Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 100

(ບົດ​ເພງສັນລະເສີນ ເພື່ອ​ຂອບພຣະຄຸນ)

ທົ່ວທັງ​ໂລກ​ເອີຍ, ຈົ່ງ​ໂຫ່​ຮ້ອງ​ຊື່ນຊົມຍິນດີ​ຖວາຍ​ແດ່​ພຣະເຈົ້າ​ຢາເວ.

ຈົ່ງ​ນະມັດສະການ​ພຣະເຈົ້າ​ຢາເວ​ດ້ວຍ​ຄວາມ​ຍິນດີ;

ຈົ່ງ​ມາ​ເຂົ້າ​ມາ​ພົບ​ພຣະອົງ​ດ້ວຍ​ບົດເພງ​ຊື່ນຊົມຍິນດີ.

ຈົ່ງ​ຮູ້​ວ່າ​ພຣະເຈົ້າ​ຢາເວ​ນັ້ນ​ເປັນ​ພຣະເຈົ້າ.

ພຣະອົງ​ນີ້​ແຫລະ​ທີ່​ໄດ້​ສ້າງ​ພວກເຮົາ ແລະ ພວກເຮົາ​ກໍ​ເປັນ​ຂອງ​ພຣະອົງ;1

ພວກເຮົາ​ເປັນ​ປະຊາຊົນ​ຂອງ​ພຣະອົງ, ເປັນ​ແກະ​ໃນ​ທົ່ງຫຍ້າ​ຂອງ​ພຣະອົງ.

ຈົ່ງ​ເຂົ້າ​ປະຕູ​ຂອງ​ພຣະອົງ​ດ້ວຍ​ການ​ຂອບພຣະຄຸນ

ເຂົ້າ​ມາ​ໃນ​ວິຫານ​ຂອງ​ພຣະອົງ​ດ້ວຍ​ການ​ສັນລະເສີນ;

ຈົ່ງ​ຂອບພຣະຄຸນ​ພຣະອົງ ແລະ ສັນລະເສີນ​ນາມ​ຂອງ​ພຣະອົງ.

ເພາະ​ພຣະເຈົ້າ​ຢາເວ​ນັ້ນ​ແສນ​ດີ ແລະ ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ກໍ​ດຳລົງ​ຢູ່​ເປັນນິດ;

ຄວາມ​ສັດຊື່​ຂອງ​ພຣະອົງ​ນັ້ນ​ຍັງ​ຢູ່​ຕະຫລອດ​ທຸກ​ຊົ່ວ​ອາຍຸ.

Source notes (1)
  1. Footnote ຫລື ແລະ ບໍ່​ແມ່ນ​ຕົວ​ເຮົາ​ເອງ​ເປັນ​ຜູ້​ສ້າງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.