Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 96

(1ຂຄ 16:23-33)

ຈົ່ງ​ຮ້ອງເພງ​ບົດ​ໃໝ່​ຖວາຍ​ແດ່​ພຣະເຈົ້າຢາເວ;

ຈົ່ງ​ຮ້ອງເພງ​ຖວາຍ​ພຣະເຈົ້າຢາເວ ທົ່ວ​ແຜ່ນດິນໂລກ.

ຈົ່ງ​ຮ້ອງເພງ​ຖວາຍ​ພຣະເຈົ້າຢາເວ ສັນລະເສີນ​ນາມ​ຂອງ​ພຣະອົງ;

ຈົ່ງ​ປະກາດ​ຄວາມພົ້ນ​ຂອງ​ພຣະອົງ​ທຸກໆ​ວັນ.

ຈົ່ງ​ປະກາດ​ສະຫງ່າລາສີ​ຂອງ​ພຣະອົງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ,

ປະກາດ​ກິດຈະການ​ອັນ​ລ້ຳເລີດ​ຂອງ​ພຣະອົງ​ທ່າມກາງ​ຊົນຊາດ​ທັງໝົດ.

ເພາະ​ພຣະເຈົ້າຢາເວ​ນັ້ນ​ຍິ່ງໃຫຍ່ ແລະ ສົມຄວນ​ໄດ້​ຮັບ​ການ​ສັນລະເສີນ​ທີ່ສຸດ;

ພຣະອົງ​ເປັນ​ທີ່​ເຄົາລົບ​ຢຳເກງ​ເໜືອ​ພະ​ທັງໝົດ.

ເພາະ​ພະ​ທັງໝົດ​ຂອງ​ຊົນຊາດ​ຕ່າງໆ​ນັ້ນ​ເປັນ​ພຽງ​ຮູບເຄົາລົບ,

ແຕ່​ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ.

ຄວາມ​ສະຫງ່າງາມ ແລະ ບາລະມີ​ກໍ​ຢູ່​ຕໍ່ໜ້າ​ພຣະອົງ;

ກຳລັງ ແລະ ສະຫງ່າລາສີ​ກໍ​ຢູ່​ໃນ​ສະຖານ​ນະມັດສະການ​ຂອງ​ພຣະອົງ.

ທຸກ​ຄອບຄົວ​ຂອງ​ຊົນຊາດ​ທັງຫລາຍ, ຈົ່ງ​ເທີດທູນ​ພຣະເຈົ້າຢາເວ,

ຈົ່ງ​ເທີດທູນ​ພຣະເຈົ້າຢາເວ​ເຖິງ​ກຽດ ແລະ ກຳລັງ​ຂອງ​ພຣະອົງ.

ຈົ່ງ​ເທີດທູນ​ພຣະເຈົ້າຢາເວ​ຕາມ​ກຽດ​ທີ່​ສົມຄວນ​ແກ່​ນາມ​ຂອງ​ພຣະອົງ;

ຈົ່ງ​ນຳ​ເຄື່ອງບູຊາ ແລະ ເຂົ້າ​ມາ​ໃນ​ເດີ່ນ​ວິຫານ​ຂອງ​ພຣະອົງ.

ຈົ່ງ​ນະມັດສະການ​ພຣະເຈົ້າຢາເວ​ໃນ​ຄວາມ​ສະຫງ່າງາມ​ແຫ່ງ​ຄວາມ​ບໍລິສຸດ​ຂອງ​ພຣະອົງ;1

ທົ່ວ​ແຜ່ນດິນໂລກ​ຈົ່ງ​ສັ່ນສະທ້ານ​ຕໍ່ໜ້າ​ພຣະອົງ.

ຈົ່ງ​ກ່າວ​ທ່າມກາງ​ປະຊາຊາດ​ທັງຫລາຍ​ວ່າ “ພຣະເຈົ້າຢາເວ​ຄອບຄອງ”.

ໂລກ​ໄດ້​ຮັບ​ການ​ສະຖາປະນາ​ໄວ້​ຢ່າງ​ໝັ້ນຄົງ ຈະ​ບໍ່​ມີ​ວັນ​ສັ່ນຄອນ;

ພຣະອົງ​ຈະ​ພິພາກສາ​ຊົນຊາດ​ທັງຫລາຍ​ຢ່າງ​ຍຸຕິທຳ.

ຟ້າ​ສະຫວັນ​ຈົ່ງ​ຊື່ນຊົມຍິນດີ, ແຜ່ນດິນໂລກ​ຈົ່ງ​ຍິນດີ;

ໃຫ້​ທະເລ ແລະ ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ສົ່ງ​ສຽງ​ກັງວານ.

ໃຫ້​ທົ່ງນາ ແລະ ທຸກສິ່ງ​ທີ່​ຢູ່​ໃນ​ທົ່ງນາ​ນັ້ນ​ມ່ວນຊື່ນ,

ໃຫ້​ຕົ້ນໄມ້​ທີ່​ຢູ່​ໃນ​ປ່າ​ຮ້ອງເພງ​ຊື່ນຊົມຍິນດີ.

ໃຫ້​ທຸກ​ສິ່ງ​ທີ່​ພຣະອົງ​ສ້າງ​ນັ້ນ​ຊື່ນຊົມຍິນດີ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ເພາະ​ພຣະອົງ​ມາ,

ພຣະອົງ​ມາ​ເພື່ອ​ພິພາກສາ​ແຜ່ນດິນໂລກ.

ພຣະອົງ​ຈະ​ພິພາກສາ​ໂລກ​ດ້ວຍ​ຄວາມ​ຊອບທຳ

ແລະ ພິພາກສາ​ຊົນຊາດ​ຕ່າງໆ​ດ້ວຍ​ຄວາມ​ສັດຊື່​ຂອງ​ພຣະອົງ.

Source notes (1)
  1. Footnote ຫລື ດ້ວຍ​ສະຫງ່າລາສີ​ແຫ່ງ​ຄວາມ​ບໍລິສຸດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.