Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 104

ຈິດໃຈ​ຂອງ​ຂ້ານ້ອຍ ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

ຂ້າແດ່​ພຣະເຈົ້າ​ຢາເວ​ຂອງ​ຂ້ານ້ອຍ ພຣະອົງ​ຍິ່ງໃຫຍ່;

ພຣະອົງ​ຫົ່ມ​ດ້ວຍ​ສະຫງ່າລາສີ ແລະ ບາລະມີ.

ພຣະເຈົ້າ​ຢາເວ​ໄດ້​ຄຸມ​ພຣະອົງ​ເອງ​ດ້ວຍ​ແສງສະຫວ່າງ​ເໝືອນ​ດັ່ງ​ເສື້ອ​ຜ້າ;

ພຣະອົງ​ໄດ້​ຄຶງ​ຟ້າ​ສະຫວັນ​ອອກ​ເໝືອນດັ່ງ​ຄຶງ​ເຕັນ

ແລະ ວາງ​ຄານ​ຂອງ​ທີ່​ຢູ່​ຂອງ​ພຣະອົງ​ໄວ້​ເໜືອ​ນ້ຳ.

ພຣະອົງ​ໃຊ້​ເມກ​ເປັນ​ລົດມ້າ

ແລະ ຂີ່​ມາ​ເທິງ​ປີກ​ຂອງ​ລົມ.

ພຣະອົງ​ໃຊ້​ລົມ​ເປັນ​ຜູ້ສົ່ງຂ່າວ1

ແລະ ແປວ​ໄຟ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ.

ພຣະອົງ​ໄດ້​ຕັ້ງ​ໂລກ​ໄວ້​ເທິງ​ຮາກຖານ;

ໂລກ​ຈະ​ບໍ່​ມີ​ວັນ​ເຄື່ອນ​ຍ້າຍ.

ພຣະອົງ​ຫໍ່​ຫຸ້ມ​ໂລກ​ດ້ວຍ​ຫ້ວງ​ນ້ຳ​ເລິກ​ເໝືອນ​ກັບ​ຫໍ່​ຫຸ້ມ​ດ້ວຍ​ເຄື່ອງນຸ່ງ;

ນ້ຳ​ໄດ້​ຖ້ວມ​ເໜືອ​ພູເຂົາ​ທັງຫລາຍ.

ແຕ່​ເມື່ອ​ພຣະອົງ​ຈັດການ ນ້ຳ​ນັ້ນ​ກໍ​ໜີ​ໄປ,

ເມື່ອ​ໄດ້​ຍິນ​ສຽງ​ຟ້າ​ຮ້ອງ​ຂອງ​ພຣະອົງ ພວກມັນ​ກໍ​ບິນ​ໜີ​ໄປ;

ນ້ຳ​ໄດ້​ໄຫລ​ຖ້ວມ​ພູເຂົາ​ທັງຫລາຍ,

ນ້ຳ​ໄດ້​ໄຫລ​ລົງ​ຮ່ອມພູ​ທັງຫລາຍ,

ໄປ​ຍັງ​ບ່ອນ​ທີ່​ພຣະອົງ​ໄດ້​ກຳນົດ​ໄວ້​ໃຫ້.

ພຣະອົງ​ໄດ້​ວາງ​ເຂດ​ກັ້ນ​ເພື່ອ​ບໍ່​ໃຫ້​ນ້ຳ​ຂ້າມ​ໄປ;

ເພື່ອ​ບໍ່​ໃຫ້​ນ້ຳ​ນັ້ນ​ຖ້ວມ​ແຜ່ນດິນ​ໂລກ​ອີກ​ຈັກ​ເທື່ອ.

ພຣະອົງ​ເຮັດ​ໃຫ້​ນ້ຳພຸ​ທັງຫລາຍ​ຫລັ່ງ​ນ້ຳ​ໃຫ້​ແກ່​ຫ້ວຍ​ທັງຫລາຍ;

ນ້ຳ​ໄຫລ​ໄປ​ຕາມ​ຫວ່າງ​ພູເຂົາ.

ໃຫ້​ສັດ​ທັງໝົດ​ທີ່​ຢູ່​ໃນ​ທົ່ງນາ​ໄດ້​ດື່ມ;

ໃຫ້​ລໍປ່າ​ໄດ້​ເຊົາ​ກະຫາຍ​ນ້ຳ.

ນົກ​ໃນ​ທ້ອງຟ້າ​ຈຶ່ງ​ສ້າງ​ຮັງ​ຢູ່​ຕາມ​ແຄມ​ນ້ຳ

ແລະ ຮ້ອງເພງ​ຢູ່​ຕາມ​ງ່າ​ໄມ້.

ພຣະອົງ​ໄດ້​ຫົດ​ພູເຂົາ​ຈາກ​ບ່ອນ​ຢູ່​ເບື້ອງ​ເທິງ​ຂອງ​ພຣະອົງ;

ແຜ່ນດິນ​ໂລກ​ກໍ​ອິ່ມ​ໃຈ​ດ້ວຍ​ຜົນ​ແຫ່ງ​ກິດຈະການ​ຂອງ​ພຣະອົງ.

ພຣະອົງ​ໄດ້​ໃຫ້​ຫຍ້າ​ງອກ​ງາມ​ຂຶ້ນ​ເພື່ອ​ຝູງສັດ,

ແລະ ໃຫ້​ພືດພັນ​ແກ່​ມະນຸດ​ສຳລັບ​ປູກຝັງ

ໃຫ້​ພືດ​ຜັກ​ງອກ​ງາມ​ຈາກ​ແຜ່ນດິນ​ໂລກ.

ໃຫ້​ເຫລົ້າອະງຸ່ນ​ທີ່​ເຮັດ​ໃຫ້​ໃຈ​ມະນຸດ​ມ່ວນຊື່ນ,

ນ້ຳມັນ​ໝາກກອກ​ທີ່​ເຮັດ​ໃຫ້​ໃບ​ໜ້າ​ຂອງ​ພວກເຂົາ​ຜ່ອງ​ໃສ,

ແລະ ເຂົ້າຈີ່​ເພື່ອ​ຄ້ຳຊູ​ໃຈ​ຂອງ​ພວກເຂົາ.

ຕົ້ນໄມ້​ຂອງ​ພຣະເຈົ້າ​ຢາເວ​ໄດ້​ນ້ຳ​ຢ່າງ​ອຸດົມສົມບູນ,

ຄື​ຕົ້ນແປກ​ແຫ່ງ​ເລບານອນ​ທີ່​ພຣະອົງ​ໄດ້​ປູກ​ໄວ້.

ນົກ​ທັງຫລາຍ​ໄດ້​ສ້າງ​ຮັງ​ຂອງ​ຕົນ​ຢູ່​ທີ່​ນັ້ນ;

ນົກຍາງ​ກໍ​ອາໄສ​ຢູ່​ໃນ​ບໍລິເວນ​ຕົ້ນແປກ​ທັງຫລາຍ.

ພູເຂົາ​ສູງ​ທັງຫລາຍ​ເປັນ​ຂອງ​ບັນດາ​ແບ້ປ່າ,

ຫລືບ​ຫີນ​ທັງຫລາຍ​ກໍ​ເປັນ​ບ່ອນ​ລີ້ໄພ​ຂອງ​ໂຕອົ້ນ.

ພຣະອົງ​ໄດ້​ໃຫ້​ດວງ​ເດືອນ​ຊີ້​ບອກ​ລະດູ​ການ​ຕ່າງໆ,

ແລະ ໃຫ້​ດວງ​ຕາເວັນ​ຮູ້​ເວລາ​ຕົກ​ດິນ.

ເມື່ອ​ພຣະອົງ​ນຳ​ຄວາມ​ມືດ​ມາ ກາງເວັນ​ກໍ​ກັບ​ກາຍເປັນ​ກາງຄືນ,

ແລະ ສັດ​ປ່າ​ທັງໝົດ​ຄືບ​ຄານ​ອອກ​ມາ.

ສິງ​ກໍ​ແຜດ​ສຽງ​ຮ້ອງ​ຫາ​ເຫຍື່ອ​ຂອງ​ຕົນ

ແລະ ຮ້ອງ​ຫາ​ອາຫານ​ຈາກ​ພຣະເຈົ້າ.

ພໍ​ດວງ​ຕາເວັນ​ຂຶ້ນ ສິງ​ທັງຫລາຍ​ກໍ​ລັບ​ຫາຍ​ໄປ;

ພວກມັນ​ກັບ​ຄືນ​ໄປ ແລະ ນອນ​ລົງ​ໃນ​ຖ້ຳ​ຂອງ​ມັນ.

ແລ້ວ​ມະນຸດ​ກໍ​ອອກ​ມາ​ເຮັດ​ວຽກ​ຂອງ​ຕົນ,

ປະກອບ​ພາລະກິດ​ຂອງ​ຕົນ​ຈົນ​ເຖິງ​ຕອນ​ແລງ.

ຂ້າແດ່​ພຣະເຈົ້າ​ຢາເວ​ພາລະກິດ​ຂອງ​ພຣະອົງ​ນັ້ນ​ມີ​ຫລວງຫລາຍ​ແທ້!

ພຣະອົງ​ໄດ້​ສ້າງ​ສິ່ງ​ເຫລົ່ານີ້​ທັງໝົດ​ຂຶ້ນ​ໂດຍ​ປັນຍາ

ໂລກ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ພຣະອົງ​ສ້າງ.

ມີ​ທະເລ​ທີ່​ກວ້າງ​ໃຫຍ່​ໄພ​ສານ

ເຕັມ​ໄປ​ດ້ວຍ​ສິ່ງ​ມີ​ຊີວິດ​ທີ່​ເກີນ​ກວ່າ​ຈະ​ນັບ​ໄດ້

ຄື​ສິ່ງ​ທີ່​ມີ​ຊີວິດ​ທັງ​ໃຫຍ່ ແລະ ນ້ອຍ.

ມີ​ເຮືອ​ແລ່ນ​ໄປ​ມາ

ແລະ ມີ​ເລວີອາທານ​ທີ່​ພຣະອົງ​ໄດ້​ສ້າງ​ມາ ໃຫ້​ຫລິ້ນ​ນ້ຳ​ຢູ່​ທີ່​ນັ້ນ.

ທຸກ​ຊີວິດ​ເຫລົ່ານີ້​ໄດ້​ເຝົ້າ​ເບິ່ງ​ພຣະອົງ

ໃຫ້​ອາຫານ​ພວກມັນ​ຕາມ​ເວລາ​ທີ່​ກຳນົດ​ໄວ້.

ເມື່ອ​ພຣະອົງ​ໃຫ້​ອາຫານ​ນັ້ນ​ແກ່​ພວກມັນ,

ພວກ​ມັນ​ກໍ​ເກັບ​ຮວບຮວມ​ໄວ້;

ເມື່ອ​ພຣະອົງ​ແບ​ມື​ຂອງ​ພຣະອົງ​ອອກ,

ພວກ​ມັນ​ກໍ​ອິ່ມ​ເຕັມ​ດ້ວຍ​ສິ່ງ​ດີ.

ເມື່ອ​ພຣະອົງ​ເຊື່ອງ​ໜ້າ​ຂອງ​ພຣະອົງ​ໄວ້,

ພວກ​ມັນ​ກໍ​ຕົກໃຈ​ຢ້ານກົວ;

ເມື່ອ​ພຣະອົງ​ເອົາ​ລົມຫາຍໃຈ​ຂອງ​ພວກມັນ​ໄປ,

ພວກ​ມັນ​ກໍ​ຕາຍ ແລະ ກັບ​ສູ່​ຂີ້ຝຸ່ນ​ດິນ.

ເມື່ອ​ພຣະອົງ​ໃຫ້​ພຣະວິນຍານບໍລິສຸດ​ຂອງ​ພຣະອົງ,

ພວກ​ມັນ​ກໍ​ຖືກ​ສ້າງ​ຂຶ້ນ​ມາ,

ແລະ ພຣະອົງ​ໄດ້​ປ່ຽນ​ໂສມ​ໜ້າ​ຂອງ​ແຜ່ນດິນ​ຄືນ​ໃໝ່.

ຂໍ​ໃຫ້​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ ດຳລົງ​ຢູ່​ນິລັນດອນ;

ຂໍ​ໃຫ້​ພຣະເຈົ້າ​ຢາເວ​ຊື່ນຊົມຍິນດີ​ໃນ​ພາລະກິດ​ຂອງ​ພຣະອົງ

ເມື່ອ​ພຣະອົງ​ແນມເບິ່ງ​ໂລກ ແລະ ໂລກ​ກໍ​ສັ່ນ​ສະທ້ານ,

ເມື່ອ​ແຕະ​ຕ້ອງ​ພູເຂົາ​ທັງຫລາຍ ແລະ ຄວັນ​ກໍ​ພຸ່ງ​ຂຶ້ນ.

ຂ້ານ້ອຍ​ຈະ​ຮ້ອງເພງ​ຖວາຍ​ພຣະເຈົ້າ​ຢາເວ​ຕະຫລອດ​ຊີວິດ​ຂອງ​ຂ້ານ້ອຍ;

ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ຕາບ​ໃດ​ທີ່​ຂ້ານ້ອຍ​ມີຊີວິດ​ຢູ່.

ຂໍ​ໃຫ້​ຄວາມ​ຄິດ​ສຳນຶກ​ຂອງ​ຂ້ານ້ອຍ​ເປັນ​ທີ່​ພໍໃຈ​ພຣະອົງ,

ເພາະ​ຂ້ານ້ອຍ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວ.

ແຕ່​ຂໍ​ໃຫ້​ຄົນ​ບາບ​ທັງຫລາຍ​ໝົດ​ສິ້ນ​ໄປ​ຈາກ​ໂລກ​ນີ້

ແລະ ບໍ່​ມີ​ຄົນ​ຊົ່ວ​ຮ້າຍ​ອີກ​ຕໍ່ໄປ.

ຈິດໃຈ​ຂອງ​ຂ້ານ້ອຍ ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.2

Source notes (2)
  1. Footnote ຫລື ເທວະດາ
  2. Footnote ພາສາ​ເຮັບເຣີ​ວ່າ ຮາເລລູຢາ ໃນ​ສະບັບ​ເຊັບຕູອາຈິນ. ບັນທັດ​ນີ້​ເປັນ​ບັນທັດ​ທຳອິດ​ຂອງ​ເພງສັນລະເສີນ ບົດທີ 105

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.