Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 88

(ບົດເພງ, ບົດ​ເພງສັນລະເສີນ​ຂອງ​ລູກຊາຍ​ຂອງ​ໂກຣາ, ເຖິງ​ຫົວໜ້າ​ນັກຮ້ອງ, ຕາມ​ທຳນອງ​ມາຮາລາດ​ເລອັນໂນດ, ມັດຄິນ​ຂອງ​ເຮມານ​ວົງ​ເອສະຣາ)

ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ;

ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ ກາງຄືນ.

ຂໍ​ໃຫ້​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ​ນັ້ນ​ຂຶ້ນ​ມາ​ເຖິງ​ຕໍ່ໜ້າ​ພຣະອົງ

ໂຜດ​ອ່ຽງ​ຫູ​ຟັງ​ຄຳ​ຮ້ອງ​ຂໍ​ຂອງ​ຂ້ານ້ອຍ​ດ້ວຍ.

ເພາະ​ຂ້ານ້ອຍ​ນັ້ນ​ຈົມ​ຢູ່​ໃນ​ຄວາມ​ເດືອດຮ້ອນ

ແລະ ຊີວິດ​ຂອງ​ຂ້ານ້ອຍ​ກໍ​ໃກ້​ຈະ​ຕາຍ.

ຂ້ານ້ອຍ​ຖືກ​ນັບ​ລວມ​ຢູ່​ໃນ​ບັນດາ​ຄົນ​ທີ່​ລົງ​ໄປ​ສູ່​ຂຸມ;

ຂ້ານ້ອຍ​ເປັນ​ເໝືອນ​ຄົນ​ທີ່​ບໍ່​ມີ​ກຳລັງ.

ຂ້ານ້ອຍ​ຖືກ​ແຍກ​ໄວ້​ກັບ​ຄົນ​ຕາຍ

ເໝືອນ​ຜູ້​ທີ່​ຖືກ​ຂ້າ​ທີ່​ນອນ​ຢູ່​ໃນ​ຂຸມ​ຝັງ​ສົບ,

ຜູ້​ທີ່​ພຣະອົງ​ຈະ​ບໍ່​ລະນຶກ​ເຖິງ​ອີກ​ຕໍ່ໄປ,

ຜູ້​ທີ່​ພຣະອົງ​ຈະ​ບໍ່​ເບິ່ງແຍງ​ອີກ​ຕໍ່ໄປ.

ພຣະອົງ​ໃຫ້​ຂ້ານ້ອຍ​ຈົມ​ລົງ​ໃນ​ຂຸມ​ທີ່​ເລິກ​ທີ່ສຸດ,

ໃນ​ບ່ອນ​ເລິກ​ທີ່​ມືດ​ມິດ​ທີ່ສຸດ.

ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໄດ້​ຕົກ​ຢູ່​ເໜືອ​ຂ້ານ້ອຍ​ຢ່າງ​ໜັກ;

ພຣະອົງ​ໄດ້​ໃຫ້​ຄື້ນ​ຂອງ​ພຣະອົງ​ຊັດ​ຖ້ວມ​ຂ້ານ້ອຍ.

ພຣະອົງ​ໄດ້​ເຮັດ​ໃຫ້​ໝູ່​ສະໜິດ​ຂອງ​ຂ້ານ້ອຍ​ຕີ​ໂຕ​ອອກ​ຫ່າງ​ຈາກ​ຂ້ານ້ອຍ

ແລະ ເຮັດ​ໃຫ້​ຂ້ານ້ອຍ​ເປັນ​ທີ່​ໜ້າກຽດຊັງ​ຕໍ່​ພວກເຂົາ.

ຂ້ານ້ອຍ​ຖືກ​ກັກ ແລະ ໝົດ​ທາງ​ໜີ.

ດວງ​ຕາ​ຂອງ​ຂ້ານ້ອຍ​ນັ້ນ​ໝົ່ນໝອງ​ເພາະ​ຄວາມ​ໂສກເສົ້າ.

ຂ້າແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ​ທຸກ​ວັນ;

ຂ້ານ້ອຍ​ຍົກ​ມື​ຂຶ້ນ​ຕໍ່​ພຣະອົງ.

ພຣະອົງ​ສະແດງ​ການ​ອັດສະຈັນ​ແກ່​ຄົນ​ຕາຍ​ບໍ?

ຈິດ​ວິນຍານ​ທັງຫລາຍ​ຂອງ​ພວກເຂົາ​ລຸກ​ຂຶ້ນ​ມາ​ສັນລະເສີນ​ພຣະອົງ​ບໍ?

ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ຖືກ​ປະກາດ​ໃນ​ຂຸມ​ຝັງ​ສົບ​ບໍ?

ຄວາມ​ສັດຊື່​ຂອງ​ພຣະອົງ​ຖືກ​ປະກາດ​ໃນ​ແດນ​ຈິບຫາຍ​ບໍ?

ການ​ອັດສະຈັນ​ຂອງ​ພຣະອົງ​ເປັນ​ທີ່​ຮູ້​ຈັກ​ໃນ​ແດນ​ແຫ່ງ​ຄວາມ​ມືດ​ມິດ​ບໍ?

ແລ້ວ​ກິດຈະການ​ອັນ​ຊອບທຳ​ຂອງ​ພຣະອົງ​ເປັນ​ທີ່​ຮູ້​ຈັກ​ໃນ​ແດນ​ທີ່​ຖືກ​ລືມ​ບໍ?

ແຕ່​ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ​ໃຫ້​ຊ່ວຍ ຂ້າແດ່​ພຣະເຈົ້າ​ຢາເວ;

ໃນ​ເວລາ​ເຊົ້າ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ​ກໍ​ຂຶ້ນ​ໄປ​ເຖິງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ປະຕິເສດ​ຂ້ານ້ອຍ?

ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ເຊື່ອງ​ໃບໜ້າ​ຂອງ​ພຣະອົງ​ຈາກ​ຂ້ານ້ອຍ?

ຕັ້ງ​ແຕ່​ຂ້ານ້ອຍ​ຍັງ​ໜຸ່ມ, ຂ້ານ້ອຍ​ໄດ້​ທຸກທໍລະມານ ແລະ ເກືອບ​ຕາຍ;

ຂ້ານ້ອຍ​ຕ້ອງ​ປະເຊີນ​ກັບ​ຄວາມ​ໜ້າ​ຢ້ານ​ຂອງ​ພຣະອົງ ແລະ ໝົດ​ຫວັງ.

ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຖ້ວມ​ທົ້ນ​ຂ້ານ້ອຍ;

ຄວາມ​ໜ້າ​ຢ້ານ​ຂອງ​ພຣະອົງ​ໄດ້​ທຳລາຍ​ຂ້ານ້ອຍ.

ສິ່ງ​ເຫລົ່ານັ້ນ​ໄດ້​ອ້ອມ​ຮອບ​ຂ້ານ້ອຍ​ເໝືອນ​ນ້ຳ​ຖ້ວມ​ຕະຫລອດ​ວັນ;

ມັນ​ໄດ້​ຖ້ວມ​ຂ້ານ້ອຍ​ຈົນ​ມິດ.

ພຣະອົງ​ໄດ້​ເອົາ​ມິດສະຫາຍ ແລະ ເພື່ອນບ້ານ​ໄປ​ຈົນ​ໝົດ

ເຫລືອ​ແຕ່​ຄວາມ​ມືດ​ທີ່​ເປັນ​ໝູ່​ສະໜິດ​ຂອງ​ຂ້ານ້ອຍ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.