Biblica® Open Lao Contemporary Version
ເພງສັນລະເສີນ 95
ຈົ່ງມາ, ໃຫ້ພວກເຮົາຮ້ອງເພງຊື່ນຊົມຍິນດີຖວາຍແກ່ພຣະເຈົ້າຢາເວ;
ໃຫ້ພວກເຮົາໂຫ່ຮ້ອງແດ່ຜູ້ເປັນສີລາແຫ່ງຄວາມພົ້ນຂອງພວກເຮົາ.
ໃຫ້ພວກເຮົາມາເຂົ້າເຝົ້າຕໍ່ໜ້າພຣະອົງດ້ວຍການຂອບພຣະຄຸນ
ແລະ ໃຫ້ພວກເຮົາໂຫ່ຮ້ອງສັນລະເສີນພຣະອົງດ້ວຍດົນຕີ ແລະ ບົດເພງ.
ເພາະພຣະເຈົ້າຢາເວເປັນພຣະເຈົ້າຍິ່ງໃຫຍ່,
ເປັນກະສັດຍິ່ງໃຫຍ່ເໜືອພະທັງໝົດ.
ທີ່ເລິກແຫ່ງແຜ່ນດິນໂລກກໍຢູ່ໃນມືຂອງພຣະອົງ
ແລະ ຍອດພູທັງຫລາຍກໍເປັນຂອງພຣະອົງ.
ທະເລເປັນຂອງພຣະອົງ ເພາະພຣະອົງໄດ້ສ້າງທະເລນັ້ນຂຶ້ນມາ,
ແລະ ມືຂອງພຣະອົງໄດ້ປັ້ນແຜ່ນດິນ.
ຈົ່ງມາ, ໃຫ້ພວກເຮົາກາບລົງນະມັດສະການ,
ໃຫ້ພວກເຮົາຄຸເຂົ່າລົງຕໍ່ໜ້າພຣະເຈົ້າຢາເວ ພຣະຜູ້ສ້າງຂອງພວກເຮົາ;
ເພາະພຣະອົງເປັນພຣະເຈົ້າຂອງພວກເຮົາ
ແລະ ພວກເຮົາກໍເປັນປະຊາຊົນທີ່ພຣະອົງລ້ຽງດູໃນທົ່ງຫຍ້າຂອງພຣະອົງ,
ເປັນຝູງແກະທີ່ຢູ່ໃນການເບິ່ງແຍງຂອງພຣະອົງ.
ວັນນີ້, ຖ້າພວກເຈົ້າພຽງແຕ່ໄດ້ຍິນສຽງຂອງພຣະອົງ
ຢ່າເຮັດໃຈແຂງກະດ້າງເໝືອນທີ່ເມຣີບາ,1
ເໝືອນທີ່ມັດສາ2 ໃນຖິ່ນແຫ້ງແລ້ງກັນດານ,
ບ່ອນທີ່ບັນພະບຸລຸດຂອງພວກເຈົ້າໄດ້ທົດລອງເຮົາ
ພວກເຂົາລອງດີກັບເຮົາທັງທີ່ພວກເຂົາໄດ້ເຫັນສິ່ງຕ່າງໆທີ່ເຮົາໄດ້ເຮັດແລ້ວກໍຕາມ.
ຕະຫລອດສີ່ສິບປີ ເຮົາໄດ້ໃຈຮ້າຍໃຫ້ຄົນທີ່ຢູ່ໃນຊົ່ວອາຍຸນັ້ນ
ແລະ ເຮົາໄດ້ເວົ້າວ່າ “ພວກເຂົາເປັນຊົນຊາດທີ່ໃຈຫລົງໄປ
ແລະ ພວກເຂົາບໍ່ຮູ້ຈັກວິຖີທາງຂອງເຮົາ”.
ດັ່ງນັ້ນ ເຮົາຈຶ່ງສາບານດ້ວຍຄວາມໃຈຮ້າຍຂອງເຮົາວ່າ,
“ພວກເຂົາຈະບໍ່ມີວັນໄດ້ເຂົ້າສູ່ການພັກສະຫງົບຂອງເຮົາ”.
Source notes (2)
- Footnote ແປວ່າ ຜິດຖຽງກັນ
- Footnote ແປວ່າ ທົດລອງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.