Biblica® Open Lao Contemporary Version
ເພງສັນລະເສີນ 97
ພຣະເຈົ້າຢາເວນັ້ນຄອບຄອງຢູ່, ແຜ່ນດິນໂລກຈົ່ງຍິນດີ;
ຊາຍທະເລທີ່ຢູ່ຫ່າງໄກຈົ່ງຊື່ນຊົມຍິນດີ
ເມກ ແລະ ຄວາມມືດໜາກໍຫຸ້ມອ້ອມພຣະອົງ;
ຄວາມຊອບທຳ ແລະ ຄວາມຍຸຕິທຳເປັນຮາກຖານຂອງບັນລັງຂອງພຣະອົງ.
ໄຟໄດ້ອອກລ່ວງໜ້າພຣະອົງໄປ
ແລະ ເຜົາຜານສັດຕູຂອງພຣະອົງຢູ່ທຸກດ້ານ.
ສາຍຟ້າແມບຂອງພຣະອົງກໍເຮັດໃຫ້ໂລກສະຫວ່າງສະໄຫວ;
ແຜ່ນດິນໂລກເຫັນແລ້ວສັ່ນສະທ້ານ.
ພູເຂົາທັງຫລາຍໄດ້ລະລາຍເໝືອນດັ່ງຂີ້ເຜິ້ງຕໍ່ໜ້າພຣະເຈົ້າຢາເວ.
ຕໍ່ໜ້າອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກ.
ຟ້າສະຫວັນປະກາດຄວາມຊອບທຳຂອງພຣະອົງ
ແລະ ຊົນຊາດທັງໝົດກໍເຫັນສະຫງ່າລາສີຂອງພຣະອົງ
ບັນດາຜູ້ທີ່ນະມັດສະການຮູບເຄົາລົບທຸກຄົນຈະໄດ້ຮັບຄວາມອັບອາຍ,
ຄືຜູ້ທີ່ອວດອ້າງໃນຮູບເຄົາລົບ
ພະທັງຫລາຍ, ຈົ່ງນະມັດສະການພຣະເຈົ້າ!
ຊີໂອນໄດ້ຍິນ ແລະ ຊື່ນຊົມຍິນດີ
ແລະ ໝູ່ບ້ານທັງຫລາຍຂອງຢູດາຕ່າງກໍຍິນດີ
ເພາະຄຳພິພາກສາຂອງພຣະອົງ ຂ້າແດ່ພຣະເຈົ້າຢາເວ.
ຂ້າແດ່ພຣະເຈົ້າຢາເວ ເພາະພຣະອົງເປັນອົງຜູ້ສູງສຸດເໜືອທັງໂລກ;
ພຣະອົງເປັນທີ່ຍົກຍ້ອງເທີດທູນເໜືອພະທັງໝົດ.
ບັນດາຜູ້ທີ່ຮັກພຣະເຈົ້າຢາເວ ຈົ່ງກຽດຊັງຄວາມຊົ່ວ,
ເພາະພຣະອົງປົກປ້ອງຊີວິດຂອງບັນດາຜູ້ທີ່ສັດຊື່ຕໍ່ພຣະອົງ
ແລະ ປົດປ່ອຍພວກເຂົາໃຫ້ພົ້ນຈາກມືຂອງຄົນຊົ່ວ.
ແສງສະຫວ່າງສາດສ່ອງໃສ່ຄົນຊອບທຳ
ແລະ ຄວາມຊື່ນຊົມຍິນດີກໍມີແກ່ຜູ້ທີ່ມີຈິດໃຈທ່ຽງທຳ.
ພວກເຈົ້າທັງຫລາຍຜູ້ຊອບທຳ, ຈົ່ງຊື່ນຊົມຍິນດີໃນພຣະເຈົ້າຢາເວ
ແລະ ສັນລະເສີນນາມອັນບໍລິສຸດຂອງພຣະອົງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.