Biblica® Open Lao Contemporary Version
ໂຣມ 11
ຊາວອິດສະຣາເອນທີ່ເຫລືອຢູ່
ຖ້າຢ່າງນັ້ນ ເຮົາຂໍຖາມວ່າ, ພຣະເຈົ້າໄດ້ປະຖິ້ມຄົນຂອງພຣະອົງແລ້ວບໍ? ບໍ່ແມ່ນຢ່າງນັ້ນດອກ! ເຮົາເອງກໍເປັນຊາວອິດສະຣາເອນຄົນໜຶ່ງ, ເປັນເຊື້ອສາຍຂອງອັບຣາຮາມ ມາຈາກເຜົ່າເບັນຢາມິນ. ພຣະເຈົ້າບໍ່ໄດ້ປະຕິເສດບັນດາຄົນຂອງພຣະອົງທີ່ພຣະອົງຮູ້ຈັກຕັ້ງແຕ່ກ່ອນແລ້ວ. ພວກເຈົ້າບໍ່ຮູ້ພຣະຄຳພີຕອນທີ່ກ່າວເຖິງເອລີຢານັ້ນບໍ ທີ່ເພິ່ນໄດ້ອຸທອນຕໍ່ພຣະເຈົ້າກ່ຽວກັບອິດສະຣາເອນວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພວກເຂົາໄດ້ຂ້າບັນດາຜູ້ທຳນວາຍຂອງພຣະອົງ, ແລະ ຮື້ແທ່ນບູຊາຂອງພຣະອົງລົງ, ມີພຽງແຕ່ຂ້ານ້ອຍຜູ້ດຽວທີ່ເຫລືອຢູ່ ແລະ ພວກເຂົາກໍກຳລັງພະຍາຍາມຈະຂ້າຂ້ານ້ອຍເໝືອນກັນ”1? ແລະ ພຣະເຈົ້າໄດ້ຕອບເພິ່ນວ່າຢ່າງໃດ? “ເຮົາໄດ້ສະຫງວນຄົນໄວ້ສຳລັບເຮົາເຈັດພັນຄົນ ເຊິ່ງບໍ່ໄດ້ຄຸເຂົ່າລົງຂາບໄຫວ້ພະບາອານ”.2 ດ້ວຍເຫດນັ້ນ ໃນປັດຈຸບັນນີ້ກໍຍັງມີຄົນທີ່ເຫລືອຢູ່ ເຊິ່ງຖືກເລືອກໄວ້ໂດຍພຣະຄຸນ. ແລະ ຖ້າເລືອກໂດຍພຣະຄຸນແລ້ວ ກໍບໍ່ແມ່ນໂດຍການປະຕິບັດອີກຕໍ່ໄປ, ເພາະຖ້າໂດຍການປະຕິບັດ ພຣະຄຸນຈະບໍ່ແມ່ນພຣະຄຸນອີກຕໍ່ໄປ.3
ຖ້າດັ່ງນັ້ນແລ້ວຈະວ່າຢ່າງໃດ? ປະຊາຊົນອິດສະຣາເອນບໍ່ໄດ້ຮັບໃນສິ່ງທີ່ພວກເຂົາດິ້ນລົນຊອກຫາ ແຕ່ຜູ້ທີ່ເລືອກໄວ້ນັ້ນເປັນຜູ້ທີ່ໄດ້ຮັບ, ສ່ວນຄົນອື່ນນັ້ນກໍຖືກເຮັດໃຫ້ມີໃຈແຂງກະດ້າງໄປ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ,
“ພຣະເຈົ້າໄດ້ໃຫ້ວິນຍານແຫ່ງຄວາມມຶນຊາແກ່ພວກເຂົາ,
ຕາທີ່ເບິ່ງບໍ່ເຫັນ
ແລະ ຫູທີ່ບໍ່ສາມາດຍິນ
ຈົນເຖິງທຸກວັນນີ້”.4
ແລະ ດາວິດກ່າວວ່າ,
“ຂໍໃຫ້ໂຕະອາຫານຂອງພວກເຂົາກາຍເປັນບ້ວງແຮ້ວ ແລະ ເປັນກັບດັກ
ເປັນສິ່ງທີ່ເຮັດໃຫ້ສະດຸດ ແລະ ເປັນການລົງໂທດສຳລັບພວກເຂົາ.
ຂໍໃຫ້ຕາຂອງພວກເຂົາມືດມົວໄປ ເພື່ອພວກເຂົາຈະເບິ່ງບໍ່ເຫັນ
ແລະ ຂໍໃຫ້ຫລັງຂອງພວກເຂົາກົ່ງຕະຫລອດໄປ”.5
ກິ່ງທີ່ນຳມາຕໍ່ເຂົ້າກັບຕົ້ນ
ເຮົາຈຶ່ງຖາມອີກວ່າ: ພວກເຂົາສະດຸດລົ້ມຈົນລຸກບໍ່ຂຶ້ນບໍ? ບໍ່ເປັນຢ່າງນັ້ນດອກ! ແຕ່ຍ້ອນການລ່ວງລະເມີດຂອງພວກເຂົາ, ຄວາມພົ້ນຈຶ່ງມາເຖິງຄົນຕ່າງຊາດເພື່ອເຮັດໃຫ້ຄົນອິດສະຣາເອນມີໃຈອິດສາ. ແຕ່ຖ້າການລ່ວງລະເມີດຂອງພວກເຂົາໝາຍເຖິງຄວາມຮັ່ງມີສຳລັບໂລກ, ແລະ ການສູນເສຍຂອງພວກເຂົາໝາຍເຖິງຄວາມຮັ່ງມີສຳລັບຄົນຕ່າງຊາດແລ້ວ, ຄວາມສົມບູນຂອງພວກເຂົາຍິ່ງຈະນຳຄວາມຮັ່ງມີມາໃຫ້ຫລາຍເທົ່າໃດນໍ!
ເຮົາກຳລັງເວົ້າກັບພວກເຈົ້າທີ່ເປັນຄົນຕ່າງຊາດ. ເນື່ອງຈາກວ່າເຮົາເປັນອັກຄະສາວົກທີ່ຖືກໃຊ້ມາຫາຄົນຕ່າງຊາດ, ເຮົາມີຄວາມພູມໃຈໃນພັນທະກິດຂອງເຮົາ ໂດຍມີຄວາມຫວັງວ່າເຮົາຈະຊັກຊວນພີ່ນ້ອງຮ່ວມຊາດຂອງເຮົາໃຫ້ເກີດຄວາມອິດສາ ແລະ ເພື່ອຊ່ວຍພວກເຂົາບາງຄົນໃຫ້ພົ້ນໄດ້. ເພາະຖ້າການທີ່ພຣະເຈົ້າປະຖິ້ມພວກເຂົາ ເປັນເຫດໃຫ້ໂລກນີ້ຄືນດີກັນກັບພຣະອົງແລ້ວ, ການທີ່ພຣະອົງຮັບເອົາພວກເຂົາກັບຄືນມາອີກນັ້ນ ກໍເປັນເໝືອນກັບວ່າພວກເຂົາໄດ້ຕາຍໄປແລ້ວ ແລະ ກັບຄືນມາມີຊີວິດອີກ. ຖ້າແປ້ງສ່ວນທີ່ໄດ້ຖວາຍເປັນຜົນທຳອິດນັ້ນບໍລິສຸດ ແປ້ງທັງກ້ອນນັ້ນກໍຍ່ອມບໍລິສຸດ, ຖ້າຮາກຕົ້ນໄມ້ບໍລິສຸດ ກິ່ງທັງໝົດກໍບໍລິສຸດເໝືອນກັນ.
ຖ້າກິ່ງກ້ານບາງສ່ວນຖືກຫັກອອກໄປ ແລະ ເຖິງແມ່ນເຈົ້າຈະເປັນໜໍ່ຂອງຕົ້ນໝາກກອກປ່າ ເຈົ້າກໍຖືກນຳມາຕໍ່ເຂົ້າໃນທ່າມກາງກິ່ງອື່ນໆ, ແລະ ບັດນີ້ ເຈົ້າກໍໄດ້ຮັບນ້ຳຫລໍ່ລ້ຽງຈາກຮາກຕົ້ນໝາກກອກເທດນັ້ນ, ກໍຢ່າຄິດວ່າຕົນເອງຢູ່ເໜືອກວ່າກິ່ງເຫລົ່ານັ້ນ. ຖ້າເຈົ້າເປັນຢ່າງນັ້ນ ກໍຈົ່ງພິຈາລະນາສິ່ງນີ້ວ່າ: ບໍ່ແມ່ນເຈົ້າທີ່ຄ້ຳຊູຮາກ ແຕ່ແມ່ນຮາກທີ່ຄ້ຳຊູເຈົ້າ. ແລ້ວເຈົ້າຈະເວົ້າວ່າ, “ກິ່ງເຫລົ່ານັ້ນຖືກຫັກອອກເພື່ອວ່າຈະໄດ້ເອົາຂ້ອຍມາຕໍ່ເຂົ້າໃສ່”. ກໍແມ່ນແລ້ວ ແຕ່ທີ່ພວກເຂົາຖືກຫັກອອກໄປນັ້ນກໍເພາະບໍ່ເຊື່ອ ສ່ວນເຈົ້າຢູ່ໄດ້ກໍເພາະຄວາມເຊື່ອ. ຢ່າໄດ້ຈອງຫອງເລີຍ, ແຕ່ຈົ່ງຢຳເກງ. ເພາະວ່າ ຖ້າພຣະເຈົ້າຍັງບໍ່ໄດ້ລະເວັ້ນກິ່ງເດີມໄວ້ ພຣະອົງກໍຈະບໍ່ລະເວັ້ນເຈົ້າໄວ້ເໝືອນກັນ.
ເຫດສະນັ້ນ, ຈົ່ງພິຈາລະນາທັງຄວາມເມດຕາ ແລະ ຄວາມເຂັ້ມງວດຂອງພຣະເຈົ້າຄື: ເຂັ້ມງວດກັບບັນດາຜູ້ທີ່ລົ້ມລົງ, ແຕ່ເມດຕາເຈົ້າກໍຕໍ່ເມື່ອເຈົ້າຍັງຕັ້ງໝັ້ນຄົງຢູ່ໃນຄວາມເມດຕາຂອງພຣະອົງ. ຖ້າບໍ່ດັ່ງນັ້ນເຈົ້າກໍຈະຖືກຕັດອອກເໝືອນກັນ. ແລະ ຖ້າພວກເຂົາບໍ່ດື້ດ້ານຢູ່ໃນຄວາມບໍ່ເຊື່ອ ພວກເຂົາກໍຈະຖືກນໍາມາຕໍ່ເຂົ້າໃສ່ ເພາະວ່າພຣະເຈົ້າສາມາດນຳພວກເຂົາມາຕໍ່ເຂົ້າໃສ່ໄດ້ອີກ. ດ້ວຍວ່າ ຖ້າເຈົ້າຖືກຕັດອອກຈາກຕົ້ນທີ່ເປັນຕົ້ນໝາກກອກປ່າຕາມທຳມະຊາດ ແລະ ນຳມາຕໍ່ກິ່ງເຂົ້າກັບຕົ້ນໝາກກອກບ້ານທີ່ຂັດກັບທຳມະຊາດ ຈະງ່າຍກວ່ານັ້ນຫລາຍເທົ່າໃດທີ່ຈະນຳເອົາກິ່ງຕ່າງໆຕາມທຳມະຊາດມາຕໍ່ເຂົ້າກັບຕົ້ນເດີມຂອງມັນເອງ!
ອິດສະຣາເອນທັງໝົດຈະລອດພົ້ນ
ພີ່ນ້ອງທັງຫລາຍເອີຍ ເຮົາຢາກໃຫ້ພວກເຈົ້າຮູ້ເລື່ອງຂໍ້ລັບເລິກນີ້ ເພື່ອພວກເຈົ້າຈະບໍ່ໄດ້ຖືຕົນ ຄືອິດສະຣາເອນບາງຄົນຈະມີໃຈແຂງກະດ້າງຈົນກວ່າຄົນຕ່າງຊາດໄດ້ເຂົ້າມາຄົບຈຳນວນ ແລະ ດ້ວຍວິທີນີ້6 ອິດສະຣາເອນທັງໝົດກໍຈະພົ້ນຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ:
“ພຣະຜູ້ຊ່ວຍໃຫ້ພົ້ນຈະມາຈາກຊີໂອນ,
ພຣະອົງຈະກຳຈັດຄວາມອະທຳໃຫ້ພົ້ນຈາກຢາໂຄບ.
ແລະ ນີ້ເປັນ7ພັນທະສັນຍາຂອງເຮົາກັບພວກເຂົາ
ເມື່ອເຮົາຍົກຄວາມບາບຂອງພວກເຂົາໄປ”.8
ຖ້າຈະເວົ້າຕາມຂ່າວປະເສີດ ພວກເຂົາເປັນສັດຕູເພື່ອເຫັນແກ່ພວກເຈົ້າ ແຕ່ຖ້າຈະເວົ້າຕາມການເລືອກໄວ້ນັ້ນ ພວກເຂົາກໍເປັນທີ່ຮັກເພື່ອເຫັນແກ່ບັນດາບັນພະບຸລຸດ, ເພາະວ່າຂອງປະທານຈາກພຣະເຈົ້າ ແລະ ການເອີ້ນຂອງພຣະອົງນັ້ນປ່ຽນແປງບໍ່ໄດ້. ເໝືອນກັນກັບພວກເຈົ້າເອງຜູ້ທີ່ເມື່ອກ່ອນເຄີຍບໍ່ເຊື່ອຟັງພຣະເຈົ້າ ແຕ່ບັດນີ້ ໄດ້ຮັບຄວາມເມດຕາອັນເປັນຜົນມາຈາກການບໍ່ເຊື່ອຟັງຂອງພວກເຂົາ, ດັ່ງນັ້ນ ໃນເວລານີ້ພວກເຂົາກໍບໍ່ເຊື່ອຟັງເໝືອນກັນ ເພື່ອວ່າບັດນີ້9 ພວກເຂົາກໍຈະໄດ້ຮັບຄວາມເມດຕາອັນເປັນຜົນມາຈາກຄວາມເມດຕາຂອງພຣະເຈົ້າທີ່ມີຕໍ່ພວກເຈົ້າ. ດ້ວຍວ່າ ພຣະເຈົ້າໄດ້ປ່ອຍໃຫ້ມະນຸດທັງຫລາຍບໍ່ເຊື່ອຟັງ ເພື່ອວ່າພຣະອົງຈະເມດຕາພວກເຂົາທຸກຄົນ.
ຄຳສັນລະເສີນ
ໂອ ຄວາມຮັ່ງມີແຫ່ງປັນຍາ ແລະ10 ຄວາມຮູ້ຂອງພຣະເຈົ້າກໍເລິກເຊິ່ງແທ້!
ຂໍ້ຕັດສິນຂອງພຣະອົງນັ້ນກໍບໍ່ສາມາດຢັ່ງຮູ້ໄດ້
ແລະ ວິຖີທາງຂອງພຣະອົງກໍເກີນກວ່າຈະຄົ້ນຫາໄດ້!
“ຜູ້ໃດນໍ ຮູ້ຈິດໃຈຂອງອົງພຣະຜູ້ເປັນເຈົ້າໄດ້?
ຫລື ຜູ້ໃດນໍ ທີ່ເປັນທີ່ປຶກສາຂອງພຣະອົງ?”11
“ຜູ້ໃດນໍ ເຄີຍຖວາຍສິ່ງໃດໃຫ້ພຣະເຈົ້າ
ທີ່ພຣະເຈົ້າຈະຕ້ອງໃຊ້ຄືນແກ່ຕົນ?”12
ດ້ວຍວ່າ ສິ່ງສາລະພັດມາຈາກພຣະອົງ ໂດຍພຣະອົງ ແລະ ເພື່ອພຣະອົງ
ຂໍໃຫ້ສະຫງ່າລາສີ ຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ! ອາແມນ.
Source notes (12)
- Footnote 1ກສ 19:10,14
- Footnote 1ກສ 19:18
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ໂດຍພຣະຄຸນ ແຕ່ຖ້າໂດຍການປະຕິບັດກໍບໍ່ແມ່ນໂດຍພຣະຄຸນອີກຕໍ່ໄປ ເພາະຖ້າໂດຍພຣະຄຸນ ການປະຕິບັດກໍຈະບໍ່ເປັນການປະຕິບັດອີກຕໍ່ໄປ.
- Footnote ພບຍ 29:4; ອຊຢ 29:10
- Footnote ພສສ 69:22,23
- Footnote ຫລື ແລະ ດັ່ງນັ້ນ
- Footnote ຫລື ຈະເປັນ
- Footnote ອຊຢ 59:20,21; 27:9 ແລະ ຢມຢ 31:33,34
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບບໍ່ມີຄຳວ່າ ບັດນີ້
- Footnote ຫລື ຄວາມຮັ່ງມີ ແລະ ພຣະປັນຍາ ແລະ
- Footnote ອຊຢ 40:13
- Footnote ໂຢບ 41:11
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.