Biblica® Open Lao Contemporary Version
ເພງສັນລະເສີນ 99
ພຣະເຈົ້າຢາເວນັ້ນຄອບຄອງຢູ່,
ປະຊາຊາດທັງຫລາຍຈົ່ງສັ່ນສະທ້ານ;
ພຣະອົງນັ່ງຢູ່ເທິງບັນລັງລະຫວ່າງເຄຣຸບ,
ແຜ່ນດິນໂລກຈົ່ງສັ່ນສະເທືອນ.
ພຣະເຈົ້າຢາເວຜູ້ຢູ່ໃນຊີໂອນນັ້ນຍິ່ງໃຫຍ່
ພຣະອົງເປັນທີ່ຍົກຍ້ອງເໜືອທຸກຊົນຊາດ.
ໃຫ້ພວກເຂົາສັນລະເສີນນາມອັນຍິ່ງໃຫຍ່ ແລະ ນາມອັນອັດສະຈັນຂອງພຣະອົງ
ພຣະອົງບໍລິສຸດ.
ເປັນກະສັດຜູ້ມີລິດອຳນາດຍິ່ງໃຫຍ່, ພຣະອົງຮັກຄວາມຍຸຕິທຳ
ພຣະອົງໄດ້ສະຖາປະນາຄວາມສະເໝີພາບໄວ້;
ພຣະອົງໄດ້ກະທຳ
ສິ່ງທີ່ຍຸຕິທຳ ແລະ ຖືກຕ້ອງໃນອິດສະຣາເອນ.1
ຈົ່ງຍົກຍ້ອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ
ແລະ ນະມັດສະການທີ່ແທ່ນຮອງຕີນຂອງພຣະອົງ
ພຣະອົງບໍລິສຸດ.
ໂມເຊ ແລະ ອາໂຣນກໍຢູ່ໃນທ່າມກາງປະໂລຫິດທັງຫລາຍຂອງພຣະອົງ.
ຊາມູເອນເປັນຄົນໜຶ່ງໃນບັນດາຜູ້ທີ່ຮ້ອງອອກນາມຂອງພຣະອົງ;
ພວກເຂົາຮ້ອງຫາພຣະເຈົ້າຢາເວ
ແລະ ພຣະອົງກໍໄດ້ຕອບພວກເຂົາ.
ພຣະອົງໄດ້ເວົ້າກັບພວກເຂົາຈາກເສົາເມກ;
ພວກເຂົາໄດ້ເຮັດຕາມກົດເກນຂອງພຣະອົງ ແລະ ດຳລັດທີ່ພຣະອົງໄດ້ໃຫ້ພວກເຂົາ.
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ,
ພຣະອົງໄດ້ຕອບພວກເຂົາແລ້ວ;
ພຣະອົງເປັນພຣະເຈົ້າຜູ້ໃຫ້ອະໄພສຳລັບອິດສະຣາເອນ,2
ເຖິງວ່າພຣະອົງໄດ້ລົງໂທດເມື່ອພວກເຂົາເຮັດຜິດ.3
ຈົ່ງຍົກຍ້ອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ
ແລະ ນະມັດສະການທີ່ພູເຂົາສັກສິດຂອງພຣະອົງ,
ເພາະພຣະເຈົ້າຢາເວຂອງພວກເຮົານັ້ນບໍລິສຸດ.
Source notes (3)
- Footnote ພາສາເຮັບເຣີວ່າ ຢາໂຄບ
- Footnote ພາສາເຮັບເຣີວ່າ ພວກເຂົາ
- Footnote ຫລື ເປັນຜູ້ແກ້ແຄ້ນຕໍ່ຄົນທີ່ຜິດຕໍ່ພວກເຂົາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.