Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 89

(ມັດຄິນ​ຂອງ​ເອທານ ວົງ​ເອສະຣາ)

ຂ້ານ້ອຍ​ຈະ​ຮ້ອງເພງ​ເຖິງ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ​ຕະຫລອດ​ໄປ;

ຂ້ານ້ອຍ​ຈະ​ປະກາດ​ໃຫ້​ຄົນ​ທຸກ​ຊົ່ວ​ອາຍຸ​ໄດ້​ຮູ້​ເຖິງ​ຄວາມ​ສັດຊື່​ຂອງ​ພຣະອົງ

ດ້ວຍ​ປາກ​ຂອງ​ຂ້ານ້ອຍ.

ຂ້ານ້ອຍ​ຈະ​ປະກາດ​ວ່າ​ຄວາມ​ຮັກ​ຂອງ​ພຣະອົງ​ນັ້ນ​ຢືນຍົງ​ໝັ້ນຄົງ​ຕະຫລອດ​ໄປ,

ປະກາດ​ວ່າ​ພຣະອົງ​ໄດ້​ໄດ້​ຄວາມ​ສັດຊື່​ຂອງ​ພຣະອົງ​ໄວ້​ໃນ​ຟ້າ​ສະຫວັນ​ນັ້ນ​ເອງ.

ພຣະອົງ​ໄດ້​ເວົ້າ​ວ່າ “ເຮົາ​ໄດ້​ເຮັດ​ຄຳໝັ້ນສັນຍາ​ກັບ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້,

ເຮົາ​ໄດ້​ປະຕິຍານ​ຕໍ່​ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ​ວ່າ:

‘ເຮົາ​ຈະ​ຕັ້ງ​ເຊື້ອສາຍ​ຂອງ​ເຈົ້າ​ໄວ້​ຕະຫລອດ​ໄປ

ແລະ ໃຫ້​ບັນລັງ​ຂອງ​ເຈົ້າ​ຍືນ​ຍົງ​ຢູ່​ທຸກ​ຊົ່ວ​ອາຍຸ’ ”.

ຂ້າແດ່​ພຣະເຈົ້າ​ຢາເວ, ຟ້າ​ສະຫວັນ​ສັນລະເສີນ​ການ​ອັດສະຈັນ​ຂອງ​ພຣະອົງ,

ແລະ ສັນລະເສີນ​ຄວາມ​ສັດຊື່​ຂອງ​ພຣະອົງ​ໃນ​ບ່ອນ​ຊຸມນຸມ​ຂອງ​ຜູ້​ບໍລິສຸດ​ດ້ວຍ.

ເພາະ​ຕະຫລອດ​ທົ່ວ​ຟ້າ​ເບື້ອງ​ເທິງ ມີ​ຜູ້ໃດ​ສາມາດ​ທຽບ​ກັບ​ອົງພຣະເຈົ້າ​ຢາເວ​ໄດ້?

ໃນ​ທ່າມກາງ​ຊາວ​ສະຫວັນ​ທັງຫລາຍ ຜູ້ໃດ​ຈະ​ເໝືອນ​ພຣະເຈົ້າ​ຢາເວ?

ພຣະເຈົ້າ​ນັ້ນ​ເປັນ​ທີ່​ຢຳເກງ​ຫລາຍ​ທີ່​ສຸດ​ໃນ​ທີ່​ປະຊຸມ​ຂອງ​ຜູ້​ບໍລິສຸດ;

ພຣະອົງ​ໜ້າ​ຢໍາເກງ​ຫລາຍ​ກວ່າ​ບັນດາ​ຜູ້​ທີ່​ຢູ່​ອ້ອມ​ຮອບ​ພຣະອົງ​ທັງໝົດ.

ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ມີ​ຜູ້ໃດ​ເໝືອນ​ພຣະອົງ?

ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ມີ​ອຳນາດ ແລະ ຄວາມ​ສັດຊື່​ຂອງ​ພຣະອົງ​ກໍ​ອ້ອມ​ຮອບ​ພຣະອົງ.

ພຣະອົງ​ຄອບຄອງ​ຢູ່​ເໜືອ​ທະເລ​ທີ່​ປັ່ນປ່ວນ

ເມື່ອ​ຄື້ນ​ຊັດ​ຂຶ້ນ, ພຣະອົງ​ກໍ​ເຮັດ​ໃຫ້​ມັນ​ສະຫງົບ​ລົງ.

ພຣະອົງ​ໄດ້​ບຸກ​ໂຈມຕີ​ຣາຫັບ​ເໝືອນ​ດັ່ງ​ຜູ້​ທີ່​ຖືກ​ຂ້າ;

ພຣະອົງ​ເຮັດ​ໃຫ້​ສັດຕູ​ຂອງ​ພຣະອົງ​ກະຈັດກະຈາຍ​ໄປ​ດ້ວຍ​ມື​ອັນ​ເຂັ້ມແຂງ​ຂອງ​ພຣະອົງ.

ຟ້າ​ສະຫວັນ​ເປັນ​ຂອງ​ພຣະອົງ, ແຜ່ນດິນ​ໂລກ​ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ;

ພຣະອົງ​ໄດ້​ສ້າງ​ໂລກ ແລະ ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກ.

ພຣະອົງ​ໄດ້​ສ້າງ​ທິດ​ເໜືອ ແລະ ທິດ​ໃຕ້;

ພູເຂົາ​ທາໂບ ແລະ ພູເຂົາ​ເຮີໂມນ​ຕ່າງກໍ​ຮອງ​ຊື່ນຊົມຍິນດີ​ຍົກ​ຍ້ອງ​ນາມ​ຂອງ​ພຣະອົງ.

ແຂນ​ຂອງ​ພຣະອົງ​ນັ້ນ​ມີ​ພະລັງ;

ມື​ຂອງ​ພຣະອົງ​ແຂງແຮງ, ມື​ຂວາ​ຂອງ​ພຣະອົງ​ກໍ​ເປັນ​ທີ່​ຍົກຍ້ອງ.

ຄວາມ​ຊອບທຳ ແລະ ຄວາມ​ຍຸຕິທຳ​ແມ່ນ​ຮາກຖານ​ແຫ່ງ​ບັນລັງ​ຂອງ​ພຣະອົງ;

ຄວາມ​ຮັກ ແລະ ຄວາມ​ສັດຊື່​ແມ່ນ​ອອກ​ໜ້າ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຄວາມ​ສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຮູ້​ຈັກ​ໂຫ່​ຮ້ອງ​ສັນລະເສີນ​ພຣະອົງ,

ຄື​ຜູ້​ທີ່​ເດີນ​ໃນ​ຄວາມ​ສະຫວ່າງ​ຕໍ່ໜ້າ​ພຣະອົງ.

ພວກເຂົາ​ຍິນດີ​ໃນ​ນາມ​ຂອງ​ພຣະອົງ​ຕະຫລອດ​ທັງ​ວັນ

ພວກເຂົາ​ຊື່ນຊົມ​ໃນ​ຄວາມ​ຊອບທຳ​ຂອງ​ພຣະອົງ.

ເພາະ​ພຣະອົງ​ເປັນ​ກຽດ ແລະ ເປັນ​ກຳລັງ​ຂອງ​ພວກເຂົາ,

ແລະ ໂດຍ​ຄວາມ​ພໍໃຈ​ຂອງ​ພຣະອົງ ພຣະອົງ​ໄດ້​ຍົກ​ຊູ​ພະລັງ​ອຳນາດ1​ຂອງ​ພວກຂ້ານ້ອຍ.

ແທ້ຈິງ​ແລ້ວ, ໂລ່2​ຂອງ​ພວກເຮົາ​ທັງຫລາຍ​ເປັນ​ຂອງ​ພຣະເຈົ້າ​ຢາເວ,

ກະສັດ​ຂອງ​ພວກເຮົາ​ເປັນ​ຂອງ​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ.

ຄັ້ງ​ໜຶ່ງ ພຣະອົງ​ໄດ້​ເວົ້າ​ຜ່ານ​ທາງ​ນິມິດ

ກັບ​ປະຊາຊົນ​ຜູ້​ສັດຊື່​ຂອງ​ພຣະອົງ​ວ່າ:

“ເຮົາ​ໄດ້​ໃຫ້​ກຳລັງ​ແກ່​ນັກຮົບ​ຜູ້​ໜຶ່ງ;

ເຮົາ​ໄດ້​ເຊີດຊູ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຈາກ​ທ່າມກາງ​ຄົນ​ທັງຫລາຍ.

ເຮົາ​ໄດ້​ພົບ​ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ;

ເຮົາ​ໄດ້​ເຈີມ​ລາວ​ດ້ວຍ​ນ້ຳມັນ​ບໍລິສຸດ​ຂອງ​ເຮົາ.

ມື​ຂອງ​ເຮົາ​ຈະ​ຄ້ຳ​ຊູ​ລາວ​ໄວ້;

ແນ່​ນອນ ແຂນ​ຂອງ​ເຮົາ​ກໍ​ຈະ​ຊ່ວຍ​ລາວ​ໃຫ້​ເຂັ້ມແຂງ.

ສັດຕູ​ຈະ​ບໍ່​ມີ​ໄຊ​ເໜືອ​ລາວ;

ຄົນ​ຊົ່ວ​ຮ້າຍ​ຈະ​ບໍ່​ກົດຂີ່​ຂົ່ມເຫັງ​ລາວ.

ເຮົາ​ຈະ​ຍ່ອງ​ຄູ່​ຕໍ່ສູ້​ຂອງ​ລາວ​ຕໍ່ໜ້າ​ລາວ

ແລະ ໂຄ່ນ​ລົ້ມ​ບັນດາ​ສັດຕູ​ຂອງ​ລາວ.

ຄວາມ​ຮັກ​ໝັ້ນຄົງ​ຂອງ​ເຮົາ​ຈະ​ຢູ່​ກັບ​ລາວ,

ແລະ ເຂົາ3​ຂອງ​ລາວ​ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ໂດຍ​ນາມ​ຂອງ​ເຮົາ.

ເຮົາ​ຈະ​ວາງ​ມື​ຂອງ​ລາວ​ເໜືອ​ທະເລ,

ວາງ​ມື​ຂວາ​ຂອງ​ລາວ​ເໜືອ​ແມ່ນ້ຳ​ທັງຫລາຍ.

ລາວ​ຈະ​ຮ້ອງ​ຕໍ່​ເຮົາ​ວ່າ ‘ພຣະອົງ​ເປັນ​ບິດາ,

ເປັນ​ພຣະເຈົ້າ, ເປັນ​ສີລາ ແລະ ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ’.

ແລະ ເຮົາ​ຈະ​ຕັ້ງ​ລາວ​ເປັນ​ລູກກົກ​ຂອງ​ເຮົາ,

ໃຫ້​ລາວ​ໄດ້​ຮັບ​ການ​ຍົກຍ້ອງ​ສູງສຸດ​ໃນ​ທ່າມກາງ​ກະສັດ​ທັງຫລາຍ​ຂອງ​ແຜ່ນດິນ​ໂລກ.

ເຮົາ​ຈະ​ຖະໜອມ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ລາວ​ຕະຫລອດ​ໄປ,

ແລະ ຄຳໝັ້ນສັນຍາ​ຂອງ​ເຮົາ​ຕໍ່​ລາວຈະ​ບໍ່​ມີ​ວັນ​ສິ້ນ​ສຸດ.

ເຮົາ​ຈະ​ຕັ້ງ​ເຊື້ອສາຍ​ຂອງ​ລາວ​ໄວ້​ຕະຫລອດ​ໄປ,

ບັນລັງ​ຂອງ​ລາວ​ຈະ​ຍືນ​ຍົງ​ຢູ່​ຄູ່​ຟ້າ​ສະຫວັນ.

“ຖ້າ​ລູກ​ຫລານ​ຂອງ​ລາວ​ປະຖິ້ມ​ກົດບັນຍັດ​ຂອງ​ເຮົາ

ແລະ ບໍ່​ໄດ້​ປະພຶດ​ຕາມ​ກົດເກນ​ຂອງ​ເຮົາ,

ຖ້າ​ພວກເຂົາ​ຝ່າ​ຝືນ​ດຳລັດ​ຂອງ​ເຮົາ

ແລະ ບໍ່​ເຮັດ​ຕາມ​ຄຳສັ່ງ​ຂອງ​ເຮົາ,

ເຮົາ​ກໍ​ຈະ​ລົງໂທດ​ຄວາມ​ບາບ​ຂອງ​ພວກເຂົາ​ດ້ວຍ​ໄມ້ແສ້,

ແລະ ຂ້ຽນຕີ​ພວກເຂົາ​ເພາະ​ຄວາມ​ຊົ່ວຊ້າ;

ແຕ່​ເຮົາ​ຈະ​ບໍ່​ເອົາ​ຄວາມ​ຮັກ​ຂອງ​ເຮົາ​ຄືນ​ມາ​ຈາກ​ລາວ,

ແລະ ຈະ​ບໍ່​ມີ​ວັນ​ກະບົດ​ຕໍ່​ຄຳໝັ້ນສັນຍາ​ຂອງ​ເຮົາ,

ເຮົາ​ຈະ​ບໍ່​ລະເມີດ​ຄຳໝັ້ນສັນຍາ​ຂອງ​ເຮົາ

ແລະ ເຮົາ​ຈະ​ບໍ່​ປີ້ນ​ຄຳ​ເວົ້າ​ຂອງ​ເຮົາ​ຄືນ.

ເຮົາ​ໄດ້​ປະຕິຍານ​ເປັນ​ຄຳ​ຂາດ​ໂດຍ​ຄວາມ​ບໍລິສຸດ​ຂອງ​ເຮົາ

ແລະ ເຮົາ​ຈະ​ບໍ່​ຕົວະ​ດາວິດ.

ຄື​ເຊື້ອສາຍ​ຂອງ​ລາວ​ຈະ​ດຳລົງ​ຢູ່​ຕະຫລອດ​ໄປ

ແລະ ບັນລັງ​ຂອງ​ລາວ​ຈະ​ໝັ້ນຍືນ​ຕໍ່ໜ້າ​ເຮົາ​ເໝືອນ​ດວງ​ຕາເວັນ;

ຈະ​ຕັ້ງ​ໝັ້ນຄົງ​ຢູ່​ຕະຫລອດ​ໄປ​ເໝືອນ​ດວງ​ເດືອນ,

ເຊິ່ງ​ເປັນ​ພະຍານ​ທີ່​ສັດຊື່​ໃນ​ທ້ອງ​ຟ້າ”.

ແຕ່​ບັດນີ້ ພຣະອົງ​ໄດ້​ປະຕິເສດ, ພຣະອົງ​ໄດ້​ປະຖິ້ມ​ຂ້ານ້ອຍ​ແລ້ວ,

ພຣະອົງ​ໄດ້​ໃຈຮ້າຍ​ຢ່າງ​ແຮງ​ຕໍ່​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້.

ພຣະອົງ​ໄດ້​ຍົກເລີກ​ຄຳໝັ້ນສັນຍາ​ທີ່​ໃຫ້​ໄວ້​ກັບ​ຜູ້ຮັບໃຊ້​ຂອງ​ພຣະອົງ

ແລະ ໄດ້​ຖິ້ມ​ມົງ​ກຸດ​ຂອງ​ລາວ​ລົງ​ໃສ່​ຂີ້ຝຸ່ນ​ໃຫ້​ເປັນ​ມົນທິນ.

ພຣະອົງ​ໄດ້​ທຳລາຍ​ກຳແພງ​ທັງໝົດ​ຂອງ​ລາວ

ແລະ ປ່ອຍ​ໃຫ້​ທີ່​ໝັ້ນ​ຂອງ​ລາວ​ກາຍເປັນ​ຊາກ​ຫັກພັງ.

ທຸກຄົນ​ທີ່​ຜ່ານ​ໄປ​ມາ​ໄດ້​ປຸ້ນ​ລາວ;

ລາວ​ກາຍເປັນ​ຂີ້​ປາກ​ຂອງ​ເພື່ອນບ້ານ​ຂອງ​ລາວ;

ພຣະອົງ​ໄດ້​ຍົກ​ຊູ​ມື​ຂວາ​ຂອງ​ສັດຕູ​ຂອງ​ລາວ

ພຣະອົງ​ເຮັດ​ໃຫ້​ສັດຕູ​ຂອງ​ລາວ​ທຸກຄົນ​ຊື່ນຊົມຍິນດີ.

ແທ້​ຈິງ​ແລ້ວ ພຣະອົງ​ໄດ້​ປິ່ນ​ຄົມ​ດາບ​ຂອງ​ລາວ

ແລະ ບໍ່​ໄດ້​ສະໜັບສະໜູນ​ລາວ​ໃນ​ສົງຄາມ.

ພຣະອົງ​ໄດ້​ຢຸດຕິ​ຄວາມ​ສະຫງ່າງາມ​ຂອງ​ລາວ

ແລະ ປີ້ນ​ບັນລັງ​ຂອງ​ລາວ​ລົງ​ກັບ​ພື້ນ.

ພຣະອົງ​ໄດ້​ຕັດ​ຮອນ​ເວລາ​ໄວ​ໜຸ່ມ​ຂອງ​ລາວ​ໃຫ້​ສັ້ນ​ລົງ;

ແລະ ພຣະອົງ​ປົກຄຸມ​ລາວ​ດ້ວຍ​ຄວາມ​ອັບອາຍ.

ຂ້າແດ່​ພຣະເຈົ້າ​ຢາເວ ອີກ​ດົນ​ປານ​ໃດ? ພຣະອົງ​ຈະ​ເຊື່ອງ​ພຣະອົງ​ເອງ​ຕະຫລອດ​ໄປ​ບໍ່?

ອີກ​ດົນ​ປານ​ໃດ​ທີ່​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຈະ​ໄໝ້​ເໝືອນ​ກັບ​ໄຟ?

ຂໍ​ລະນຶກ​ວ່າ​ຊີວິດ​ຂອງ​ຂ້ານ້ອຍ​ຜ່ານ​ໄປ​ໄວ​ປານ​ໃດ.

ພຣະອົງ​ສ້າງ​ມວນ​ມະນຸດ​ໄວ້​ຢ່າງ​ບໍ່​ມີ​ປະໂຫຍດ​ຫຍັງ!

ຜູ້ໃດ​ສາມາດ​ຢູ່​ຄ້ຳ​ຟ້າ ແລະ ບໍ່​ຕ້ອງ​ຕາຍ,

ຫລື ຜູ້ໃດ​ທີ່​ໜີ​ພົ້ນ​ອຳນາດ​ຂອງ​ຂຸມ​ຝັງ​ສົບ​ໄດ້?

ຂ້າແດ່​ອົງພຣະຜູ້ເປັນເຈົ້າ ຄວາມ​ຮັກ​ຍິ່ງໃຫຍ່​ຂອງ​ພຣະອົງ​ໃນ​ແຕ່​ກ່ອນ

ທີ່​ໄດ້​ສັນຍາ​ໄວ້​ແກ່​ດາວິດ​ດ້ວຍ​ຄວາມ​ສັດຊື່​ຂອງ​ພຣະອົງ​ນັ້ນ​ຢູ່​ຢູ່​ໃສ?

ຂ້າແດ່​ອົງພຣະຜູ້ເປັນເຈົ້າ ຂໍ​ໂຜດ​ລະນຶກ​ວ່າ​ຜູ້ຮັບໃຊ້4​ຂອງ​ພຣະອົງ​ຖືກ​ດູຖູກ​ຢ່າງ​ໃດ,

ແລະ ຂ້ານ້ອຍ​ຕ້ອງ​ທົນ​ຕໍ່​ຄຳ​ໝິ່ນປະໝາດ​ຂອງ​ປະຊາຊາດ​ທັງຫລາຍ​ໄວ້​ໃນ​ໃຈ​ຫລາຍ​ພຽງ​ໃດ,

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ທົນ​ຕໍ່​ຄຳ​ເຢາະເຢີ້ຍ​ທີ່​ສັດຕູ​ຂອງ​ພຣະອົງ​ດູຖູກ,

ພວກເຂົາ​ໄດ້​ດູຖູກ​ທຸກ​ບາດ​ກ້າວ​ຂອງ​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້.

ຂໍ​ສັນລະເສີນ​ແດ່​ພຣະເຈົ້າ​ຕະຫລອດ​ໄປ!

ອາແມນ ແລະ ອາແມນ.

Source notes (4)
  1. Footnote ຫລື ເຂົາສັດ​ຂອງ​ພວກຂ້ານ້ອຍ “ເຂົາສັດ” ໃນ​ທີ່​ນີ້​ເປັນ​ສັນຍາລັກ​ຂອງ​ຜູ້​ທີ່​ເຂັ້ມແຂງ ຫລື ກຳລັງ ເຊັ່ນ​ດຽວ​ກັບ​ຂໍ້ 24
  2. Footnote ຫລື ກະສັດ​ຜູ້​ຄອບຄອງ
  3. Footnote ຫລື ພະລັງ​ອຳນາດ
  4. Footnote ຫລື ຜູ້ຮັບໃຊ້​ທັງຫລາຍ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.