Biblica® Open Lao Contemporary Version
ເພງສັນລະເສີນ 86
(ຄຳອະທິຖານຂອງດາວິດ)
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຮັບຟັງຂ້ານ້ອຍ ແລະ ຕອບຂ້ານ້ອຍດ້ວຍ.
ເພາະຂ້ານ້ອຍທຸກຍາກ ແລະ ຂັດສົນ
ຂໍປົກປ້ອງຊີວິດຂອງຂ້ານ້ອຍ ເພາະຂ້ານ້ອຍໄດ້ສັດຊື່ຕໍ່ພຣະອົງ;
ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ
ໂຜດຊ່ວຍຜູ້ຮັບໃຊ້ຂອງພຣະອົງ ເຊິ່ງໄດ້ໄວ້ວາງໃຈໃນພຣະອົງ. ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍເມດຕາຂ້ານ້ອຍດ້ວຍ,
ເພາະຂ້ານ້ອຍໄດ້ຮ້ອງຫາພຣະອົງທຸກວັນ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ໂຜດນຳເອົາຄວາມຊື່ນຊົມຍິນດີມາໃຫ້ຜູ້ຮັບໃຊ້ຂອງພຣະອົງ,
ເພາະຂ້ານ້ອຍໄດ້ໄວ້ວາງໃຈໃນພຣະອົງ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງແສນດີ ແລະ ພ້ອມທີ່ຈະໃຫ້ອະໄພ,
ເຕັມໄປດ້ວຍຄວາມຮັກໝັ້ນຄົງຕໍ່ທຸກຄົນທີ່ຮ້ອງຫາພຣະອົງ.
ຂ້າແດ່ພຣະເຈົ້າຢາເວ ຂໍຟັງຄຳອະທິຖານຂອງຂ້ານ້ອຍດ້ວຍ;
ຂໍຮັບຟັງຄຳອ້ອນວອນຂໍຄວາມເມດຕາຂອງຂ້ານ້ອຍ.
ໃນເວລາທຸກໃຈ ຂ້ານ້ອຍຈະຮ້ອງຫາພຣະອົງ
ເພາະພຣະອົງຈະຕອບຂ້ານ້ອຍ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ທ່າມກາງພະທັງຫລາຍ ບໍ່ມີພະໃດທີ່ເປັນດັ່ງພຣະອົງ;
ແລະ ບໍ່ມີກິດຈະການໃດສາມາດທຽບເທົ່າກັບກິດຈະການຂອງພຣະອົງໄດ້.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ຊົນຊາດທັງໝົດທີ່ພຣະອົງໄດ້ສ້າງນັ້ນ
ຈະເຂົ້າມາ ແລະ ນະມັດສະການຢູ່ຕໍ່ໜ້າພຣະອົງ;
ພວກເຂົາຈະຖວາຍກຽດແດ່ນາມຂອງພຣະອົງ.
ເພາະພຣະອົງຍິ່ງໃຫຍ່ ແລະ ເຮັດການອັດສະຈັນ
ພຣະອົງເປັນພຣະເຈົ້າແຕ່ພຽງຜູ້ດຽວ.
ຂ້າແດ່ພຣະເຈົ້າຢາເວ ຂໍສອນວິຖີທາງຂອງພຣະອົງແກ່ຂ້ານ້ອຍດ້ວຍ,
ເພື່ອຂ້ານ້ອຍຈະເພິ່ງພາໃນຄວາມສັດຊື່ຂອງພຣະອົງ;
ຂໍໃຫ້ຫົວໃຈໝັ້ນຄົງແກ່ຂ້ານ້ອຍ,
ເພື່ອຂ້ານ້ອຍຈະຢຳເກງນາມຂອງພຣະອົງ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍ, ຂ້ານ້ອຍຈະສັນລະເສີນພຣະອົງດ້ວຍສຸດຫົວໃຈຂອງຂ້ານ້ອຍ;
ຂ້ານ້ອຍຈະເທີດທູນນາມຂອງພຣະອົງຕະຫລອດໄປ.
ເພາະຄວາມຮັກຂອງພຣະອົງທີ່ມີຕໍ່ຂ້ານ້ອຍນັ້ນຍິ່ງໃຫຍ່ຫລາຍ,
ພຣະອົງໄດ້ກອບກູ້ຂ້ານ້ອຍອອກມາຈາກບ່ອນເລິກ,
ອອກມາຈາກແດນມໍລະນາ.
ຂ້າແດ່ພຣະເຈົ້າ ຄົນຈອງຫອງກຳລັງໂຈມຕີຂ້ານ້ອຍ
ກຸ່ມຄົນທີ່ໂຫດຮ້າຍກໍກຳລັງຈະເອົາຊີວິດຂອງຂ້ານ້ອຍ
ພວກເຂົາບໍ່ຢຳເກງພຣະອົງ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ແຕ່ພຣະອົງເປັນພຣະເຈົ້າຜູ້ມີຄວາມກະລຸນາ ແລະ ເມດຕາ,
ບໍ່ຮ້າຍງ່າຍ, ປ່ຽມດ້ວຍຄວາມຮັກໝັ້ນຄົງ ແລະ ຄວາມສັດຊື່.
ຂໍໂຜດຫັນມາ ແລະ ເມດຕາຂ້ານ້ອຍດ້ວຍ;
ຂໍໂຜດສະແດງກຳລັງຂອງພຣະອົງແກ່ຜູ້ຮັບໃຊ້ຂອງພຣະອົງ;
ຂໍຊ່ວຍຂ້ານ້ອຍໃຫ້ພົ້ນ, ເພາະວ່າຂ້ານ້ອຍນັ້ນຮັບໃຊ້ພຣະອົງ
ເໝືອນກັບແມ່ຂອງຂ້ານ້ອຍໄດ້ຮັບໃຊ້ພຣະອົງ.
ຂໍໂຜດໃຫ້ເຄື່ອງໝາຍແຫ່ງຄວາມພໍໃຈຂອງພຣະອົງແກ່ຂ້ານ້ອຍ,
ເພື່ອສັດຕູຂອງຂ້ານ້ອຍຈະໄດ້ເຫັນເຄື່ອງໝາຍນັ້ນ ແລະ ຖືກອັບອາຍ,
ຂ້າແດ່ພຣະເຈົ້າຢາເວ ເພາະພຣະອົງໄດ້ຊ່ວຍຂ້ານ້ອຍ ແລະ ໄດ້ເລົ້າໂລມໃຈຂ້ານ້ອຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.