Skip to content
BibleKenya

Biblica® Open Lao Contemporary Version

ໂຣມ 10

ພີ່ນ້ອງ​ທັງຫລາຍ​ເອີຍ, ຄວາມປາຖະໜາ​ໃນ​ໃຈ ແລະ ຄຳອະທິຖານ​ຂອງ​ເຮົາ​ຕໍ່​ພຣະເຈົ້າ​ເພື່ອ​ຊົນຊາດ​ອິດສະຣາເອນ​ຄື ຂໍ​ໃຫ້​ພວກເຂົາ​ທັງຫລາຍ​ໄດ້​ຮັບ​ຄວາມພົ້ນ. ເພາະ​ເຮົາ​ສາມາດ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ຮ້ອນຮົນ​ເພື່ອ​ພຣະເຈົ້າ ແຕ່​ຄວາມຮ້ອນຮົນ​ຂອງ​ພວກເຂົາ​ບໍ່​ໄດ້​ຕັ້ງ​ຢູ່​ເທິງ​ຄວາມຮູ້. ເນື່ອງ​ຈາກ​ພວກເຂົາ​ບໍ່​ຮູ້​ຈັກ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພະຍາຍາມ​ຕັ້ງ​ຄວາມຊອບທຳ​ຂອງ​ຕົນ​ເອງ​ຂຶ້ນ​ມາ, ພວກເຂົາ​ຈຶ່ງ​ບໍ່​ຍອມຮັບ​ຄວາມຊອບທຳ​ຂອງ​ພຣະເຈົ້າ. ພຣະຄຣິດເຈົ້າ​ເປັນ​ບົດສະຫລຸບ​ສຸດທ້າຍ​ຂອງ​ກົດບັນຍັດ ເພື່ອ​ຈະ​ມີ​ຄວາມຊອບທຳ​ສຳລັບ​ທຸກຄົນ​ທີ່​ເຊື່ອ.

ໂມເຊ​ໄດ້​ຂຽນ​ເຖິງ​ຄວາມຊອບທຳ​ຕາມ​ກົດບັນຍັດ​ໄວ້​ຢ່າງ​ນີ້​ວ່າ, “ຜູ້ໃດ​ທີ່​ເຮັດ​ສິ່ງ​ເຫລົ່ານີ້​ຈະ​ມີຊີວິດ​ຢູ່​ໂດຍ​ສິ່ງ​ເຫລົ່ານີ້”.1 ແຕ່​ຄວາມຊອບທຳ​ໂດຍ​ຄວາມເຊື່ອ​ກ່າວ​ວ່າ, “ຢ່າ​ຄິດ​ໃນ​ໃຈ​ວ່າ, ‘ຜູ້ໃດ​ຈະ​ຂຶ້ນ​ໄປ​ເທິງ​ສະຫວັນ?’2” (ຄື​ນໍາ​ເອົາ​ພຣະຄຣິດເຈົ້າ​ລົງ​ມາ) “ຫລື ‘ຜູ້ໃດ​ຈະ​ລົງ​ໄປ​ໃນ​ບ່ອນເລິກ?’ ”3 (ຄື​ນໍາເອົາ​ພຣະຄຣິດເຈົ້າ​ຂຶ້ນ​ມາ​ຈາກ​ຄວາມຕາຍ). ແຕ່​ຄວາມຊອບທຳ​ນັ້ນ​ໄດ້​ກ່າວ​ໄວ້​ຢ່າງໃດ? “ຖ້ອຍຄຳ​ນີ້​ຢູ່​ໃກ້​ເຈົ້າ ຢູ່​ໃນ​ປາກ​ຂອງ​ເຈົ້າ ແລະ ຢູ່​ໃນ​ໃຈ​ຂອງ​ເຈົ້າ”4 ຄື​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ​ທີ່​ພວກເຮົາ​ກຳລັງ​ປະກາດ​ຢູ່​ນັ້ນ, ຖ້າ​ເຈົ້າ​ຍອມຮັບ​ດ້ວຍ​ປາກ​ຂອງ​ເຈົ້າ​ວ່າ, “ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ” ແລະ ເຊື່ອ​ໃນ​ໃຈ​ຂອງ​ເຈົ້າ​ວ່າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ເຈົ້າ​ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ. ດ້ວຍວ່າ ເຈົ້າ​ເຊື່ອ​ດ້ວຍ​ໃຈ ຈຶ່ງ​ໄດ້​ຖືວ່າ​ເປັນ​ຜູ້ຊອບທຳ ແລະ ເພາະ​ເຈົ້າ​ຍອມຮັບ​ດ້ວຍ​ປາກ ຈຶ່ງ​ໃຫ້​ເຈົ້າ​ໄດ້​ລອດພົ້ນ. ຕາມ​ທີ່​ພຣະຄຳພີ​ກ່າວ​ໄວ້​ວ່າ, “ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ”.5 ເພາະ​ບໍ່​ມີ​ຄວາມແຕກຕ່າງກັນ​ລະຫວ່າງ​ຄົນຢິວ ແລະ ຄົນຕ່າງຊາດ ອົງພຣະຜູ້ເປັນເຈົ້າ​ອົງ​ດຽວ​ກັນ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ຄົນ​ທັງປວງ ແລະ ອວຍພອນ​ຢ່າງ​ບໍລິບູນ​ແກ່​ທຸກຄົນ​ທີ່​ຮ້ອງຫາ​ພຣະອົງ, ເພາະວ່າ, “ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ”.6

ແຕ່​ຜູ້​ທີ່​ຍັງ​ບໍ່​ເຊື່ອ​ຈະ​ຮ້ອງຫາ​ພຣະອົງ​ໄດ້​ຢ່າງໃດ? ແລະ ຜູ້​ທີ່​ຍັງ​ບໍ່​ເຄີຍ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ ຈະ​ເຊື່ອ​ໃນ​ພຣະອົງ​ໄດ້​ຢ່າງໃດ? ແລະ ຖ້າ​ບໍ່​ມີ​ຜູ້ໃດ​ປະກາດ​ໃຫ້​ພວກເຂົາ​ຟັງ ພວກເຂົາ​ຈະ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ​ໄດ້​ຢ່າງໃດ? ແລະ ຖ້າ​ບໍ່​ມີ​ຜູ້ໃດ​ໃຊ້​ພວກເຂົາ​ໄປ ພວກເຂົາ​ຈະ​ໄປ​ປະກາດ​ໄດ້​ຢ່າງໃດ? ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຕີນ​ຂອງ​ຜູ້​ນຳ​ຂ່າວປະເສີດ​ມາ​ກໍ​ງົດງາມ​ແທ້​ນໍ!”7

ແຕ່​ບໍ່ແມ່ນ​ວ່າ​ຄົນ​ອິດສະຣາເອນ​ທຸກຄົນ​ຈະ​ຍອມຮັບ​ຂ່າວປະເສີດ​ນັ້ນ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຜູ້ໃດ​ແດ່​ທີ່​ໄດ້​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ພວກເຮົາ?”8 ດັ່ງນັ້ນ ຄວາມເຊື່ອ​ເກີດຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້​ຍິນ​ຖ້ອຍຄຳ ແລະ ຖ້ອຍຄຳ​ທີ່​ໄດ້​ຍິນ​ນັ້ນ​ກໍ​ຄື​ເລື່ອງ​ຂອງ​ພຣະຄຣິດເຈົ້າ. ແຕ່​ເຮົາ​ຂໍ​ຖາມວ່າ, “ພວກເຂົາ​ບໍ່​ໄດ້​ຍິນ​ບໍ?” ແນ່ນອນ​ພວກເຂົາ​ໄດ້​ຍິນ​ແລ້ວ.

“ສຽງ​ຂອງ​ພວກເຂົາ​ໄດ້​ອອກ​ໄປ​ທົ່ວ​ໂລກ

ຖ້ອຍຄຳ​ຂອງ​ພວກເຂົາ​ໄປ​ເຖິງ​ທີ່ສຸດປາຍ​ແຜ່ນດິນໂລກ”.9

ເຮົາ​ຂໍ​ຖາມ​ອີກ​ວ່າ ຊົນຊາດ​ອິດສະຣາເອນ​ບໍ່​ເຂົ້າໃຈ​ບໍ? ຕອນທຳອິດ​ໂມເຊ​ກ່າວ​ວ່າ,

“ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ອິດສາ​ບັນດາ​ຜູ້​ທີ່​ບໍ່​ແມ່ນ​ຊົນຊາດ;

ເຮົາ​ຈະ​ຍົວະ​ໃຫ້​ເຈົ້າ​ໃຈຮ້າຍ​ດ້ວຍ​ຊົນຊາດ​ທີ່​ບໍ່​ມີ​ຄວາມເຂົ້າໃຈ”.10

ແລະ ເອຊາຢາ​ກ້າ​ກ່າວ​ວ່າ,

“ບັນດາ​ຜູ້​ທີ່​ບໍ່​ໄດ້​ສະແຫວງຫາ​ເຮົາ​ກໍ​ພົບ​ເຮົາ

ເຮົາ​ໄດ້​ສະແດງ​ຕົນ​ເອງ​ແກ່​ບັນດາ​ຜູ້​ທີ່​ບໍ່​ໄດ້​ເອີ້ນ​ຫາ​ເຮົາ”.11

ແຕ່​ເພິ່ນ​ກ່າວ​ເຖິງ​ພວກ​ອິດສະຣາເອນ​ວ່າ,

“ເຮົາ​ໄດ້​ຍື່ນ​ມື​ຂອງ​ເຮົາ​ອອກ​ໝົດ​ມື້

ໃຫ້​ແກ່​ຊົນຊາດ​ທີ່​ບໍ່​ເຊື່ອຟັງ ແລະ ດື້ດ້ານ”.12

Source notes (12)
  1. Footnote ລລວ 18:5
  2. Footnote ພບຍ 30:12
  3. Footnote ພບຍ 30:13
  4. Footnote ພບຍ 30:14
  5. Footnote ອຊຢ 28:16
  6. Footnote ຢອ 2:32
  7. Footnote ອຊຢ 52:7
  8. Footnote ອຊຢ 53:1
  9. Footnote ພສສ 19:4
  10. Footnote ພບຍ 32:21
  11. Footnote ອຊຢ 65:1
  12. Footnote ອຊຢ 65:2

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.