Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 92

(ບົດ​ເພງສັນລະເສີນ, ບົດເພງ, ສຳລັບ​ວັນຊະບາໂຕ)

ເປັນ​ການ​ດີ​ທີ່​ຈະ​ສັນລະເສີນ​ພຣະເຈົ້າ​ຢາເວ ຂ້າແດ່​ອົງ​ຜູ້​ສູງສຸດ

ແລະ ເປັນ​ການ​ດີ​ທີ່​ຈະ​ບັນເລງ​ເພງ​ແດ່​ນາມ​ຂອງ​ພຣະອົງ,

ທີ່​ຈະ​ປະກາດ​ຄວາມ​ຮັກ​ຂອງ​ພຣະອົງ​ໃນ​ເວລາ​ເຊົ້າ

ແລະ ປະກາດ​ຄວາມ​ສັດຊື່​ຂອງ​ພຣະອົງ​ໃນ​ເວລາ​ກາງຄືນ,

ບັນເລງ​ເພງ​ດ້ວຍ​ພິນ​ສິບ​ສາຍ ແລະ ພິນ​ໃຫຍ່

ບັນ​ເລງ​ດ້ວຍ​ພິນ​ເຂົາ​ຄູ່.

ຂ້າແດ່​ພຣະເຈົ້າ​ຢາເວ ເພາະ​ພຣະອົງ​ໃຫ້​ຂ້ານ້ອຍ​ຍິນດີ​ກັບ​ກິດຈະການ​ທັງຫລາຍ​ຂອງ​ພຣະອົງ;

ຂ້ານ້ອຍ​ຮ້ອງເພງ​ຊື່ນຊົມຍິນດີ​ໃນ​ສິ່ງ​ທີ່​ມື​ຂອງ​ພຣະອົງ​ໄດ້​ກະທຳ.

ຂ້າແດ່​ພຣະເຈົ້າ​ຢາເວ ກິດຈະການ​ຂອງ​ພຣະອົງ​ນັ້ນ​ຍິ່ງໃຫຍ່

ຄວາມ​ຄິດ​ຂອງ​ພຣະອົງ​ກໍ​ລ້ຳ​ເລິກ​ທີ່​ສຸດ!

ຄົນ​ທີ່​ບໍ່​ຮູ້​ຈັກ​ຄິດ​ບໍ່​ສາມາດ​ຮູ້​ໄດ້,

ຄົນ​ໂງ່​ກໍ​ບໍ່​ອາດ​ເຂົ້າໃຈ​ໄດ້,

ຄື​ເຖິງ​ແມ່ນ​ຄົນຊົ່ວ​ຈະ​ງອກງາມ​ຂຶ້ນ​ດັ່ງ​ຫຍ້າ

ແລະ ຄົນ​ຊົ່ວ​ທັງຫລາຍ​ຈະ​ຮຸ່ງເຮືອງ,

ພວກເຂົາ​ກໍ​ຈະ​ຖືກ​ທຳລາຍ​ໄປ​ຕະຫລອດ​ການ.

ຂ້າແດ່​ພຣະເຈົ້າ​ຢາເວ ແຕ່​ພຣະອົງ​ເປັນ​ທີ່​ຍົກຍ້ອງ​ຕະຫລອດ​ໄປ.

ຂ້າແດ່​ພຣະເຈົ້າ ແນ່ນອນ, ສັດຕູ​ຂອງ​ພຣະອົງ

ສັດຕູ​ຂອງ​ພຣະອົງ​ຈະ​ພິນາດ​ຈິບຫາຍ​ໄປ​ຢ່າງ​ແນ່ນອນ;

ບັນດາ​ຄົນ​ທີ່​ເຮັດ​ຊົ່ວ​ກໍ​ຈະ​ກະຈັດກະຈາຍ​ໄປ.

ແຕ່​ພຣະອົງ​ໄດ້​ຍົກ​ພະລັງ​ອຳນາດ1​ຂອງ​ຂ້ານ້ອຍ​ໃຫ້​ເຂັ້ມແຂງ​ດັ່ງ​ເຂົາ​ຂອງ​ງົວປ່າ;

ນ້ຳມັນ​ບໍລິສຸດ​ຖືກ​ເທ​ລົງ​ເທິງ​ຂ້ານ້ອຍ.

ຕາ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ຄວາມ​ພ່າຍແພ້​ຂອງ​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ;

ຫູ​ຂອງ​ຂ້ານ້ອຍ​ໄດ້​ຍິນ​ສຽງ​ຂອງ​ສັດຕູ​ຜູ້​ຊົ່ວ​ຮ້າຍ​ຂອງ​ຂ້ານ້ອຍ​ພ່າຍແພ້​ໄປ.

ຄົນ​ຊອບທຳ​ຈະ​ງອກ​ງາມ​ຂຶ້ນ​ດັ່ງ​ຕົ້ນຕານ,

ພວກເຂົາ​ຈະ​ເຕີບໃຫຍ່​ຂຶ້ນ​ດັ່ງ​ຕົ້ນແປກ​ແຫ່ງ​ເລບານອນ;

ເຊິ່ງ​ປຸກ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ,

ພວກເຂົາ​ຈະ​ງອກງາມ​ຂຶ້ນ​ໃນ​ສວນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.

ເຖິງ​ແມ່ນ​ເຖົ້າແກ່​ແລ້ວ​ກໍ​ຍັງ​ເກີດ​ໝາກ,

ແລະ ຈະ​ຍັງ​ສົດຊື່ນ ແລະ ຂຽວ,

ປະກາດ​ວ່າ “ພຣະເຈົ້າ​ຢາເວ​ນັ້ນ​ທ່ຽງທຳ;

ພຣະອົງ​ເປັນ​ສີລາ​ຂອງ​ຂ້ານ້ອຍ ແລະ ໃນ​ພຣະອົງ​ນັ້ນ​ບໍ່​ມີ​ຄວາມ​ຊົ່ວ​ຮ້າຍ​ໃດໆ”.

Source notes (1)
  1. Footnote ຫລື ເຂົາ​ສັດ ເຊິ່ງ​ເປັນ​ສັນຍາລັກ​ຂອງ​ກຳລັງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.