Biblica® Open Lao Contemporary Version
ເພງສັນລະເສີນ 103
(ບົດປະພັນຂອງດາວິດ)
ຈິດວິນຍານຂອງຂ້ານ້ອຍ, ຈົ່ງສັນລະເສີນພຣະເຈົ້າຢາເວ;
ທັງໝົດໃນຊີວິດຂອງຂ້ານ້ອຍ, ຈົ່ງສັນລະເສີນນາມອັນບໍລິສຸດຂອງພຣະອົງ.
ຈິດວິນຍານຂອງຂ້ານ້ອຍ, ຈົ່ງສັນລະເສີນພຣະເຈົ້າຢາເວ,
ແລະ ຢ່າໄດ້ລືມກິດຈະການທັງໝົດອັນເຕັມດ້ວຍພຣະຄຸນຂອງພຣະອົງ
ຜູ້ໃຫ້ອະໄພຄວາມບາບທັງໝົດຂອງເຈົ້າ
ແລະ ຮັກສາພະຍາດທັງໝົດຂອງເຈົ້າ,
ຜູ້ທີ່ໄຖ່ຊີວິດຂອງເຈົ້າຈາກຂຸມຝັງສົບ
ແລະ ສວມເຈົ້າດ້ວຍຄວາມຮັກ ແລະ ຄວາມເມດຕາ,
ຜູ້ທີ່ຕອບສະໜອງຄວາມປາຖະໜາເຈົ້າດ້ວຍສິ່ງດີໆ
ເພື່ອໄວໜຸ່ມຂອງເຈົ້າຈະກັບຄືນມາໃໝ່ ເໝືອນໄວໜຸ່ມຂອງນົກອິນຊີ.
ພຣະເຈົ້າຢາເວໄດ້ໃຫ້ຄວາມເປັນທຳ
ແລະ ຄວາມຍຸຕິທຳແກ່ທຸກຄົນທີ່ຖືກກົດຂີ່.
ພຣະອົງສະແດງທາງຂອງພຣະອົງແກ່ໂມເຊ,
ສະແດງກິດຈະການຂອງພຣະອົງແກ່ປະຊາຊົນອິດສະຣາເອນ:
ພຣະເຈົ້າຢາເວມີຄວາມເມດຕາສົງສານ ແລະ ຄວາມກະລຸນາ,
ບໍ່ໃຈຮ້າຍງ່າຍ ແລະ ເຕັມດ້ວຍຄວາມຮັກ.
ພຣະອົງຈະບໍ່ກ່າວໂທດຢູ່ສະເໝີ,
ຫລື ພຣະອົງຈະບໍ່ເກັບຄວາມໃຈຮ້າຍໄວ້ຕະຫລອດໄປ;
ພຣະອົງບໍ່ໄດ້ເຮັດກັບພວກເຮົາຕາມບາບຂອງພວກເຮົາທີ່ສົມຄວນໄດ້ຮັບ
ຫລື ຕອບແທນພວກເຮົາຕາມຄວາມຊົ່ວຊ້າຂອງພວກເຮົາ.
ເພາະວ່າຟ້າສະຫວັນສູງເໜືອແຜ່ນດິນເທົ່າໃດ,
ຄວາມຮັກຂອງພຣະອົງທີ່ມີຕໍ່ຜູ້ທີ່ຢຳເກງພຣະອົງກໍຍິ່ງໃຫຍ່ເທົ່ານັ້ນ;
ທິດຕາເວັນອອກໄກຈາກທິດຕາເວັນຕົກເທົ່າໃດ,
ພຣະອົງກໍຍົກເອົາການລ່ວງລະເມີດຂອງພວກເຮົາອອກໄປຈາກພວກເຮົາໄກເທົ່ານັ້ນ.
ພໍ່ເມດຕາສົງສານລູກຂອງຕົນຢ່າງໃດ,
ພຣະເຈົ້າຢາເວກໍເມດຕາສົງສານບັນດາຜູ້ທີ່ຢຳເກງພຣະອົງຢ່າງນັ້ນ;
ເພາະພຣະອົງຮູ້ວ່າພວກເຮົາຖືກສ້າງຂຶ້ນມາຢ່າງໃດ,
ພຣະອົງຈື່ໄດ້ວ່າເຮົາເປັນຂີ້ຝຸ່ນດິນ.
ຊີວິດຂອງມະນຸດນັ້ນກໍເໝືອນກັບຕົ້ນຫຍ້າ,
ພວກເຂົາຈະເລີນຂຶ້ນເໝືອນດອກໄມ້ທີ່ຢູ່ໃນທົ່ງນາ;
ເມື່ອລົມພັດຜ່ານມັນ ແລ້ວມັນກໍສູນຫາຍໄປ,
ແລະ ທີ່ແຫ່ງນັ້ນກໍຈື່ມັນບໍ່ໄດ້ອີກເລີຍ.
ແຕ່ຈາກນິລັນການຈົນເຖິງນິລັນການ
ຄວາມຮັກຂອງພຣະເຈົ້າຢາເວຢູ່ກັບຜູ້ທີ່ຢຳເກງພຣະອົງ,
ແລະ ຄວາມຊອບທຳຂອງພຣະອົງກໍຢູ່ກັບລູກຫລານຂອງພວກເຂົາ.
ຢູ່ກັບບັນດາຜູ້ທີ່ຮັກສາພັນທະສັນຍາຂອງພຣະອົງ
ແລະ ບໍ່ລືມທີ່ຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ.
ພຣະເຈົ້າຢາເວຕັ້ງບັນລັງຂອງພຣະອົງໄວ້ໃນສະຫວັນ,
ແລະ ອານາຈັກຂອງພຣະອົງປົກຄອງເໜືອທຸກສິ່ງ.
ຈົ່ງສັນລະເສີນພຣະເຈົ້າຢາເວ, ເທວະດາຂອງພຣະອົງ,
ພວກທ່ານຜູ້ມີລິດອຳນາດ ເຊິ່ງປະຕິບັດຕາມຄຳສັ່ງຂອງພຣະອົງ,
ຜູ້ເຊື່ອຟັງພຣະຄຳຂອງພຣະອົງ.
ຈົ່ງສັນລະເສີນພຣະເຈົ້າຢາເວ, ຊາວສະຫວັນທັງໝົດ,
ພວກທ່ານຜູ້ຮັບໃຊ້ຂອງພຣະອົງ ຜູ້ເຮັດຕາມຄວາມປະສົງຂອງພຣະອົງ.
ຈົ່ງສັນລະເສີນພຣະເຈົ້າຢາເວ, ພາລະກິດທັງໝົດຂອງພຣະອົງ
ທຸກບ່ອນທີ່ຢູ່ໃນການປົກຄອງຂອງພຣະອົງ.
ຈົ່ງສັນລະເສີນພຣະເຈົ້າຢາເວ, ຈິດວິນຍານຂອງຂ້ານ້ອຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.