Biblica® Open Lao Contemporary Version
ເພງສັນລະເສີນ 98
(ບົດເພງສັນລະເສີນ)
ຈົ່ງຮ້ອງເພງບົດໃໝ່ຖວາຍແກ່ພຣະເຈົ້າຢາເວ,
ເພາະພຣະອົງໄດ້ເຮັດການອັດສະຈັນຫລາຍຢ່າງ;
ມືຂວາ ແລະ ແຂນອັນບໍລິສຸດຂອງພຣະອົງ
ໄດ້ນຳຄວາມພົ້ນມາ.
ພຣະເຈົ້າຢາເວໄດ້ເຮັດໃຫ້ຄວາມພົ້ນຂອງພຣະອົງເປັນທີ່ຮູ້ຈັກ
ແລະ ໄດ້ສະແດງຄວາມຊອບທຳຂອງພຣະອົງແກ່ປະຊາຊາດທັງຫລາຍ.
ພຣະອົງໄດ້ລະນຶກເຖິງຄວາມຮັກຂອງພຣະອົງ
ແລະ ຄວາມສັດຊື່ຂອງພຣະອົງຕໍ່ຊາວອິດສະຣາເອນ;
ຄົນຢູ່ທົ່ວທຸກມຸມໂລກຕ່າງກໍໄດ້ເຫັນ
ຄວາມພົ້ນຂອງພຣະເຈົ້າຂອງພວກເຮົາ.
ທົ່ວທັງແຜ່ນດິນໂລກ, ຈົ່ງໂຫ່ຮ້ອງຊື່ນຊົມຍິນດີຖວາຍແກ່ພຣະເຈົ້າຢາເວ,
ຈົ່ງເປັ່ງສຽງເພງແຫ່ງຄວາມມ່ວນຊື່ນເຂົ້າກັບສຽງດົນຕີ;
ຈົ່ງບັນເລງບົດເພງຖວາຍແກ່ພຣະເຈົ້າຢາເວດ້ວຍພິນ,
ດ້ວຍພິນ ແລະ ສຽງຮ້ອງເພງ,
ຈົ່ງເປົ່າແກ ແລະ ແກເຂົາແກະ
ຈົ່ງໂຫ່ຮ້ອງດ້ວຍຄວາມຊື່ນຊົມຍິນດີຕໍ່ໜ້າພຣະເຈົ້າຢາເວ, ຜູ້ເປັນກະສັດ.
ໃຫ້ທະເລ ແລະ ທຸກສິ່ງທີ່ຢູ່ໃນນັ້ນ,
ໂລກ ແລະ ຜູ້ທີ່ຢູ່ໃນໂລກທັງໝົດໂຫ່ຮ້ອງດັງກ້ອງກັງວານ.
ໃຫ້ແມ່ນ້ຳທັງຫລາຍຕົບມືຂອງຕົນ,
ໃຫ້ພູເຂົາທັງຫລາຍຮ້ອງເພງຊື່ນຊົມຍິນດີຮ່ວມກັນ;
ໃຫ້ສິ່ງເຫລົ່ານັ້ນຮ້ອງເພງຕໍ່ໜ້າພຣະເຈົ້າຢາເວ,
ເພາະພຣະອົງມາເພື່ອພິພາກສາໂລກ.
ພຣະອົງຈະພິພາກສາໂລກດ້ວຍຄວາມຊອບທຳ
ແລະ ພິພາກສາຊົນຊາດທັງຫລາຍດ້ວຍຄວາມທ່ຽງທຳ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.