Biblica® Open Lao Contemporary Version
ເພງສັນລະເສີນ 93
ພຣະເຈົ້າຢາເວປົກຄອງຢູ່, ພຣະອົງຫົ່ມດ້ວຍບາລະມີ;
ພຣະເຈົ້າຢາເວຫົ່ມດ້ວຍບາລະມີ ແລະ ກຳລັງ;
ແຜ່ນດິນໂລກໄດ້ຮັບການສະຖາປະນາໄວ້ຢ່າງໝັ້ນຄົງ ແລະ ປອດໄພ;
ບັນລັງຂອງພຣະອົງໄດ້ຮັບການສະຖາປະນາໄວ້ຕັ້ງແຕ່ດຶກດຳບັນ;
ພຣະອົງດຳລົງຢູ່ຕະຫລອດການ.
ຂ້າແດ່ພຣະເຈົ້າຢາເວ ທະເລໄດ້ຍົກຂຶ້ນແລ້ວ,
ທະເລໄດ້ຍົກສຽງ,
ທະເລຍົກຄື້ນຊັດຂຶ້ນແລ້ວ.
ພຣະອົງມີລິດອຳນາດຍິ່ງໃຫຍ່ກວ່າສຽງດັງກ້ອງຂອງຄື້ນນ້ຳ,
ຍິ່ງໃຫຍ່ກວ່າຄວາມປັ່ນປ່ວນຂອງທະເລ
ພຣະເຈົ້າຢາເວ ເບື້ອງເທິງນັ້ນຍິ່ງໃຫຍ່.
ຂ້າແດ່ພຣະເຈົ້າຢາເວ ກົດເກນຂອງພຣະອົງຕັ້ງໝັ້ນຄົງ;
ຄວາມບໍລິສຸດສັກສິດກໍປະດັບວິຫານຂອງພຣະອົງ
ບໍ່ມີມື້ສິ້ນສຸດ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.