Biblica® Open Lao Contemporary Version
ເພງສັນລະເສີນ 94
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຜູ້ແກ້ແຄ້ນ.
ຂ້າແດ່ພຣະເຈົ້າຜູ້ແກ້ແຄ້ນ ຂໍໂຜດສ່ອງແສງອອກມາ.
ໂຜດລຸກຂຶ້ນ ຜູ້ພິພາກສາແຜ່ນດິນໂລກ;
ຂໍຕອບແທນຄົນຈອງຫອງທີ່ພວກເຂົາສົມຄວນຈະໄດ້ຮັບ.
ຂ້າແດ່ພຣະເຈົ້າຢາເວ ອີກດົນປານໃດ
ທີ່ຄົນຊົ່ວຈະຊື່ນຊົມຍິນດີໃນໄຊຊະນະ?
ພວກເຂົາເທຄຳເວົ້າອັນຈອງຫອງອອກມາ;
ຄົນເຮັດຊົ່ວທັງໝົດຕ່າງກໍເຕັມໄປດ້ວຍການອວດອ້າງ.
ຂ້າແດ່ພຣະເຈົ້າຢາເວ ພວກເຂົາຍ່ອງປະຊາຊົນຂອງພຣະອົງ
ພວກເຂົາຂົ່ມເຫັງຜູ້ເປັນກຳມະສິດຂອງພຣະອົງ.
ພວກເຂົາຂ້າແມ່ໝ້າຍ ແລະ ຄົນຕ່າງດ້າວ;
ພວກເຂົາຂ້າລູກກຳພ້າພໍ່.
ພວກເຂົາເວົ້າວ່າ “ພຣະເຈົ້າຢາເວບໍ່ເຫັນ;
ພຣະເຈົ້າຂອງຢາໂຄບບໍ່ໃສ່ໃຈ”.
ພວກເຈົ້າທັງຫລາຍຜູ້ບໍ່ຮູ້ຈັກຄິດໃນໝູ່ປະຊາຊົນ ຈົ່ງໃສ່ໃຈ
ພວກເຈົ້າຜູ້ເປັນຄົນໂງ່ ເມື່ອໃດພວກເຈົ້າຈຶ່ງຈະສະຫລາດຂຶ້ນ?
ພຣະອົງຜູ້ສ້າງຫູຈະບໍ່ໄດ້ຍິນບໍ?
ພຣະອົງຜູ້ສ້າງຕາຈະບໍ່ເຫັນບໍ?
ພຣະອົງຜູ້ຕີສັ່ງສອນປະຊາຊາດທັງຫລາຍຈະບໍ່ລົງໂທດບໍ?
ພຣະອົງຜູ້ສອນມະນຸດຈະຂາດຄວາມຮູ້ບໍ?
ພຣະເຈົ້າຢາເວຮູ້ຈັກຄວາມຄິດຂອງມະນຸດ
ພຣະອົງຮູ້ວ່າພວກເຂົາລ້ວນແຕ່ບໍ່ມີປະໂຫຍດ.
ຂ້າແດ່ພຣະເຈົ້າຢາເວ ຄວາມສຸກມີແກ່ຜູ້ທີ່ພຣະອົງຕີສັ່ງສອນ,
ມີແກ່ຜູ້ທີ່ພຣະອົງສອນຈາກກົດບັນຍັດຂອງພຣະອົງ;
ພຣະອົງໃຫ້ພວກເຂົາໄດ້ຮັບຄວາມຊ່ວຍເຫລືອໃນຍາມເດືອດຮ້ອນ,
ຈົນຂຸມໄດ້ຂຸດໄວ້ສຳລັບຄົນຊົ່ວຮ້າຍ.
ເພາະພຣະເຈົ້າຢາເວຈະບໍ່ປະຕິເສດປະຊາຊົນຂອງພຣະອົງ;
ພຣະອົງຈະບໍ່ປະຖິ້ມຜູ້ທີ່ເປັນກຳມະສິດຂອງພຣະອົງຈັກເທື່ອ.
ການພິພາກສາຈະຕັ້ງໝັ້ນເທິງຄວາມຊອບທຳອີກຄັ້ງໜຶ່ງ,
ແລະ ບັນດາຜູ້ທີ່ມີຈິດໃຈທ່ຽງທຳຈະດຳເນີນຕາມນັ້ນ.
ຜູ້ໃດຈະລຸກຂຶ້ນຕໍ່ສູ້ກັບຄົນຊົ່ວຮ້າຍເພື່ອຂ້ານ້ອຍ?
ຜູ້ໃດຈະຢືນຕໍ່ຕ້ານຄົນເຮັດຊົ່ວເພື່ອຂ້ານ້ອຍ?
ຖ້າພຣະເຈົ້າຢາເວບໍ່ໄດ້ຊ່ວຍຂ້ານ້ອຍໄວ້,
ອີກບໍ່ດົນຂ້ານ້ອຍຄົງຈະຢູ່ໃນຄວາມງຽບແຫ່ງຄວາມຕາຍ.
ເມື່ອຂ້ານ້ອຍເວົ້າວ່າ “ຕີນຂອງຂ້ານ້ອຍກຳລັງມື່ນ”
ຂ້າແດ່ພຣະເຈົ້າຢາເວ ຄວາມຮັກໝັ້ນຄົງຂອງພຣະອົງກໍຄ້ຳຊູຂ້ານ້ອຍໄວ້.
ເມື່ອຄວາມວິຕົກກັງວົນສຸມໃຈຂອງຂ້ານ້ອຍ
ການເລົ້າໂລມຂອງພຣະອົງກໍນຳຄວາມຊື່ນຊົມຍິນດີມາສູ່ຂ້ານ້ອຍ.
ຜູ້ປົກຄອງທີ່ເສື່ອມຊາມຈະຢູ່ຝ່າຍດຽວກັບພຣະອົງໄດ້ບໍ?
ຄືຜູ້ປົກຄອງທີ່ສ້າງຄວາມທຸກຍາກດ້ວຍຄຳສັ່ງຂອງຕົນ.
ພວກເຂົາໄດ້ລວມໂຕກັນຕໍ່ສູ້ຜູ້ຊອບທຳ
ແລະ ຕັດສິນປະຫານຊີວິດຜູ້ທີ່ບໍ່ມີຄວາມຜິດ.
ແຕ່ພຣະເຈົ້າຢາເວເປັນປ້ອມປ້ອງກັນຂອງຂ້ານ້ອຍ,
ແລະ ພຣະເຈົ້າຜູ້ເປັນສີລາທີ່ຂ້ານ້ອຍເຂົ້າລີ້ໄພ.
ພຣະອົງຈະໃຫ້ພວກເຂົາຮັບໂທດສົມກັບຄວາມບາບຂອງພວກເຂົາ
ແລະ ທຳລາຍພວກເຂົາເພາະຄວາມຊົ່ວຮ້າຍຂອງພວກເຂົາເອງ;
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈະທຳລາຍພວກເຂົາ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.