Biblica® Open Lao Contemporary Version
ພຣະນິມິດ 19
ຮາເລລູຢາສາມເທື່ອຕໍ່ກັບການຫລົ້ມຈົມຂອງບາບີໂລນ
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນສຽງເໝືອນສຽງຮ້ອງຂອງຝູງຊົນໃນສະຫວັນຮ້ອງວ່າ:
“ຮາເລລູຢາ!1
ຄວາມພົ້ນ, ສະຫງ່າລາສີ ແລະ ລິດອຳນາດເປັນຂອງພຣະເຈົ້າຂອງພວກເຮົາທັງຫລາຍ,
ເພາະບັນດາການຕັດສິນຂອງພຣະອົງກໍຖືກຕ້ອງ ແລະ ຍຸຕິທຳ.
ພຣະອົງໄດ້ຕັດສິນລົງໂທດຍິງໂສເພນີທີ່ໂຫດຮ້າຍນັ້ນແລ້ວ
ຜູ້ທີ່ເຮັດໃຫ້ໂລກຊົ່ວຊ້າໄປດ້ວຍການຫລິ້ນຊູ້ຂອງມັນ.
ພຣະອົງໃຫ້ມັນຊົດໃຊ້ເລືອດຂອງຜູ້ຮັບໃຊ້ຂອງພຣະອົງແລ້ວ”.
ແລະ ພວກເຂົາກໍຮ້ອງສຽງດັງອີກວ່າ:
“ຮາເລລູຢາ!
ຄວັນໄຟຈາກເມືອງນັ້ນພຸ່ງຂຶ້ນຕະຫລອດໄປເປັນນິດ”.
ຜູ້ອາວຸໂສຊາວສີ່ທ່ານ ແລະ ສິ່ງທີ່ມີຊີວິດທັງສີ່ກໍກົ້ມລົງ ແລະ ນະມັດສະການພຣະເຈົ້າ ຜູ້ທີ່ນັ່ງຢູ່ເທິງບັນລັງ. ແລະ ພວກເພິ່ນກ່າວວ່າ:
“ອາແມນ, ຮາເລລູຢາ!”
ແລ້ວມີສຽງໜຶ່ງອອກມາຈາກບັນລັງວ່າ:
“ຈົ່ງສັນລະເສີນພຣະເຈົ້າຂອງພວກເຮົາ,
ພວກເຈົ້າທັງຫລາຍທີ່ເປັນຜູ້ຮັບໃຊ້ຂອງພຣະອົງ,
ຜູ້ທີ່ຢຳເກງພຣະອົງ,
ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ!”
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນສຽງເໝືອນສຽງຄົນຈຳນວນຫລວງຫລາຍ, ເໝືອນສຽງນ້ຳໄຫລແຮງ ແລະ ເໝືອນສຽງຟ້າຮ້ອງ, ຮ້ອງວ່າ:
“ຮາເລລູຢາ!
ເພາະອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ນັ້ນປົກຄອງຢູ່.
ໃຫ້ພວກເຮົາທັງຫລາຍຊື່ນຊົມຍິນດີ ແລະ ຍິນດີ
ແລະ ຖວາຍກຽດແກ່ພຣະອົງ!
ເພາະງານສົມລົດຂອງລູກແກະຂອງພຣະເຈົ້າໄດ້ມາເຖິງແລ້ວ,
ແລະ ເຈົ້າສາວຂອງພຣະອົງໄດ້ຕຽມໂຕພ້ອມແລ້ວ.
ຜ້າຝ້າຍລິນິນເນື້ອລະອຽດດີ, ສົດໃສ ແລະ ສະອາດ,
ໄດ້ມອບໃຫ້ແກ່ເຈົ້າສາວເພື່ອສວມໃສ່”.
(ຜ້າຝ້າຍລິນິນເນື້ອລະອຽດດີນັ້ນໝາຍເຖິງການປະຕິບັດອັນຊອບທຳຂອງບັນດາຜູ້ບໍລິສຸດຂອງພຣະເຈົ້າ.)
ແລ້ວເທວະດານັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ຈົ່ງຂຽນວ່າ: ‘ຄວາມສຸກມີແກ່ບັນດາຜູ້ທີ່ໄດ້ຮັບເຊີນມາຮ່ວມງານລ້ຽງສະຫລອງສົມລົດຂອງລູກແກະຂອງພຣະເຈົ້າ!’ ” ແລະ ເທວະດານັ້ນກ່າວຕື່ມອີກວ່າ, “ສິ່ງເຫລົ່ານີ້ເປັນພຣະຄຳແທ້ຂອງພຣະເຈົ້າ”.
ແລ້ວຂ້າພະເຈົ້າໄດ້ໝອບລົງທີ່ຕີນຂອງເທວະດາເພື່ອນະມັດສະການເພິ່ນ. ແຕ່ເທວະດານັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຮ່ວມຮັບໃຊ້ກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານທີ່ຢຶດໝັ້ນໃນຄຳພະຍານເລື່ອງຂອງພຣະເຢຊູເຈົ້າ. ຈົ່ງນະມັດສະການພຣະເຈົ້າ! ເພາະແມ່ນພຣະວິນຍານແຫ່ງການທຳນວາຍທີ່ເປັນພະຍານເລື່ອງພຣະເຢຊູເຈົ້າ”.
ນັກຮົບສະຫວັນເອົາຊະນະສັດຮ້າຍ
ຂ້າພະເຈົ້າໄດ້ເຫັນສະຫວັນເປີດອອກ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າມີມ້າຂາວໂຕໜຶ່ງ, ພຣະອົງຜູ້ຂີ່ມ້ານັ້ນມີຊື່ວ່າສັດຊື່ ແລະ ທ່ຽງແທ້. ພຣະອົງພິພາກສາ ແລະ ສູ້ຮົບດ້ວຍຄວາມຍຸຕິທຳ ດວງຕາຂອງພຣະອົງເໝືອນແປວໄຟ ແລະ ເທິງຫົວພຣະອົງມີມົງກຸດຫລາຍອັນ. ມີຊື່ຈາລຶກໄວ້ເທິງພຣະອົງທີ່ບໍ່ມີຜູ້ໃດຮູ້ຈັກຊື່ນັ້ນເລີຍນອກຈາກພຣະອົງເອງ. ເສື້ອຄຸມທີ່ພຣະອົງຫົ່ມນັ້ນກໍໄດ້ຈຸ່ມໃນເລືອດ ແລະ ນາມຂອງພຣະອົງຄືພຣະຄຳຂອງພຣະເຈົ້າ. ບັນດາກອງທັບຂອງສະຫວັນໄດ້ຕິດຕາມພຣະອົງໄປ, ນັ່ງຢູ່ເທິງມ້າຂາວ ແລະ ນຸ່ງຜ້າຝ້າຍລິນິນເນື້ອລະອຽດດີ, ຂາວ ແລະ ສະອາດ. ມີດາບຄົມອອກມາຈາກປາກຂອງພຣະອົງ ໃຊ້ດາບນີ້ຟາດລົງທີ່ຊົນຊາດທັງຫລາຍ. “ພຣະອົງຈະປົກຄອງພວກເຂົາດ້ວຍຄ້ອນເຫລັກ”.2 ພຣະອົງຢຽບໃນອ່າງຢຽບອະງຸ່ນແຫ່ງຄວາມໃຈຮ້າຍຂອງຄວາມໂກດຮ້າຍຂອງພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່. ທີ່ເສື້ອຄຸມ ແລະ ທີ່ກົກຂາຂອງພຣະອົງມີນາມນີ້ຈາລຶກວ່າ:
ກະສັດເໜືອກະສັດທັງຫລາຍ ແລະ ເຈົ້ານາຍເໜືອເຈົ້ານາຍທັງຫລາຍ.
ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນໜຶ່ງຢືນຢູ່ໃນຕາເວັນ ເຊິ່ງຮ້ອງສຽງດັງໃສ່ນົກທັງຫລາຍທີ່ກຳລັງບິນຢູ່ກາງອາກາດວ່າ, “ຈົ່ງມາ, ມາເຕົ້າໂຮມກັນເພື່ອງານລ້ຽງໃຫຍ່ຂອງພຣະເຈົ້າ, ເພື່ອພວກເຈົ້າຈະໄດ້ກິນຊີ້ນຂອງບັນດາກະສັດ, ຊີ້ນຂອງບັນດານາຍພົນ ແລະ ຜູ້ມີອຳນາດ, ຊີ້ນມ້າ ແລະ ຊີ້ນຂອງຄົນຂີ່ມ້າ ແລະ ຊີ້ນຂອງປະຊາຊົນທັງໝົດ, ຊີ້ນຂອງອິດສະຫລະ ແລະ ຂ້າທາດ, ຊີ້ນຂອງຜູ້ໃຫຍ່ ແລະ ຜູ້ນ້ອຍ”.
ແລ້ວຂ້າພະເຈົ້າກໍໄດ້ເຫັນສັດຮ້າຍ ແລະ ບັນດາກະສັດຂອງໂລກພ້ອມທັງກອງທັບຂອງພວກເຂົາມາເຕົ້າໂຮມກັນເພື່ອສູ້ຮົບກັບພຣະອົງຜູ້ນັ່ງຢູ່ເທິງມ້າ ແລະ ກອງທັບຂອງພຣະອົງ. ແຕ່ສັດຮ້າຍນັ້ນຖືກຈັບພ້ອມດ້ວຍຜູ້ທຳນວາຍປອມທີ່ໄດ້ເຮັດໝາຍສຳຄັນແທນສັດຮ້າຍນັ້ນ. ດ້ວຍໝາຍສຳຄັນເຫລົ່ານີ້ມັນໄດ້ຫລອກລວງບັນດາຜູ້ທີ່ໄດ້ຮັບເຄື່ອງໝາຍຂອງສັດຮ້າຍນັ້ນ ແລະ ໄດ້ຂາບໄຫວ້ຮູບຈຳລອງຂອງມັນ. ທັງສັດຮ້າຍ ແລະ ຜູ້ທຳນວາຍປອມໄດ້ຖືກຖິ້ມລົງທັງເປັນໃນບຶງໄຟທີ່ມີມາດລຸກໄໝ້ຢູ່. ສ່ວນພວກທີ່ເຫລືອກໍຖືກຂ້າດ້ວຍດາບທີ່ອອກມາຈາກປາກຂອງພຣະອົງຜູ້ນັ່ງຢູ່ເທິງມ້ານັ້ນ, ແລະ ນົກທັງໝົດກໍພາກັນກິນຊີ້ນຂອງພວກເຂົາ.
Source notes (2)
- Footnote ແປວ່າ ສັນລະເສີນພຣະເຈົ້າ ເຊັ່ນດຽວກັບຂໍ້ 3-4 ແລະ 6
- Footnote ພສສ 2:9
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.