Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 91

ຜູ້ໃດ​ກໍ​ຕາມ​ທີ່​ອາໄສ​ຢູ່​ໃນ​ທີ່​ກຳບັງ​ຂອງ​ອົງ​ຜູ້​ສູງສຸດ

ຈະ​ໄດ້​ພັກ​ສະຫງົບ​ໃນ​ຮົ່ມ​ເງົາ​ຂອງ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່.

ຂ້ານ້ອຍ​ຈະ​ຕອບ​ພຣະເຈົ້າ​ຢາເວ​ວ່າ,1 “ພຣະອົງ​ເປັນ​ປ້ອມ​ປ້ອງກັນ ແລະ ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ,

ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຜູ້​ທີ່​ຂ້ານ້ອຍ​ໄວ້​ວາງໃຈ”.

ແນ່​ນອນ ພຣະອົງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ

ຈາກ​ກັບດັກ​ທັງຫລາຍ

ແລະ ຈາກ​ໂລກ​ລະບາດ​ອັນ​ຮ້າຍແຮງ.

ພຣະອົງ​ຈະ​ປົກປ້ອງ​ເຈົ້າ​ດ້ວຍ​ປີກ​ຂອງ​ພຣະອົງ,

ແລະ ເຈົ້າ​ຈະ​ລີ້ໄພ​ຢູ່​ໃຕ້​ຫົ່ມ​ປີກ​ຂອງ​ພຣະອົງ;

ຄວາມ​ສັດຊື່​ຂອງ​ພຣະອົງ​ເປັນ​ໂລ່ ແລະ ເປັນ​ປ້ອມ​ປ້ອງກັນ​ຂອງ​ເຈົ້າ.

ເຈົ້າ​ຈະ​ບໍ່​ຕ້ອງ​ຢ້ານ​ຄວາມ​ຢ້ານກົວ​ໃນ​ເວລາ​ກາງຄືນ

ຫລື ລູກສອນ​ທີ່​ຍິງ​ເຂົ້າ​ໃສ່​ໃນ​ເວລາ​ກາງເວັນ,

ຫລື ບໍ່​ຕ້ອງ​ຢ້ານ​ໂລກ​ລະບາດ​ທີ່​ຄຸກຄາມ​ໃນ​ຄວາມ​ມືດ

ຫລື ໄພພິບັດ​ທີ່​ທຳລາຍ​ໃນ​ເວລາ​ກາງເວັນ.

ຄົນ​ເປັນ​ພັນ​ອາດ​ຈະ​ລົ້ມ​ລົງ​ຕາຍ​ຢູ່​ຂ້າງ​ເຈົ້າ,

ຄົນ​ເປັນ​ໝື່ນ​ຢູ່​ທີ່​ຂວາ​ມື​ຂອງ​ເຈົ້າ,

ແຕ່​ໄພພິບັດ​ນັ້ນ​ຈະ​ບໍ່​ມາ​ໃກ້​ເຈົ້າ.

ເຈົ້າ​ຈະ​ສັງເກດ​ເບິ່ງ​ດ້ວຍ​ຕາ​ຂອງ​ຕົນ​ເອງ​ເທົ່າ​ນັ້ນ

ແລະ ເຫັນ​ຄົນ​ຊົ່ວ​ຖືກ​ລົງໂທດ.

ຖ້າ​ເຈົ້າ​ເວົ້າ​ວ່າ “ພຣະເຈົ້າ​ຢາເວ​ຜູ້​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ”

ແລະ ເຈົ້າ​ໄດ້​ໃຫ້​ອົງ​ຜູ້​ສູງສຸດ​ເປັນ​ທີ່​ພັກພິງ​ຂອງ​ເຈົ້າ,

ແລ້ວ​ກໍ​ຈະ​ບໍ່​ມີ​ອັນຕະລາຍ​ເກີດ​ຂຶ້ນ​ກັບ​ເຈົ້າ,

ບໍ່​ມີ​ໄພພິບັດ​ຈະ​ມາ​ໃກ້​ເຕັນ​ຂອງ​ເຈົ້າ.

ເພາະ​ພຣະອົງ​ຈະ​ສັ່ງ​ເທວະດາ​ຂອງ​ພຣະອົງ​ເລື່ອງ​ເຈົ້າ

ໃຫ້​ເບິ່ງແຍງ​ເຈົ້າ​ໃນ​ທຸກ​ທາງ​ຂອງ​ເຈົ້າ;

ເທວະດາ​ເຫລົ່ານັ້ນ​ຈະ​ຍື່ນ​ມື​ຂອງ​ພວກເຂົາ​ອູ້ມ​ເຈົ້າ​ໄວ້

ເພື່ອ​ບໍ່​ໃຫ້​ຕີນ​ຂອງ​ເຂົ້າ​ກະທົບ​ກັບ​ຫີນ.

ເຈົ້າ​ຈະ​ຢຽບ​ໂຕສິງ ແລະ ງູເຫົ່າ;

ເຈົ້າ​ຈະ​ຢຽບ​ໂຕສິງ​ໃຫຍ່ ແລະ ງູ​ພິດ.

ພຣະເຈົ້າ​ກ່າວ​ວ່າ “ເພາະ​ລາວ​ຮັກ​ເຮົາ ເຮົາ​ຈະ​ກອບກູ້​ເອົາ​ລາວ;

ເຮົາ​ຈະ​ປົກປ້ອງ​ລາວ ເພາະ​ລາວ​ຍອມຮັບ​ນາມ​ຂອງ​ເຮົາ.

ລາວ​ຈະ​ຮ້ອງ​ຫາ​ເຮົາ ແລະ ເຮົາ​ຈະ​ຕອບ​ລາວ

ເຮົາ​ຈະ​ຢູ່​ກັບ​ລາວ​ໃນ​ເວລາ​ເດືອດຮ້ອນ,

ເຮົາ​ຈະ​ປົດປ່ອຍ​ລາວ ແລະ ໃຫ້​ລາວ​ໄດ້​ຮັບ​ກຽດ.

ເຮົາ​ຈະ​ໃຫ້​ລາວ​ອິ່ມ​ເຕັມ​ດ້ວຍ​ຊີວິດ​ຍືນ​ຍາວ

ແລະ ສະແດງ​ຄວາມ​ພົ້ນ​ຂອງ​ເຮົາ​ແກ່​ລາວ”.

Source notes (1)
  1. Footnote ຫລື ລາວ​ເວົ້າ​ເຖິງ​ພຣະເຈົ້າ​ຢາເວ​ວ່າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.