Biblica® Open Lao Contemporary Version
ເພງສັນລະເສີນ 87
(ບົດເພງສັນລະເສີນຂອງລູກຊາຍຂອງໂກຣາ, ບົດເພງ)
ພຣະອົງໄດ້ວາງຮາກຖານເມືອງຂອງພຣະອົງໄວ້ເທິງພູເຂົາສັກສິດ.
ພຣະເຈົ້າຢາເວຮັກປະຕູເມືອງຊີໂອນ
ຫລາຍກວ່າບ່ອນຢູ່ທັງຫລາຍຂອງຢາໂຄບ.
ນະຄອນຂອງພຣະເຈົ້າ
ເຈົ້າຈະເປັນທີ່ຍົກຍ້ອງ,
“ເຮົາຈະເອີ່ຍເຖິງຣາຫັບ1 ແລະ ບາບີໂລນ
ໃນທ່າມກາງບັນດາຜູ້ທີ່ຮູ້ຈັກເຮົາ
ຈະເວົ້າເຖິງຟີລິດສະຕິນ ແລະ ຕີເຣພ້ອມກັບກູເຊ2
ແລະ ຈະກ່າວວ່າ ‘ຄົນນີ້3 ເກີດໃນຊີໂອນ’ ”.
ແທ້ຈິງແລ້ວ, ຄົນຈະກ່າວເຖິງຊີໂອນວ່າ:
“ຄົນນີ້ ແລະ ຄົນນັ້ນເກີດໃນຊີໂອນ,
ແລະ ອົງຜູ້ສູງສຸດຈະຕັ້ງນະຄອນນີ້ໄວ້ເອງ”.
ພຣະເຈົ້າຢາເວຈະບັນທຶກລົງໃນທະບຽນຂອງຄົນທັງຫລາຍວ່າ:
“ຄົນນີ້ເກີດໃນຊີໂອນ”.
ຂະນະທີ່ພວກເຂົາບັນເລງເພງ ພວກເຂົາກໍຈະຂັບຮ້ອງວ່າ,
“ນ້ຳພຸທັງໝົດຂອງຂ້ານ້ອຍກໍຢູ່ໃນນະຄອນນີ້”.
Source notes (3)
- Footnote ເປັນຊື່ຂອງເອຢິບໃນກາບກອນ
- Footnote ຄື ຕອນເທິງຂອງລຸ່ມແມ່ນ້ຳນິນ
- Footnote ຫລື “ໂອ ຣາຫັບ ແລະ ບາບີໂລນ, ຟີລິດສະຕິນ, ຕີເຣ ແລະ ກູເຊ ຂ້ານ້ອຍຈະບັນທຶກກ່ຽວກັບຄົນເຫລົ່ານັ້ນທີ່ຮູ້ຈັກຂ້ານ້ອຍ” ຄົນນີ້
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.