Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 90

ໝວດທີ 4

ພສສ 90–106

(ຄຳ​ອະທິຖານ​ຂອງ​ໂມເຊ ຄົນ​ຂອງ​ພຣະເຈົ້າ)

ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ເປັນ​ບ່ອນ​ເພິ່ງພາ​ຂອງ​ພວກຂ້ານ້ອຍ

ຕະຫລອດ​ທຸກ​ຊົ່ວ​ອາຍຸ.

ກ່ອນ​ທີ່​ພູເຂົາ​ຈະ​ເກີດ​ມາ

ຫລື ກ່ອນ​ທີ່​ພຣະອົງ​ຈະໃຫ້​ທັງ​ໂລກ​ເກີດ​ຂຶ້ນ,

ພຣະອົງ​ເປັນ​ພຣະເຈົ້າ​ຕັ້ງ​ແຕ່​ນິລັນການ​ເຖິງ​ນິລັນການ.

ພຣະອົງ​ໄດ້​ເຮັດ​ໃຫ້​ມະນຸດ​ກັບ​ຄືນ​ສູ່​ຂີ້ຝຸ່ນ​ດິນ,

ໂດຍ​ເວົ້າ​ວ່າ “ບັນດາ​ບຸດ​ຂອງ​ມະນຸດ ຈົ່ງ​ກັບ​ຄືນ​ສູ່​ຂີ້ຝຸ່ນ​ດິນ”.

ເພາະ​ພັນ​ປີ​ໃນ​ສາຍ​ຕາ​ຂອງ​ພຣະອົງ

ກໍ​ເປັນ​ເໝືອນ​ວັນ​ດຽວ​ທີ່​ຫາ​ກໍ່​ຜ່ານ​ໄປ,

ຫລື ເໝືອນ​ຊົ່ວໂມງ​ດຽວ​ໃນ​ເວລາ​ກາງ​ຄືນ.

ພຣະອົງ​ໄດ້​ກວາດ​ມະນຸດ​ໄປ​ໃນ​ຄວາມ​ຕາຍ

ພວກເຂົາ​ເປັນ​ເໝືອນ​ຫຍ້າ​ຂຽວ​ສົດ​ໃນ​ເວລາ​ເຊົ້າ

ເຊິ່ງ​ໃນ​ເວລາ​ເຊົ້າ​ມັນ​ກໍ​ງອກ​ຂຶ້ນ​ມາ​ໃໝ່

ແຕ່​ເມື່ອ​ຄ່ຳ​ມາ​ມັນ​ກໍ​ແຫ້ງ ແລະ ຫ່ຽວ​ໄປ.

ພວກຂ້ານ້ອຍ​ຖືກ​ເຜົາຜານ​ໂດຍ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ

ແລະ ຕົກໃຈ​ຢ້ານກົວ​ໂດຍ​ຄວາມ​ຮ້າຍ​ຂອງ​ພຣະອົງ.

ພຣະອົງ​ໄດ້​ເປີດເຜີຍ​ຄວາມ​ຊົ່ວ​ຊ້າ​ຕ່າງໆ​ຂອງ​ພວກຂ້ານ້ອຍ​ຕໍ່ໜ້າ​ພຣະອົງ,

ຄວາມ​ບາບ​ທັງຫລາຍ​ຂອງ​ພວກຂ້ານ້ອຍ​ທີ່​ເຊື່ອງ​ຢູ່​ກໍ​ປາກົດ​ແຈ້ງ​ໃນ​ຄວາມ​ສະຫວ່າງ​ຕໍ່ໜ້າ​ພຣະອົງ.

ວັນ​ເວລາ​ທັງໝົດ​ຂອງ​ພວກຂ້ານ້ອຍ​ໄດ້​ໝົດ​ໄປ​ພາຍໃຕ້​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ;

ປີ​ເດືອນ​ຂອງ​ພວກຂ້ານ້ອຍ​ຈົບ​ລົງ​ດ້ວຍ​ການ​ຄ່ຳຄວນ.

ຊ່ວງ​ຊີວິດ​ຂອງ​ພວກຂ້ານ້ອຍ​ຄື​ເຈັດ​ສິບ​ປີ,

ຫລື ແປດ​ສິບ​ປີ, ຖ້າ​ກຳລັງ​ຂອງ​ພວກຂ້ານ້ອຍ​ຍັງ​ມີ​ຢູ່;

ແມ່ນ​ແຕ່​ເວລາ​ທີ່​ດີ​ທີ່​ສຸດ​ຂອງ​ພວກເຂົາ​ກໍ​ມີ​ແຕ່​ຄວາມ​ເດືອດຮ້ອນ ແລະ ໂສກເສົ້າ,

ເພາະ​ບໍ່​ດົນ​ກໍ​ຜ່ານ​ພົ້ນ​ໄປ ແລະ ພວກເຮົາ​ກໍ​ຈາກ​ໄປ.

ຜູ້ໃດ​ທີ່​ຮູ້​ເຖິງ​ລິດອຳນາດ​ແຫ່ງ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ?

ເພາະ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ນັ້ນ​ໃຫຍ່​ຫລວງ​ເທົ່າ​ກັບ​ຄວາມ​ໜ້າ​ຢຳເກງ​ຂອງ​ພຣະອົງ.

ຂໍ​ໂຜດ​ສອນ​ພວກຂ້ານ້ອຍ​ໃຫ້​ນັບ​ເວັນ​ເວລາ​ຂອງ​ຕົນ,

ເພື່ອ​ພວກຂ້ານ້ອຍ​ຈະ​ໄດ້​ມີ​ຈິດໃຈ​ທີ່​ປະກອບ​ດ້ວຍ​ສະຕິປັນຍາ.

ຂ້າແດ່​ພຣະເຈົ້າ​ຢາເວ! ຂໍ​ໂຜດ​ກະລຸນາ​ດ້ວຍ ຈະ​ເປັນ​ຢ່າງ​ນີ້​ໄປ​ອີກ​ດົນ​ເທົ່າ​ໃດ?

ຂໍ​ໂຜດ​ເມດຕາ​ສົງສານ​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ.

ຂໍ​ໃຫ້​ພວກຂ້ານ້ອຍ​ອິ່ມ​ເຕັມ​ດ້ວຍ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ໃນ​ເວລາ​ເຊົ້າ.

ເພື່ອ​ພວກຂ້ານ້ອຍ​ຈະ​ຮ້ອງເພງ​ດ້ວຍ​ຄວາມ​ຊື່ນຊົມຍິນດີ ແລະ ຍິນດີ​ຕະຫລອດ​ຊົ່ວ​ຊີວິດ​ຂອງ​ພວກຂ້ານ້ອຍ.

ໂປດ​ໃຫ້​ວັນ​ເວລາ​ອັນ​ຜາສຸກ​ຍືນ​ຍາວ​ແກ່​ພວກຂ້ານ້ອຍ

ເພື່ອ​ຊົດເຊີຍ​ກັບ​ປີ​ເດືອນ​ທີ່​ພຣະອົງ​ໄດ້​ໃຫ້​ພວກຂ້ານ້ອຍ​ພົບ​ກັບ​ຄວາມ​ເດືອດຮ້ອນ.

ຂໍ​ສະແດງ​ກິດຈະການ​ຂອງ​ພຣະອົງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ,

ສະແດງ​ຄວາມ​ສະຫງ່າງາມ​ຂອງ​ພຣະອົງ​ແກ່​ບັນດາ​ລູກ​ຫລານ​ຂອງ​ພວກເຂົາ.

ຂໍ​ໃຫ້​ຄວາມ​ພໍໃຈ1​ຂອງ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ​ຢູ່​ເໜືອ​ພວກຂ້ານ້ອຍ;

ຂໍ​ໂຜດ​ສະຖາປະນາ​ການ​ງານ​ທີ່​ມື​ຂອງ​ພວກຂ້ານ້ອຍ​ເຮັດ

ແມ່ນ​ແລ້ວ, ຂໍ​ໂຜດ​ສະຖາປະນາ​ການ​ງານ​ທີ່​ມື​ຂອງ​ພວກຂ້ານ້ອຍ​ເຮັດ​ດ້ວຍ.

Source notes (1)
  1. Footnote ຫລື ຄວາມ​ງາມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.