເຈົ້າຢາເວວ່າ, “ທ່ານຊື່ຫຍັງ ເພື່ອພວກຂ້ານ້ອຍຈະໄດ້ຖວາຍກຽດແກ່ທ່ານ ເມື່ອຄໍາຂອງທ່ານທີ່ໄດ້ກ່າວນັ້ນເກີດເປັນຈິງ?”
ເພິ່ນຕອບວ່າ, “ເປັນຫຍັງເຈົ້າຈຶ່ງຖາມຊື່ຂອງເຮົາ? ຊື່ນັ້ນເກີນຄວາມເຂົ້າໃຈ”. ແລ້ວມາໂນອາໄດ້ນຳເອົາແບ້ໜຸ່ມ, ພ້ອມທັງເຄື່ອງຖວາຍພືດຜົນເປັນເມັດມາ ແລ້ວຖວາຍເທິງຫີນແກ່ພຣະເຈົ້າຢາເວ. ຈາກນັ້ນ ພຣະເຈົ້າຢາເວໄດ້ເຮັດສິ່ງທີ່ອັດສະຈັນເມື່ອມາໂນອາ ແລະ ເມຍຂອງລາວຢືນເບິ່ງຢູ່ ໃນຂະນະທີ່ແປວໄຟລຸກຂຶ້ນຈາກແທ່ນບູຊາຂຶ້ນສູ່ສະຫວັນ ເທວະດາຂອງພຣະເຈົ້າຢາເວກໍຂຶ້ນໄປກັບແປວໄຟນັ້ນ. ເມື່ອເຫັນສິ່ງນີ້ມາໂນອາ ແລະ ເມຍຈຶ່ງກົ້ມໜ້າລົງພື້ນດິນ. ເມື່ອເທວະດາຂອງພຣະເຈົ້າຢາເວບໍ່ໄດ້ປາກົດຕົນແກ່ມາໂນອາກັບເມຍຂອງລາວອີກ, ມາໂນອາກໍຮູ້ວ່າຊາຍຄົນນັ້ນແມ່ນເທວະດາຂອງພຣະເຈົ້າຢາເວ.
ລາວກ່າວກັບເມຍຂອງຕົນວ່າ “ພວກເຮົາຈະຕ້ອງຕາຍແທ້ໆ! ເພາະພວກເຮົາໄດ້ເຫັນພຣະເຈົ້າ!”
ແຕ່ເມຍຂອງລາວຕອບວ່າ, “ຖ້າພຣະເຈົ້າຢາເວຢາກຈະຂ້າພວກເຮົາ, ພຣະອົງກໍຄົງຈະບໍ່ຮັບເອົາເຄື່ອງເຜົາຖວາຍບູຊາ ແລະ ການຖວາຍພືດຜົນເປັນເມັດຈາກມືຂອງພວກເຮົາ ຫລື ຈະບໍ່ສໍາແດງໃຫ້ພວກເຮົາເຫັນສິ່ງທັງປວງນີ້ແກ່ພວກເຮົາ ຫລື ບອກພວກເຮົາກ່ຽວກັບສິ່ງນີ້”.
ຍິງນັ້ນໄດ້ເກີດລູກຊາຍຜູ້ໜຶ່ງ ແລະ ໄດ້ຕັ້ງຊື່ໃຫ້ເດັກນັ້ນວ່າແຊມຊັນ. ລາວໄດ້ເຕີບໃຫຍ່ຂຶ້ນມາ ແລະ ພຣະເຈົ້າຢາເວໄດ້ອວຍພອນລາວ, ແລ້ວພຣະວິນຍານຂອງພຣະເຈົ້າຢາເວເລີ່ມໃຫ້ກໍາລັງແກ່ລາວ ໃນຂະນະທີ່ລາວຢູ່ທີ່ມາຮາເນ ດານ ເຊິ່ງຕັ້ງຢູ່ລະຫວ່າງໂຊຣາ ແລະ ເອຊະຕາໂອນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.