Biblica® Open Lao Contemporary Version
ໂຣມ 13
ການຍອມເຊື່ອຟັງຜູ້ມີອຳນາດປົກຄອງ
ທຸກຄົນຕ້ອງຍອມເຊື່ອຟັງຜູ້ມີອຳນາດປົກຄອງ ເພາະບໍ່ມີຜູ້ໃດມີອຳນາດເວັ້ນແຕ່ພຣະເຈົ້າແຕ່ງຕັ້ງຂຶ້ນ. ອຳນາດຕ່າງໆທີ່ມີຢູ່ນັ້ນກໍລ້ວນແຕ່ໄດ້ຮັບການແຕ່ງຕັ້ງຈາກພຣະເຈົ້າ. ເຫດສະນັ້ນ ຜູ້ໃດທີ່ຕໍ່ຕ້ານຜູ້ມີອຳນາດກໍກຳລັງຕໍ່ຕ້ານຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງ ແລະ ຜູ້ໃດທີ່ເຮັດເຊັ່ນນັ້ນກໍຈະນຳການຕັດສິນລົງໂທດມາສູ່ຕົນເອງ. ດ້ວຍວ່າ ພວກຜູ້ປົກຄອງນັ້ນບໍ່ເປັນໜ້າຢ້ານສຳລັບຄົນທີ່ເຮັດຖືກ ແຕ່ເປັນໜ້າຢ້ານສຳລັບຄົນທີ່ເຮັດຜິດ. ເຈົ້າຢາກຈະພົ້ນຈາກຄວາມຢ້ານຕໍ່ຜູ້ມີອຳນາດແມ່ນບໍ? ດັ່ງນັ້ນ ກໍຈົ່ງເຮັດແຕ່ສິ່ງທີ່ຖືກຕ້ອງ ແລ້ວເຈົ້າກໍຈະໄດ້ຮັບການຍ້ອງຍໍ. ເພາະຜູ້ມີອຳນາດນັ້ນເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພື່ອໃຫ້ເກີດຜົນປະໂຫຍດຂອງເຈົ້າ ແຕ່ຖ້າເຈົ້າເຮັດຜິດກໍຈົ່ງຢ້ານ ເພາະພວກຜູ້ປົກຄອງນັ້ນບໍ່ໄດ້ຖືດາບໄວ້ລ້າໆ. ພວກເພິ່ນເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເປັນຕົວແທນຂອງຄວາມໂກດຮ້າຍທີ່ຈະນຳເອົາການລົງໂທດມາສູ່ຜູ້ທີ່ເຮັດຜິດ. ເຫດສະນັ້ນ ຈຶ່ງຈໍາເປັນຕ້ອງຍອມເຊື່ອຟັງຜູ້ມີອຳນາດ ບໍ່ພຽງເພາະເຫັນແກ່ຄວາມຢ້ານການລົງໂທດ ແຕ່ເພາະເຫັນແກ່ຈິດສຳນຶກດ້ວຍ.
ນີ້ຄືເຫດຜົນທີ່ພວກເຈົ້າເສຍພາສີ ເພາະຜູ້ມີອຳນາດເປັນຜູ້ຮັບໃຊ້ຂອງພຣະເຈົ້າ ຜູ້ໃຫ້ເວລາທັງໝົດຂອງຕົນໃນການປົກຄອງບ້ານເມືອງ. ຈົ່ງໃຫ້ແກ່ທຸກຄົນໃນສິ່ງທີ່ພວກເຈົ້າໜີ້ພວກເຂົາຄື: ຖ້າພວກເຈົ້າໜີ້ພາສີ ຈົ່ງເສຍພາສີ, ຖ້າຕິດຄ້າງອາກອນ ຈົ່ງເສຍອາກອນ, ຖ້າສົມຄວນໃຫ້ຄວາມເຄົາລົບ ຈົ່ງໃຫ້ຄວາມເຄົາລົບ, ຖ້າສົມຄວນໃຫ້ກຽດ ຈົ່ງໃຫ້ກຽດ.
ການສະແດງຄວາມຮັກຕໍ່ກັນແລະກັນ
ຢ່າຕິດຄ້າງເປັນໜີ້ຜູ້ໃດ ເວັ້ນແຕ່ໜີ້ທີ່ບໍ່ອາດຈ່າຍຄືນໄດ້ໝົດ ຄືຄວາມຮັກທີ່ມີຕໍ່ກັນແລະກັນ ເພາະຜູ້ທີ່ຮັກຄົນອື່ນກໍໄດ້ປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນແລ້ວ. ຂໍ້ບັນຍັດທີ່ວ່າ, “ຢ່າຫລິ້ນຊູ້, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າໂລບ”1 ແລະ ພຣະບັນຍັດອື່ນໆກໍລວມຢູ່ໃນຂໍ້ດຽວກັນນີ້ຄື, “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ”.2 ຄວາມຮັກບໍ່ເຮັດອັນຕະລາຍຕໍ່ເພື່ອນບ້ານຂອງຕົນ ເຫດສະນັ້ນ ການມີຄວາມຮັກຈຶ່ງເປັນການປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນແລ້ວ.
ແລະ ຈົ່ງເຮັດຢ່າງນີ້, ຈົ່ງເຂົ້າໃຈເວລາປັດຈຸບັນຄື ເຖິງເວລາແລ້ວ ທີ່ພວກເຈົ້າຈະຕື່ນຈາກຫລັບ ເພາະວ່າບັດນີ້ ຄວາມພົ້ນຂອງພວກເຮົາແມ່ນໃກ້ເຂົ້າມາຫລາຍຂຶ້ນກວ່າເວລາທີ່ພວກເຮົາໄດ້ເຊື່ອໃນຕອນທຳອິດ. ກາງຄືນໃກ້ຈະໝົດໄປ ກາງເວັນກໍໃກ້ເຂົ້າມາແລ້ວ ດັ່ງນັ້ນ ໃຫ້ພວກເຮົາຖອດພຶດຕິກຳຂອງຄວາມມືດອອກໄປ ແລະ ສວມຍຸດທະພັນຂອງຄວາມສະຫວ່າງ. ໃຫ້ເຮົາປະພຶດຕົນຢ່າງເໝາະສົມເໝືອນຢູ່ໃນເວລາກາງເວັນ, ບໍ່ໄປມົ້ວສຸມ ແລະ ເມົາເຫລົ້າ, ບໍ່ເຮັດຜິດສິນທຳທາງເພດ ແລະ ມົວເມົາ, ບໍ່ວິວາດຜິດຖຽງ ແລະ ອິດສາກັນ. ແຕ່ຈົ່ງປະດັບກາຍດ້ວຍພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຢ່າຄິດຈັດຫາອັນໃດເພື່ອສະໜອງຄວາມປາຖະໜາຂອງທຳມະຊາດບາບ.3
Source notes (3)
- Footnote ອພຍ 20:13-15,17; ພບຍ 5:17-19,21
- Footnote ລລວ 19:18
- Footnote ຫລື ເນື້ອໜັງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.