Biblica® Open Lao Contemporary Version
ພຣະນິມິດ 20
ໜຶ່ງພັນປີ
ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນໜຶ່ງລົງມາຈາກສະຫວັນ, ຖືກະແຈຂອງເຫວເລິກ ແລະ ໂສ້ເສັ້ນໃຫຍ່ໃນມືຂອງເພິ່ນ. ເທວະດານັ້ນໄດ້ຈັບພະຍານາກທີ່ເປັນງູດຶກດຳບັນ, ຜູ້ທີ່ເປັນມານຮ້າຍ ຫລື ມານຊາຕານ ແລະ ຜູກມັດມັນໄວ້ໜຶ່ງພັນປີ. ເພິ່ນໄດ້ໂຍນມັນລົງໃນເຫວເລິກ, ໃສ່ກະແຈ ແລະ ປະທັບຕາໃສ່ມັນໄວ້ ເພື່ອບໍ່ໃຫ້ມັນອອກມາຫລອກລວງບັນດາປະຊາຊາດທັງຫລາຍອີກຈົນກວ່າຈະຄົບໜຶ່ງພັນປີ. ຫລັງຈາກນັ້ນ, ມັນຈະຕ້ອງຖືກປ່ອຍອອກມາຊົ່ວໄລຍະສັ້ນໆ.
ຂ້າພະເຈົ້າໄດ້ເຫັນບັນລັງຕ່າງໆ ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນຄືບັນດາຜູ້ໄດ້ຮັບສິດອຳນາດໃຫ້ພິພາກສາ. ແລະ ຂ້າພະເຈົ້າໄດ້ເຫັນຈິດວິນຍານຂອງບັນດາຄົນທັງຫລາຍທີ່ຖືກຕັດຫົວເພາະເປັນພະຍານເລື່ອງພຣະເຢຊູເຈົ້າ ແລະ ເພາະພຣະທຳຂອງພຣະເຈົ້າ. ພວກເຂົາ1ບໍ່ໄດ້ຂາບໄຫວ້ສັດຮ້າຍ ຫລື ຮູບຈຳລອງຂອງມັນ ແລະ ບໍ່ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມື. ພວກເຂົາໄດ້ກັບຄືນມາມີຊີວິດ ແລະ ຄອບຄອງຮ່ວມກັບພຣະຄຣິດເຈົ້າໜຶ່ງພັນປີ. (ສ່ວນຄົນຕາຍອື່ນໆທີ່ເຫລືອຢູ່ນັ້ນ ບໍ່ໄດ້ກັບຄືນມາມີຊີວິດຈົນກວ່າຈະຄົບໜຶ່ງພັນປີ). ນີ້ແມ່ນການເປັນຄືນມາຈາກຕາຍຄັ້ງທີໜຶ່ງ. ບັນດາຜູ້ຮ່ວມໃນການເປັນຄືນມາຈາກຕາຍຄັ້ງທີໜຶ່ງນີ້ກໍເປັນສຸກ ແລະ ບໍລິສຸດ. ຄວາມຕາຍຄັ້ງທີສອງຈະບໍ່ມີອຳນາດເໜືອພວກເຂົາ, ແຕ່ພວກເຂົາຈະເປັນປະໂລຫິດຂອງພຣະເຈົ້າ ແລະ ຂອງພຣະຄຣິດເຈົ້າ ແລະ ຈະປົກຄອງຮ່ວມກັບພຣະອົງເປັນເວລາໜຶ່ງພັນປີ.
ການພິພາກສາມານຊາຕານ
ເມື່ອໜຶ່ງພັນປີຜ່ານພົ້ນໄປແລ້ວ, ມານຊາຕານຈະຖືກປ່ອຍອອກມາຈາກບ່ອນຄຸກຂອງມັນ ແລະ ມັນຈະອອກໄປຫລອກລວງບັນດາປະຊາຊາດທັງຫລາຍທົ່ວສີ່ມຸມຂອງໂລກທີ່ເອີ້ນວ່າໂກກ ແລະ ມາໂກກ. ເພື່ອຮວບຮວມພວກເຂົາມາເຮັດການສູ້ຮົບ. ພວກເຂົາມີຈຳນວນຫລວງຫລາຍເໝືອນດັ່ງເມັດຊາຍຢູ່ຕາມຝັ່ງທະເລ. ພວກເຂົາຍົກທັບຂ້າມຄວາມກວ້າງຂອງໂລກ ແລະ ມາອ້ອມຄ້າຍຂອງບັນດາຄົນຂອງພຣະເຈົ້າ ຄືນະຄອນທີ່ພຣະອົງຮັກນັ້ນ. ແຕ່ໄຟຈາກສະຫວັນໄດ້ລົງມາ ແລະ ເຜົາຜານພວກເຂົາ. ແລະ ມານຮ້າຍທີ່ຫລອກລວງພວກເຂົາກໍຖືກຖິ້ມລົງໃນບຶງໄຟທີ່ມີມາດໄໝ້ຢູ່, ບ່ອນທີ່ສັດຮ້າຍ ແລະ ຜູ້ທຳນວາຍປອມໄດ້ຖືກຖິ້ມລົງໄປກ່ອນແລ້ວ. ພວກມັນຈະທົນທຸກທໍລະມານທັງກາງເວັນ ແລະ ກາງຄືນຕະຫລອດໄປເປັນນິດ.
ການພິພາກສາຄົນຕາຍ
ແລ້ວຂ້າພະເຈົ້າກໍໄດ້ເຫັນບັນລັງໃຫຍ່ສີຂາວ ແລະ ພຣະອົງຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນ. ເມື່ອພຣະອົງປາກົດ ແຜ່ນດິນໂລກ ແລະ ທ້ອງຟ້າກໍໜີໄປ, ແລະ ບໍ່ມີບ່ອນສຳລັບພວກເຂົາ. ແລະ ຂ້າພະເຈົ້າໄດ້ເຫັນບັນດາທີ່ຄົນຕາຍແລ້ວ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍຢືນຢູ່ຕໍ່ໜ້າບັນລັງ ແລະ ໜັງສືຕ່າງໆກໍໄດ້ເປີດອອກ. ມີໜັງສືອີກເຫລັ້ມໜຶ່ງກໍໄດ້ເປີດອອກເໝືອນກັນ ເຊິ່ງເປັນໜັງສືແຫ່ງຊີວິດ. ຜູ້ທີ່ຕາຍແລ້ວກໍຖືກພິພາກສາຕາມການກະທຳທີ່ພວກເຂົາໄດ້ເຮັດຕາມທີ່ໄດ້ບັນທຶກໄວ້ໃນໜັງສືເຫລົ່ານັ້ນ. ທະເລກໍສົ່ງຄົນທັງຫລາຍທີ່ຕາຍຢູ່ໃນທະເລຄືນມາ, ຄວາມຕາຍ ແລະ ແດນມໍລະນາກໍສົ່ງຄົນທັງຫລາຍທີ່ຕາຍຢູ່ໃນນັ້ນຄືນມາ ແລະ ແຕ່ລະຄົນໄດ້ຖືກພິພາກສາຕາມທີ່ພວກເຂົາໄດ້ເຮັດ. ຫລັງຈາກນັ້ນ ຄວາມຕາຍ ແລະ ແດນມໍລະນາກໍຖືກຖິ້ມລົງໃນບຶງໄຟ. ບຶງໄຟນີ້ແຫລະຄືຄວາມຕາຍຄັ້ງທີສອງ. ຜູ້ໃດທີ່ບໍ່ໄດ້ມີຊື່ຈົດໄວ້ໃນໜັງສືແຫ່ງຊີວິດ ຜູ້ນັ້ນຕ້ອງຖືກຖິ້ມລົງໃນບຶງໄຟ.
Source notes (1)
- Footnote ຄົນທັງຫລາຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.