Biblica® Open Lao Contemporary Version
ເພງສັນລະເສີນ 101
(ບົດເພງສັນລະເສີນຂອງດາວິດ)
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະຮ້ອງເພງເຖິງຄວາມຮັກໝັ້ນຄົງ ແລະ ຄວາມຍຸຕິທຳຂອງພຣະອົງ;
ຂ້ານ້ອຍຈະຮ້ອງເພງສັນລະເສີນພຣະອົງ.
ຂ້ານ້ອຍຈະລະວັງໃນການຮັກສາຊີວິດບໍ່ໃຫ້ມີຕຳໜິ
ເມື່ອໃດພຣະອົງຈະມາຫາຂ້ານ້ອຍ?
ຂ້ານ້ອຍຈະດຳເນີນຊີວິດໃນເຮືອນຂອງຂ້ານ້ອຍ
ດ້ວຍຈິດໃຈທີ່ບໍ່ມີຕຳໜິ.
ຂ້ານ້ອຍຈະບໍ່ເຫັນດີເຫັນງາມ
ກັບສິ່ງທີ່ຊົ່ວຊ້າອັນໃດ.
ຂ້ານ້ອຍກຽດຊັງການກະທຳຂອງຄົນທີ່ບໍ່ສັດຊື່;
ແລະ ບໍ່ຫຍຸ້ງກ່ຽວໃນກິດຈະການເຫລົ່ານັ້ນ.
ຂ້ານ້ອຍຈະຫລີກຫ່າງຈາກຄົນທີ່ມີຈິດໃຈດື້ດ້ານ
ຈະບໍ່ຍອມມີສ່ວນຮ່ວມອັນໃດກັບຄວາມຊົ່ວ.
ຜູ້ໃດທີ່ລັກໃສ່ຮ້າຍໃສ່ເພື່ອນບ້ານຂອງຕົນ,
ຂ້ານ້ອຍຈະເຮັດໃຫ້ມິດງຽບ;
ຂ້ານ້ອຍຈະບໍ່ທົນກັບຄົນໃດທີ່ມີຕາຈອງຫອງ
ແລະ ມີໃຈທີ່ໂອ້ອວດ.
ຕາຂອງຂ້ານ້ອຍຈະເບິ່ງຜູ້ທີ່ສັດຊື່ໃນແຜ່ນດິນ,
ເພື່ອພວກເຂົາຈະຢູ່ກັບຂ້ານ້ອຍ;
ຜູ້ທີ່ດຳເນີນຊີວິດຢ່າງບໍ່ມີຕຳໜິ
ຈະມາບົວລະບັດຂ້ານ້ອຍ.
ບໍ່ມີຄົນທີ່ຫລອກລວງຈັກຄົນ
ຈະບໍ່ໄດ້ອາໄສຢູ່ໃນເຮືອນຂອງຂ້ານ້ອຍ;
ບໍ່ມີຄົນທີ່ເວົ້າຕົວະຈັກຄົນ
ຈະໄດ້ຢືນຢູ່ຕໍ່ໜ້າຂ້ານ້ອຍ.
ທຸກເຊົ້າຂ້ານ້ອຍຈະເຮັດໃຫ້
ຄົນຊົ່ວທັງໝົດໃນດິນແດນມິດງຽບ;
ຂ້ານ້ອຍຈະກຳຈັດຄົນທີ່ເຮັດຊົ່ວທຸກຄົນໃຫ້ໝົດສິ້ນໄປ
ຈາກນະຄອນຂອງພຣະເຈົ້າຢາເວ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.