Biblica® Open Lao Contemporary Version
ໂຣມ 12
ເຄື່ອງບູຊາທີ່ມີຊີວິດ
ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ ເພື່ອເຫັນແກ່ຄວາມເມດຕາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າທັງຫລາຍໃຫ້ຖວາຍຮ່າງກາຍຂອງພວກເຈົ້າແກ່ພຣະເຈົ້າ ເພື່ອເປັນເຄື່ອງຖວາຍບູຊາທີ່ມີຊີວິດ, ທີ່ບໍລິສຸດ1 ແລະ ທີ່ພໍໃຈພຣະເຈົ້າ ນີ້ເປັນການນະມັດສະການທີ່ແທ້ຈິງ2 ແລະ ເໝາະສົມ. ຢ່າດຳເນີນຊີວິດເໝືອນຢ່າງຄົນໃນໂລກນີ້ ແຕ່ຈົ່ງຮັບການປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລ້ວພວກເຈົ້າຈະສາມາດພິສູດ ແລະ ຢືນຢັນໄດ້ວ່າສິ່ງໃດຄືຄວາມປະສົງທີ່ດີ, ເປັນທີ່ຍອມຮັບ ແລະ ສົມບູນແບບຂອງພຣະເຈົ້າ.
ເພາະໂດຍພຣະຄຸນທີ່ໄດ້ໃຫ້ແກ່ເຮົາ ເຮົາຂໍກ່າວແກ່ພວກເຈົ້າທຸກຄົນວ່າ: ຢ່າຄິດປະເມີນຕົນເອງສູງເກີນກວ່າທີ່ຄວນ ແຕ່ຈົ່ງຄິດປະເມີນຕົນຢ່າງມີສະຕິຕາມຂະໜາດຄວາມເຊື່ອທີ່ພຣະເຈົ້າໄດ້ໃຫ້ພວກເຈົ້າແຕ່ລະຄົນນັ້ນ. ເພາະວ່າ ພວກເຮົາແຕ່ລະຄົນມີຮ່າງກາຍດຽວທີ່ປະກອບດ້ວຍອະໄວຍະວະຫລາຍຢ່າງ ແລະ ອະໄວຍະວະເຫລົ່ານັ້ນກໍມີໜ້າທີ່ບໍ່ຄືກັນສັນໃດ, ດັ່ງນັ້ນ ໃນພຣະຄຣິດເຈົ້າ ພວກເຮົາຫລາຍຄົນກໍປະກອບເຂົ້າເປັນກາຍດຽວ ແລະ ແຕ່ລະອະໄວຍະວະກໍເປັນສ່ວນໜຶ່ງຂອງອະໄວຍະວະທັງໝົດສັນນັ້ນ. ພວກເຮົາມີຂອງປະທານແຕກຕ່າງກັນ ຕາມພຣະຄຸນທີ່ໄດ້ໃຫ້ແກ່ພວກເຮົາ. ຖ້າຜູ້ໃດມີຂອງປະທານດ້ານການປະກາດພຣະທຳ ກໍຈົ່ງໃຊ້ຂອງປະທານນີ້ຕາມຂະໜາດຄວາມເຊື່ອທີ່ຕົນມີ.3 ຖ້າມີດ້ານການບົວລະບັດຮັບໃຊ້ ກໍຈົ່ງບົວລະບັດຮັບໃຊ້, ຖ້າມີດ້ານການສັ່ງສອນ ກໍຈົ່ງສັ່ງສອນ, ຖ້າມີດ້ານການໜູນໃຈ ກໍຈົ່ງໜູນໃຈ, ຖ້າມີດ້ານການບໍລິຈາກ ກໍຈົ່ງບໍລິຈາກດ້ວຍໃຈກວ້າງຂວາງ, ຖ້າມີດ້ານການເປັນຜູ້ນຳ ກໍຈົ່ງປົກຄອງດ້ວຍຄວາມເອົາໃຈໃສ່, ຖ້າມີດ້ານການສະແດງຄວາມເມດຕາ ກໍຈົ່ງເຮັດດ້ວຍໃຈຍິນດີ.
ຮັກດ້ວຍການກະທຳ
ຈົ່ງຮັກດ້ວຍຄວາມຈິງໃຈ ຈົ່ງກຽດຊັງສິ່ງທີ່ຊົ່ວ ຈົ່ງຢຶດໝັ້ນໃນສິ່ງທີ່ດີ. ຈົ່ງຮັກເຊິ່ງກັນແລະກັນເໝືອນດັ່ງພີ່ນ້ອງ ຈົ່ງໃຫ້ກຽດເຊິ່ງກັນແລະກັນໂດຍຖືວ່າຜູ້ອື່ນດີກວ່າຕົນ. ຢ່າຂາດຄວາມກະຕືລືລົ້ນ ແຕ່ຈົ່ງຮັກສາຄວາມຮ້ອນຮົນຝ່າຍຈິດວິນຍານຂອງພວກເຈົ້າໄວ້ ແລະ ຮັບໃຊ້ອົງພຣະຜູ້ເປັນເຈົ້າ. ຈົ່ງຊື່ນຊົມຍິນດີໃນຄວາມຫວັງ ຈົ່ງອົດທົນຕໍ່ຄວາມຍາກລໍາບາກ ແລະ ຈົ່ງສັດຊື່ໃນການອະທິຖານ. ຈົ່ງແບ່ງປັນແກ່ບັນດາຄົນຂອງອົງພຣະຜູ້ເປັນເຈົ້າຜູ້ທີ່ມີຄວາມຕ້ອງການ. ຈົ່ງຕ້ອນຮັບແຂກດ້ວຍໃຈເຫລື້ອມໃສ.
ຈົ່ງອວຍພອນແກ່ຜູ້ທີ່ຂົ່ມເຫັງພວກເຈົ້າ, ຈົ່ງອວຍພອນ ແລະ ຢ່າປ້ອຍດ່າເລີຍ. ຈົ່ງຊື່ນຊົມຍິນດີຮ່ວມກັບຜູ້ທີ່ຊື່ນຊົມຍິນດີ ຈົ່ງຮ້ອງໄຫ້ຮ່ວມກັບຜູ້ທີ່ຮ້ອງໄຫ້. ຈົ່ງຢູ່ຮ່ວມກັນດ້ວຍຄວາມປອງດອງ ຢ່າອວດອົ່ງຈອງຫອງ ແຕ່ຈົ່ງເຕັມໃຈຄົບຫາສະມາຄົມກັບຄົນທີ່ມີຖານະທີ່ຕ່ຳ4 ຢ່າອວດອົ່ງທະນົງຕົນ.
ຢ່າເຮັດຊົ່ວຕອບແທນຄົນທີ່ເຮັດຊົ່ວ ຈົ່ງເອົາໃຈໃສ່ເຮັດໃນສິ່ງທີ່ຄົນທັງຫລາຍເຫັນວ່າຖືກຕ້ອງ. ຖ້າເປັນໄດ້ ໃນເລື່ອງທີ່ຂຶ້ນຢູ່ກັບພວກເຈົ້ານັ້ນ ຈົ່ງຢູ່ກັບທຸກໆຄົນຢ່າງສະຫງົບສຸກ. ເພື່ອນທີ່ຮັກຂອງເຮົາເອີຍ, ຢ່າແກ້ແຄ້ນເລີຍ ແຕ່ຈົ່ງປ່ອຍໃຫ້ພຣະເຈົ້າສະແດງຄວາມໂກດຮ້າຍຂອງພຣະອົງ ເພາະມີຂຽນໄວ້ໃນພຣະຄຳພີວ່າ, “ການແກ້ແຄ້ນເປັນໜ້າທີ່ຂອງເຮົາ ເຮົາເອງຈະຕອບແທນ”.5 ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້. ໃນທາງກົງກັນຂ້າມ,
“ຖ້າສັດຕູຂອງເຈົ້າຫິວເຂົ້າ ຈົ່ງເອົາອາຫານໃຫ້ລາວກິນ
ເມື່ອລາວຫິວນ້ຳ ຈົ່ງເອົານ້ຳໃຫ້ລາວດື່ມ
ການເຮັດຢ່າງນັ້ນ, ເປັນການທີ່ເຈົ້າໄດ້ກອງຖ່ານໄຟທີ່ລຸກໄໝ້ຢູ່ໃສ່ໄວ້ເທິງຫົວຂອງລາວ”.6
ຢ່າໃຫ້ຄວາມຊົ່ວໄດ້ຊະນະເຈົ້າ ແຕ່ຈົ່ງຊະນະຄວາມຊົ່ວດ້ວຍຄວາມດີ.
Source notes (6)
- Footnote ຫລື ທີ່ໄດ້ຮັບການແຍກໄວ້ສຳລັບພຣະເຈົ້າ
- Footnote ຫລື ທີ່ສົມເຫດສົມຜົນ
- Footnote ຫລື ໃຫ້ສອດຄ່ອງກັບຄວາມເຊື່ອ
- Footnote ຫລື ເຕັມໃຈເຮັດວຽກງານທີ່ຕ່ຳຕ້ອຍ
- Footnote ພບຍ 32:35
- Footnote ສພສ 25:21,22
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.