Biblica® Open Lao Contemporary Version
ເພງສັນລະເສີນ 102
(ຄຳອະທິຖານຂອງຜູ້ຕົກທຸກໄດ້ຍາກ, ຍາມລຳບາກ ແລະ ລະບາຍຄວາມໃນໃຈຕໍ່ພຣະເຈົ້າຢາເວ)
ຂ້າແດ່ພຣະເຈົ້າຢາເວ ໂຜດຟັງຄຳອະທິຖານຂອງຂ້ານ້ອຍ;
ຂໍໃຫ້ສຽງຂໍຄວາມຊ່ວຍເຫລືອຂອງຂ້ານ້ອຍນັ້ນຂຶ້ນໄປເຖິງພຣະອົງ.
ຂໍຢ່າໄດ້ເຊື່ອງໜ້າຂອງພຣະອົງຈາກຂ້ານ້ອຍ
ເມື່ອຂ້ານ້ອຍຢູ່ໃນຄວາມທຸກໃຈ.
ຂໍງ່ຽງຫູຂອງພຣະອົງຟັງຂ້ານ້ອຍ;
ເມື່ອຂ້ານ້ອຍຮ້ອງຫາ ຂໍໂຜດຕອບຂ້ານ້ອຍໂດຍໄວດ້ວຍ.
ເພາະເວັນເວລາຂອງຂ້ານ້ອຍນັ້ນຫາຍໄປເໝືອນດັ່ງຄວັນ;
ກະດູກຂອງຂ້ານ້ອຍລຸກເປັນໄຟເໝືອນຖ່ານທີ່ລຸກຢູ່.
ຈິດໃຈຂອງຂ້ານ້ອຍກໍລີບ ແລະ ຫ່ຽວແຫ້ງໄປເໝືອນດັ່ງຕົ້ນຫຍ້າ;
ຂ້ານ້ອຍລືມກິນອາຫານຂອງຕົນ.
ຂ້ານ້ອຍຄ່ຳຄວນໃນຄວາມທຸກໃຈ
ແລະ ຂ້ານ້ອຍຈົນເຫລືອແຕ່ໜັງ ແລະ ກະດູກ.
ຂ້ານ້ອຍເປັນເໝືອນນົກຮູກໃນຖິ່ນແຫ້ງແລ້ງກັນດານ
ເປັນເໝືອນນົກຮູກທ່າມກາງຊາກຫັກພັງ.
ຂ້ານ້ອຍບໍ່ອາດຂົ່ມຕາໃຫ້ຫລັບໄດ້
ຂ້ານ້ອຍເປັນເໝືອນນົກທີ່ດຽວດາຍຢູ່ເທິງຫລັງຄາ.
ສັດຕູຂອງຂ້ານ້ອຍເຢາະເຢີ້ຍຂ້ານ້ອຍແຕ່ເຊົ້າຮອດຄ່ຳ
ບັນດາຜູ້ທີ່ຕໍ່ວ່າຂ້ານ້ອຍໄດ້ໃຊ້ຊື່ຂອງຂ້ານ້ອຍເປັນຄຳປ້ອຍດ່າ.
ເພາະຂ້ານ້ອຍກິນຂີ້ເຖົ່າຕາງອາຫານ
ແລະ ປະສົມນ້ຳຕາລົງໃນເຄື່ອງດື່ມຂອງຂ້ານ້ອຍ
ເພາະຄວາມໂກດຮ້າຍອັນຍິ່ງໃຫຍ່ຂອງພຣະອົງ,
ພຣະອົງໄດ້ຍົກຂ້ານ້ອຍຂຶ້ນ ແລະ ໂຍນຂ້ານ້ອຍຖິ້ມ.
ວັນເວລາຂອງຂ້ານ້ອຍເປັນເໝືອນເງົາໃນເວລາຄ່ຳ
ຂ້ານ້ອຍຫ່ຽວແຫ້ງໄປເໝືອນດັ່ງຕົ້ນຫຍ້າ.
ຂ້າແດ່ພຣະເຈົ້າຢາເວ ແຕ່ພຣະອົງນັ່ງຢູ່ເທິງບັນລັງຕະຫລອດໄປ.
ຊື່ສຽງຂອງພຣະອົງກໍດຳລົງຢູ່ທຸກຊົ່ວອາຍຸ.
ພຣະອົງຈະລຸກຂຶ້ນ ແລະ ຈະເມດຕາສົງສານຊີໂອນ,
ເພາະເຖິງເວລາແລ້ວທີ່ຈະສະແດງຄວາມກະລຸນາຕໍ່ເມືອງນັ້ນ;
ເວລາທີ່ໄດ້ກຳນົດໄວ້ມາເຖິງແລ້ວ.
ເພາະກ້ອນຫີນຂອງເມືອງນັ້ນເປັນທີ່ຮັກຂອງຜູ້ຮັບໃຊ້ຂອງພຣະອົງ;
ຂີ້ຝຸ່ນດິນຂອງເມືອງນັ້ນກໍເຮັດໃຫ້ພວກເຂົາມີໃຈສົງສານ.
ປະຊາຊາດທັງຫລາຍຈະຢ້ານກົວນາມຂອງພຣະເຈົ້າຢາເວ,
ກະສັດຂອງໂລກທຸກຄົນຈະຢຳເກງສະຫງ່າລາສີຂອງພຣະອົງ.
ເພາະພຣະເຈົ້າຢາເວຈະສ້າງຊີໂອນຂຶ້ນໃໝ່
ແລະ ພຣະອົງຈະມາປາກົດດ້ວຍສະຫງ່າລາສີຂອງພຣະອົງ.
ພຣະອົງຈະຕອບຄຳອະທິຖານຂອງຄົນທີ່ທຸກຍາກລຳບາກ
ພຣະອົງຈະບໍ່ດູຖູກຄຳອ້ອນວອນຂອງພວກເຂົາເລີຍ.
ຂໍໃຫ້ບັນທຶກເລື່ອງນີ້ໄວ້ເພື່ອຄົນລຸ້ນຫລັງ,
ເພື່ອຄົນທີ່ຈະເກີດມາຈະໄດ້ສັນລະເສີນພຣະເຈົ້າຢາເວ,
“ພຣະເຈົ້າຢາເວໄດ້ເບິ່ງລົງມາຈາກສະຖານນະມັດສະການເບື້ອງເທິງຂອງພຣະອົງ,
ຈາກສະຫວັນພຣະອົງຫລຽວເບິ່ງໂລກ,
ເພື່ອຟັງສຽງຄວນຄາງຂອງບັນດານັກໂທດ
ແລະ ປົດປ່ອຍຜູ້ທີ່ຖືກໂທດປະຫານ”.
ດັ່ງນັ້ນ ນາມຂອງພຣະເຈົ້າຢາເວຈະຖືກປະກາດໃນຊີໂອນ
ແລະ ຄຳສັນລະເສີນພຣະອົງຈະຖືກປະກາດໃນເຢຣູຊາເລັມ
ເມື່ອຄົນທັງຫລາຍ ແລະ ອານາຈັກຕ່າງໆ
ມາຮ່ວມຊຸມນຸມກັນນະມັດສະການພຣະເຈົ້າຢາເວ.
ພຣະອົງໄດ້ຕັດກຳລັງຂອງຂ້ານ້ອຍຖິ້ມ1ກາງຄັນ
ພຣະອົງໄດ້ຕັດວັນເວລາຂອງຂ້ານ້ອຍໃຫ້ສັ້ນລົງ.
ຂ້ານ້ອຍຈຶ່ງເວົ້າວ່າ:
“ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍຢ່າເອົາຊີວິດຂອງຂ້ານ້ອຍໄປກາງຄັນເລີຍ
ປີເດືອນຂອງພຣະອົງກໍດຳລົງຢູ່ທຸກຊົ່ວອາຍຸ.
ໃນປະຖົມມະການພຣະອົງໄດ້ວາງຮາກຖານຂອງແຜ່ນດິນໂລກ
ແລະ ຟ້າສະຫວັນກໍເປັນສີມືຂອງພຣະອົງ.
ສິ່ງເຫລົ່ານີ້ຈະຈິບຫາຍໄປ ແຕ່ພຣະອົງຈະດຳລົງຢູ່;
ສິ່ງເຫລົ່ານີ້ຈະເກົ່າໄປເໝືອນເຄື່ອງນຸ່ງຫົ່ມ.
ພຣະອົງຈະປ່ຽນມັນເໝືອນປ່ຽນເຄື່ອງນຸ່ງ
ແລະ ພວກມັນຈະຖືກຖິ້ມໄປ.
ແຕ່ພຣະອົງເອງຍັງຄົງເໝືອນເດີມ,
ແລະ ປີເດືອນຂອງພຣະອົງຈະບໍ່ມີວັນສິ້ນສຸດ.
ລູກຫລານຂອງຜູ້ຮັບໃຊ້ຂອງພຣະອົງຈະດຳລົງຊີວິດຢູ່ຕໍ່ໜ້າພຣະອົງ;
ລູກຫລານຂອງພວກເຂົາຈະໄດ້ຮັບການສະຖາປະນາໄວ້ຕໍ່ໜ້າພຣະອົງ”.
Source notes (1)
- Footnote ຫລື ຖິ້ມໂດຍອຳນາດຂອງພຣະອົງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.