Biblica® Open Lao Contemporary Version
ໂຣມ 9
ຄວາມທຸກໃຈຂອງໂປໂລຕໍ່ອິດສະຣາເອນ
ເຮົາຢູ່ໃນພຣະຄຣິດເຈົ້າເຮົາເວົ້າຄວາມຈິງ ເຮົາບໍ່ໄດ້ກຳລັງເວົ້າຕົວະ, ຈິດສຳນຶກຂອງເຮົາກໍຢືນຢັນໂດຍພຣະວິນຍານບໍລິສຸດເຈົ້າວ່າ ເຮົາມີຄວາມທຸກໂສກໜັກ ແລະ ເຈັບປວດຫົວໃຈຢ່າງບໍ່ສິ້ນສຸດ. ເພາະເຮົາປາຖະໜາວ່າ ຖ້າເປັນໄປໄດ້ຂໍໃຫ້ເຮົາເອງຖືກສາບແຊ່ງ ແລະ ຖືກຕັດຂາດຈາກພຣະຄຣິດເຈົ້າ ເພື່ອເຫັນແກ່ພີ່ນ້ອງຂອງເຮົາຜູ້ເປັນຄົນເຊື້ອຊາດດຽວກັນກັບເຮົາ, ຄືປະຊາຊົນອິດສະຣາເອນ. ພວກເຂົາໄດ້ຖືກຮັບມາເປັນບຸດຂອງພຣະເຈົ້າ, ໄດ້ຮັບສະຫງ່າລາສີຂອງພຣະເຈົ້າ, ໄດ້ຮັບບັນດາພັນທະສັນຍາ, ໄດ້ຮັບກົດບັນຍັດ, ພິທີນະມັດສະການໃນວິຫານ ແລະ ສັນຍາຕ່າງໆ. ພວກເຂົາມີບັນພະບຸລຸດຜູ້ຍິ່ງໃຫຍ່ ແລະ ເມື່ອພຣະຄຣິດເຈົ້າບັງເກີດເປັນມະນຸດ ພຣະອົງກໍສືບເຊື້ອສາຍມາຈາກພວກເຂົາ, ຂໍໃຫ້ພຣະເຈົ້າຜູ້ເປັນພຣະເຈົ້າເໜືອສິ່ງສາລະພັດ ຈົ່ງໄດ້ຮັບການສັນລະເສີນຕະຫລອດໄປເປັນນິດ!1 ອາແມນ.
ການເລືອກຂອງພຣະເຈົ້າ
ບໍ່ແມ່ນວ່າຖ້ອຍຄຳຂອງພຣະເຈົ້ານັ້ນໄດ້ລົ້ມເຫລວໄປ ເພາະວ່າບໍ່ແມ່ນທຸກຄົນທີ່ສືບເຊື້ອສາຍຈາກອິດສະຣາເອນນັ້ນຈະເປັນອິດສະຣາເອນ. ບໍ່ແມ່ນທຸກຄົນທີ່ສືບເຊື້ອສາຍຂອງອັບຣາຮາມຈະເປັນລູກຫລານຂອງອັບຣາຮາມ. ແຕ່ກົງກັນຂ້າມ, “ເຊື້ອສາຍຂອງເຈົ້າຈະນັບມາທາງອີຊາກ”.2 ໝາຍຄວາມວ່າຄົນທີ່ເປັນບຸດຂອງພຣະເຈົ້ານັ້ນບໍ່ແມ່ນເປັນບຸດຕາມສາຍເລືອດ ແຕ່ເປັນບຸດຕາມສັນຍາ ຈຶ່ງຖືວ່າເປັນເຊື້ອສາຍຂອງອັບຣາຮາມ. ເພາະຄຳສັນຍາໄດ້ລະບຸໄວ້ວ່າ, “ເມື່ອເຖິງເວລາທີ່ກຳນົດເຮົາຈະກັບຄືນມາ ແລະ ນາງຊາຣາກໍຈະມີລູກຊາຍຄົນໜຶ່ງ”.3
ບໍ່ແມ່ນພຽງແຕ່ເທົ່ານັ້ນ, ແຕ່ລູກຊາຍສອງຄົນທີ່ເຣເບກາຖືພາໃນເວລາດຽວກັນກໍມີພໍ່ຄົນດຽວກັນຄືອີຊາກ ເຊິ່ງເປັນບັນພະບຸລຸດຂອງພວກເຮົາ. ແຕ່ກ່ອນທີ່ລູກແຝດນັ້ນຈະເກີດມາ ຫລື ກ່ອນທີ່ພວກເຂົາຈະເຮັດສິ່ງດີ ຫລື ສິ່ງຊົ່ວອັນໃດ, ກໍເພື່ອວ່າຄວາມປະສົງຂອງພຣະເຈົ້າໃນການເລືອກນັ້ນຈະຕັ້ງໝັ້ນຄົງຢູ່ ຄືບໍ່ແມ່ນເປັນໄປຕາມການປະຕິບັດ ແຕ່ເປັນໄປຕາມພຣະອົງຜູ້ເອີ້ນ ພຣະອົງໄດ້ກ່າວກັບນາງວ່າ, “ຜູ້ເປັນອ້າຍຈະຮັບໃຊ້ຜູ້ເປັນນ້ອງ”.4 ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ເຮົາໄດ້ຮັກຢາໂຄບ, ແຕ່ເຮົາໄດ້ກຽດຊັງເອຊາວ”.5
ແລ້ວພວກເຮົາຈະວ່າຢ່າງໃດ? ພຣະເຈົ້າບໍ່ຍຸຕິທຳບໍ? ບໍ່ແມ່ນດອກ! ເພາະພຣະອົງກ່າວກັບໂມເຊວ່າ,
“ເຮົາຈະເມດຕາຜູ້ໃດ ເຮົາກໍເມດຕາຜູ້ນັ້ນ
ແລະ ເຮົາຈະກະລຸນາຜູ້ໃດ ເຮົາກໍກະລຸນາຜູ້ນັ້ນ”.6
ເຫດສະນັ້ນ, ສິ່ງນີ້ບໍ່ໄດ້ຂຶ້ນຢູ່ກັບຄວາມປາຖະໜາ ຫລື ຄວາມພະຍາຍາມຂອງມະນຸດ ແຕ່ຂຶ້ນຢູ່ກັບຄວາມເມດຕາຂອງພຣະເຈົ້າ. ເພາະໃນພຣະຄຳພີ ພຣະເຈົ້າກ່າວແກ່ຟາໂຣວ່າ, “ເຮົາໄດ້ຍົກເຈົ້າຂຶ້ນກໍເພື່ອຈຸດປະສົງຂໍ້ນີ້ ເພື່ອເຮົາຈະໄດ້ສະແດງລິດອຳນາດຂອງເຮົາໃຫ້ປາກົດທາງເຈົ້າ ແລະ ເພື່ອນາມຂອງເຮົາປະກາດໄປທົ່ວໂລກ”.7 ເຫດສະນັ້ນ, ພຣະເຈົ້າເມດຕາຕໍ່ຜູ້ທີ່ປະສົງຈະເມດຕາ ແລະ ພຣະອົງປະສົງຈະໃຫ້ຜູ້ໃດມີໃຈແຂງກະດ້າງ ພຣະອົງກໍເຮັດໃຫ້ຜູ້ນັ້ນມີໃຈແຂງກະດ້າງ.
ບາງຄົນໃນພວກເຈົ້າຈະກ່າວກັບເຮົາວ່າ, “ຖ້າເປັນດັ່ງນັ້ນ ເປັນຫຍັງພຣະເຈົ້າຍັງຕຳໜິພວກເຮົາຢູ່? ເພາະຜູ້ໃດຈະຂັດຂືນຄວາມປະສົງຂອງພຣະອົງໄດ້?” ແຕ່ມະນຸດເອີຍ, ພວກເຈົ້າເປັນຜູ້ໃດຈຶ່ງກ້າກ່າວຕອບໂຕ້ພຣະເຈົ້າໄດ້? “ສົມຄວນບໍທີ່ສິ່ງທີ່ຖືກສ້າງຈະກ່າວກັບຜູ້ສ້າງວ່າ, ‘ເປັນຫຍັງເຈົ້າຈຶ່ງສ້າງຂ້ອຍແບບນີ້’?”8 ຊ່າງປັ້ນໝໍ້ນັ້ນບໍ່ມີສິດເອົາດິນກ້ອນດຽວກັນມາປັ້ນເປັນພາຊະນະເພື່ອວັດຖຸປະສົງພິເສດ ແລະ ປັ້ນເປັນພາຊະນະເພື່ອໃຊ້ງານທົ່ວໄປບໍ?
ຈະເປັນຢ່າງໃດຖ້າຫາກວ່າພຣະເຈົ້າຈະເລືອກທີ່ຈະສະແດງຄວາມໂກດຮ້າຍຂອງພຣະອົງ ແລະ ເຮັດໃຫ້ລິດອຳນາດຂອງພຣະອົງເປັນທີ່ຮູ້ຈັກ, ແຕ່ພຣະອົງໄດ້ອົດທົນອົດກັ້ນຕໍ່ຜູ້ທີ່ເປັນເປົ້າຂອງຄວາມໂກດຮ້າຍຂອງພຣະອົງ ເຊິ່ງຈັດຕຽມໄວ້ສຳລັບຄວາມຈິບຫາຍ? ຈະວ່າຢ່າງໃດຖ້າພຣະອົງກະທຳຢ່າງນີ້ເພື່ອສະແດງສະຫງ່າລາສີອັນອຸດົມສົມບູນແກ່ບັນດາຜູ້ທີ່ໄດ້ຮັບຄວາມເມດຕາຂອງພຣະອົງ ຜູ້ທີ່ພຣະອົງຈັດຕຽມໄວ້ລ່ວງໜ້າເພື່ອສະຫງ່າລາສີນັ້ນ? ລວມທັງພວກເຮົາທັງຫລາຍຜູ້ທີ່ພຣະອົງໄດ້ເອີ້ນໄວ້ເໝືອນກັນ, ບໍ່ແມ່ນຈາກຄົນຢິວເທົ່ານັ້ນ ແຕ່ຈາກຄົນຕ່າງຊາດດ້ວຍ. ຕາມທີ່ພຣະອົງໄດ້ກ່າວໄວ້ໃນພຣະທຳໂຮເສອາວ່າ,
“ເຮົາຈະເອີ້ນຜູ້ທີ່ບໍ່ໄດ້ເປັນປະຊາຊົນຂອງເຮົາວ່າ ‘ປະຊາຊົນຂອງເຮົາ’
ແລະ ເອີ້ນຜູ້ທີ່ເຮົາບໍ່ຮັກວ່າ ‘ຜູ້ທີ່ເຮົາຮັກ,’ ”9
ແລະ
“ໃນບ່ອນທີ່ກ່າວກັບພວກເຂົາວ່າ,
‘ພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ,’
ພວກເຂົາຈະໄດ້ຊື່ວ່າ ‘ລູກຂອງພຣະເຈົ້າຜູ້ມີຊີວິດຢູ່’ ”.10
ເອຊາຢາປະກາດກ່ຽວກັບຊົນຊາດອິດສະຣາເອນວ່າ,
“ເຖິງວ່າຊົນຊາດອິດສະຣາເອນຈະມີຫລວງຫລາຍເໝືອນດັ່ງເມັດຊາຍທີ່ແຄມທະເລ
ແຕ່ຈະມີໜ້ອຍຄົນເທົ່ານັ້ນຈະໄດ້ພົ້ນ.
ດ້ວຍວ່າ ອົງພຣະຜູ້ເປັນເຈົ້າຈະພິພາກສາ
ລົງໂທດໂລກນີ້ໂດຍໄວ ແລະ ເດັດຂາດ”.11
ຕາມທີ່ເອຊາຢາໄດ້ກ່າວໄວ້ລ່ວງໜ້າວ່າ,
“ຖ້າອົງພຣະຜູ້ເປັນເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່
ບໍ່ໄດ້ໃຫ້ພວກເຮົາມີເຊື້ອສາຍເຫລືອຢູ່
ພວກເຮົາກໍຄົງຈະເປັນເໝືອນເມືອງໂຊໂດມ
ພວກເຮົາກໍຄົງຈະເປັນເໝືອນເມືອງໂກໂມຣາ”.12
ຊົນຊາດອິດສະຣາເອນບໍ່ເຊື່ອ
ຖ້າເປັນດັ່ງນີ້ແລ້ວພວກເຮົາຈະວ່າຢ່າງໃດ? ຄົນຕ່າງຊາດຜູ້ທີ່ບໍ່ໄດ້ດິ້ນລົນຫາຄວາມຊອບທຳກໍຍັງໄດ້ຮັບຄວາມຊອບທຳຄື ຄວາມຊອບທຳໂດຍທາງຄວາມເຊື່ອ, ແຕ່ຊົນຊາດອິດສະຣາເອນທີ່ດິ້ນລົນຫາກົດບັນຍັດແຫ່ງຄວາມຊອບທຳ ກໍບໍ່ໄດ້ບັນລຸເປົ້າໝາຍຂອງພວກເຂົາ. ເປັນຫຍັງຈຶ່ງບໍ່ໄດ້? ກໍເພາະວ່າພວກເຂົາບໍ່ໄດ້ດິ້ນລົນຫາດ້ວຍຄວາມເຊື່ອ ແຕ່ເຮັດຄືກັບວ່າຈະໄດ້ມາດ້ວຍການປະຕິບັດ. ພວກເຂົາຈຶ່ງສະດຸດກ້ອນຫີນທີ່ເຮັດໃຫ້ຊູນສະດຸດນັ້ນ. ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ,
“ເບິ່ງແມ, ເຮົາວາງຫີນກ້ອນໜຶ່ງໄວ້ໃນເມືອງຊີໂອນ ເຊິ່ງເຮັດໃຫ້ຄົນທັງຫລາຍສະດຸດ
ແລະ ເປັນຫີນທີ່ເຮັດໃຫ້ພວກເຂົາລົ້ມລົງ
ແລະ ຜູ້ທີ່ເຊື່ອໃນພຣະອົງຈະບໍ່ໄດ້ຮັບຄວາມອັບອາຍຈັກເທື່ອ”.13
Source notes (13)
- Footnote ຫລື ພຣະຄຣິດເຈົ້າຜູ້ຢູ່ເໜືອສັບພະສິ່ງ. ຂໍໃຫ້ພຣະເຈົ້າໄດ້ຮັບການສັນລະເສີນເປັນນິດ! ຫລື ຂໍໃຫ້ພຣະເຈົ້າຜູ້ຢູ່ເໜືອສັບພະສິ່ງໄດ້ຮັບການສັນລະເສີນເປັນນິດ!
- Footnote ປຖກ 21:12
- Footnote ປຖກ 18:10,14
- Footnote ປຖກ 25:23
- Footnote ມລກ 1:2,3
- Footnote ອພຍ 33:19
- Footnote ອພຍ 9:16
- Footnote ອຊຢ 29:16; 45:9
- Footnote ຮສອ 2:23
- Footnote ຮສອ 1:10
- Footnote ອຊຢ 10:22,23
- Footnote ອຊຢ 1:9
- Footnote ອຊຢ 8:14; 28:16
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.