Biblica® Open Lao Contemporary Version
ເພງສັນລະເສີນ 85
(ເຖິງຫົວໜ້ານັກຮ້ອງ, ບົດເພງສັນລະເສີນຂອງລູກຊາຍຂອງໂກຣາ)
ຂ້າແດ່ພຣະເຈົ້າຢາເວ, ພຣະອົງໄດ້ສະແດງຄວາມພໍໃຈດິນແດນຂອງພຣະອົງ;
ພຣະອົງໄດ້ໃຫ້ຊີວິດຂອງຢາໂຄບຄືນສູ່ສະພາບດີ.
ພຣະອົງໄດ້ອະໄພຄວາມຊົ່ວຊ້າຂອງບັນດາປະຊາຊົນຂອງພຣະອົງ
ແລະ ຍົກໂທດຄວາມບາບທັງໝົດຂອງພວກເຂົາ.
ພຣະອົງໄດ້ລະງັບຄວາມໂກດຮ້າຍທັງໝົດຂອງພຣະອົງ
ແລະ ຫັນຈາກຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ.
ຂ້າແດ່ພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກຂ້ານ້ອຍ ຂໍໃຫ້ພວກຂ້ານ້ອຍກັບສູ່ສະພາບດີອີກຄັ້ງ,
ແລະ ຂໍໂຜດລະງັບຄວາມເຄືອງໃຈຕໍ່ພວກຂ້ານ້ອຍດ້ວຍ.
ພຣະອົງຈະໃຈຮ້າຍໃຫ້ພວກຂ້ານ້ອຍຕະຫລອດໄປບໍ?
ພຣະອົງຈະຮ້າຍຕະຫລອດໄປທຸກຊົ່ວອາຍຸຄົນບໍ?
ພຣະອົງຈະບໍ່ຟື້ນຟູພວກຂ້ານ້ອຍອີກຄັ້ງບໍ?
ເພື່ອປະຊາຊົນຂອງພຣະອົງຈະຊື່ນຊົມຍິນດີໃນພຣະອົງ
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດສະແດງຄວາມຮັກໝັ້ນຄົງຂອງພຣະອົງແກ່ພວກຂ້ານ້ອຍດ້ວຍ
ແລະ ໃຫ້ຄວາມພົ້ນແກ່ພວກຂ້ານ້ອຍດ້ວຍ.
ຂ້ານ້ອຍຈະຟັງສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າກ່າວ,
ພຣະອົງສັນຍາວ່າຈະໃຫ້ສັນຕິສຸກແກ່ປະຊາຊົນຂອງພຣະອົງ, ຜູ້ຮັບໃຊ້ທີ່ສັດຊື່ຂອງພຣະອົງ
ແຕ່ຢ່າໃຫ້ພວກເຂົາກັບໄປຫາຄວາມໂງ່ຈ້າອີກເລີຍ.
ແນ່ນອນ ຄວາມພົ້ນຂອງພຣະອົງແມ່ນຢູ່ໃກ້ກັບບັນດາຜູ້ທີ່ຢຳເກງພຣະອົງ,
ເພື່ອສະຫງ່າລາສີຂອງພຣະອົງຈະດຳລົງຢູ່ໃນແຜ່ນດິນຂອງພວກເຮົາ.
ຄວາມຮັກ ແລະ ຄວາມສັດຊື່ມາພົບກັນ
ຄວາມຊອບທຳ ແລະ ສັນຕິສຸກມາຈູບກັນ.
ຄວາມສັດຊື່ພຸ່ງຂຶ້ນຈາກແຜ່ນດິນໂລກ
ແລະ ຄວາມຊອບທຳເບິ່ງລົງມາຈາກຟ້າສະຫວັນ.
ແທ້ຈິງແລ້ວພຣະເຈົ້າຢາເວຈະໃຫ້ສິ່ງທີ່ດີ,
ແຜ່ນດິນຂອງພວກເຮົາຈະເກີດພືດຜົນ.
ຄວາມຊອບທຳນຳໜ້າພຣະອົງ
ເພື່ອຕຽມທາງສຳລັບບາດກ້າວຂອງພຣະອົງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.