Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 105

(1ຂຄ 16:8-22)

ຈົ່ງ​ສັນລະເສີນ​ພຣະເຈົ້າຢາເວ ແລະ ປະກາດ​ນາມ​ຂອງ​ພຣະອົງ;

ໃຫ້​ປະຊາຊາດ​ທັງຫລາຍ​ໄດ້​ຮູ້​ເຖິງ​ສິ່ງ​ທີ່​ພຣະອົງ​ເຮັດ.

ຈົ່ງ​ຮ້ອງເພງ​ຖວາຍ​ພຣະອົງ ຮ້ອງ​ສັນລະເສີນ​ຖວາຍ​ພຣະອົງ

ບອກ​ເຖິງ​ພາລະກິດ​ອັນ​ອັດສະຈັນ​ທັງໝົດ​ຂອງ​ພຣະອົງ.

ຈົ່ງ​ເທີດທູນ​ນາມ​ອັນ​ບໍລິສຸດ​ຂອງ​ພຣະອົງ;

ໃຫ້​ຫົວໃຈ​ຂອງ​ຄົນ​ທີ່​ສະແຫວງຫາ​ພຣະເຈົ້າຢາເວ​ຊື່ນຊົມຍິນດີ.

ຈົ່ງ​ເບິ່ງ​ໄປ​ທີ່​ພຣະເຈົ້າຢາເວ ແລະ ກຳລັງ​ຂອງ​ພຣະອົງ;

ຈົ່ງ​ສະແຫວງຫາ​ໃບໜ້າ​ຂອງ​ພຣະອົງ​ຢູ່​ສະເໝີ.

ຈົ່ງ​ລະນຶກ​ເຖິງ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ເຮັດ,

ເຖິງ​ການ​ອັດສະຈັນ ແລະ ຄຳ​ພິພາກສາ​ທີ່​ພຣະອົງ​ປະກາດ,

ພວກເຈົ້າ​ທັງຫລາຍ​ຜູ້​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ​ຜູ້ຮັບໃຊ້​ຂອງ​ພຣະອົງ,

ລູກຫລານ​ຂອງ​ຢາໂຄບ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້.

ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ;

ຄຳ​ພິພາກສາ​ຂອງ​ພຣະອົງ​ກໍ​ຢູ່​ທົ່ວ​ແຜ່ນດິນໂລກ.

ພຣະອົງ​ໄດ້​ລະນຶກ​ເຖິງ​ຄຳໝັ້ນສັນຍາ​ຂອງ​ພຣະອົງ​ຕະຫລອດ​ໄປ,

ພຣະອົງ​ລະນຶກ​ເຖິງ​ສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ຕະຫລອດ​ພັນ​ຊົ່ວ​ອາຍຸ​ຄົນ.

ຄຳໝັ້ນສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ອັບຣາຮາມ,

ຄຳ​ປະຕິຍານ​ທີ່​ພຣະອົງ​ໄດ້​ສັນຍາ​ກັບ​ອີຊາກ.

ພຣະອົງ​ໄດ້​ຢືນຢັນ​ຕໍ່​ຢາໂຄບ​ເປັນ​ດຳລັດ,

ຕໍ່​ອິດສະຣາເອນ​ເປັນ​ຄຳໝັ້ນສັນຍາ​ນິລັນດອນ

“ເຮົາ​ຈະ​ມອບ​ດິນແດນ​ການາອານ​ໃຫ້​ພວກເຈົ້າ

ໃຫ້​ເປັນ​ມໍລະດົກ​ຂອງ​ພວກເຈົ້າ”.

ເມື່ອ​ເວລາ​ທີ່​ອິດສະຣາເອນ​ຍັງ​ມີ​ຈຳນວນ​ໜ້ອຍ​ຫລາຍ

ໜ້ອຍ​ເຫລືອ​ເກີນ ແລະ ເປັນ​ພຽງ​ຄົນ​ແປກໜ້າ​ໃນ​ດິນແດນ​ນັ້ນ,

ພວກເພິ່ນ​ພະເນຈອນ​ຈາກ​ຊົນຊາດ​ໜຶ່ງ​ໄປ​ຫາ​ອີກ​ຊົນຊາດ​ໜຶ່ງ,

ຈາກ​ອານາຈັກ​ໜຶ່ງ​ໄປ​ຫາ​ອີກ​ອານາຈັກ​ໜຶ່ງ.

ພຣະອົງ​ບໍ່​ຍອມ​ໃຫ້​ຜູ້ໃດ​ຂົ່ມເຫັງ​ພວກເພິ່ນ;

ເພາະ​ເຫັນ​ແກ່​ພວກເພິ່ນ ພຣະອົງ​ຈຶ່ງ​ໄດ້​ເຕືອນ​ກະສັດ​ທັງຫລາຍ​ວ່າ

“ຢ່າ​ແຕະຕ້ອງ​ບັນດາ​ຜູ້​ທີ່​ເຮົາ​ໄດ້​ເຈີມ​ໄວ້;

ຢ່າ​ເຮັດ​ອັນຕະລາຍ​ອັນ​ໃດ​ໃຫ້​ແກ່​ບັນດາ​ຜູ້ທຳນວາຍ​ຂອງ​ເຮົາ”.

ພຣະອົງ​ໄດ້​ສັ່ງ​ໃຫ້​ເກີດ​ການ​ອຶດຢາກ​ອາຫານ​ໃນ​ດິນແດນ​ນັ້ນ

ແລະ ທຳລາຍ​ສະບຽງ​ອາຫານ​ທັງໝົດ​ຂອງ​ພວກເພິ່ນ;

ແລະ ພຣະອົງ​ໄດ້​ສົ່ງ​ຊາຍ​ຄົນ​ໜຶ່ງ​ໄປ​ລ່ວງ​ໜ້າ​ພວກເພິ່ນ

ຄື​ໂຢເຊັບ, ຖືກ​ຂາຍ​ໄປ​ເປັນ​ຂ້າທາດ.

ຕີນ​ຂອງ​ພວກເພິ່ນ​ຊ້ຳ​ເພາະ​ຖືກ​ຕີ​ດ້ວຍ​ໂສ້​ຈ່ອງ​ຈຳ.

ຄໍ​ຂອງ​ພວກເພິ່ນ​ຖືກ​ຄ້ຳ​ຄາ​ຢູ່​ໃນ​ເຫລັກ,

ຈົນ​ກວ່າ​ສິ່ງ​ທີ່​ເພິ່ນ​ບອກ​ໄວ້​ເປັນ​ຈິງ​ຂຶ້ນ​ມາ,

ຈົນ​ກວ່າ​ພຣະຄຳ​ຂອງ​ພຣະເຈົ້າ​ຢາເວ​ຈະ​ພິສູດ​ວ່າ​ເພິ່ນ​ເວົ້າ​ຄວາມ​ຈິງ.

ກະສັດ​ໄດ້​ສົ່ງ​ຄົນ​ມາ ແລະ ໄດ້​ປ່ອຍ​ໂຕ​ເພິ່ນ,

ຜູ້​ປົກຄອງ​ຂອງ​ປະຊາຊົນ​ໄດ້​ປ່ອຍ​ເພິ່ນ​ໃຫ້​ເປັນ​ອິດສະຫລະ.

ກະສັດ​ໄດ້​ຕັ້ງ​ເພິ່ນ​ໃຫ້​ເປັນ​ນາຍ​ເໜືອ​ວັງ​ຂອງ​ເພິ່ນ,

ເປັນ​ຜູ້​ເບິ່ງແຍງ​ທຸກສິ່ງ​ທີ່​ກະສັດ​ຄອບຄອງ,

ເພື່ອ​ແນະນຳ​ເຈົ້ານາຍ​ທັງຫລາຍ​ຕາມ​ໃຈ​ຂອງ​ເພິ່ນ

ແລະ ສັ່ງສອນ​ປັນຍາ​ໃຫ້​ກັບ​ທີ່ປຶກສາ​ຂອງ​ກະສັດ.

ແລ້ວ​ອິດສະຣາເອນ​ກໍ​ໄດ້​ເຂົ້າ​ມາ​ຢູ່​ໃນ​ເອຢິບ;

ຢາໂຄບ​ໄດ້​ມາ​ເປັນ​ຄົນຕ່າງດ້າວ​ໃນ​ດິນແດນ​ຂອງ​ຮາມ.

ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີ​ລູກ​ຫລານ​ຢ່າງ​ຫລວງຫລາຍ;

ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ມີ​ຈຳນວນ​ຫລາຍ​ເກີນ​ໄປ​ສຳລັບ​ສັດຕູ​ຂອງ​ພວກເຂົາ.

ຜູ້​ທີ່​ພຣະເຈົ້າ​ໄດ້​ປ່ຽນ​ຫົວໃຈ​ຂອງ​ພວກເຂົາ​ໃຫ້​ກຽດຊັງ​ປະຊາຊົນ​ຂອງ​ພຣະອົງ,

ໃຫ້​ຄົບ​ຄິດ​ກັນ​ຕໍ່ສູ້​ກັບ​ຜູ້ຮັບໃຊ້​ຂອງ​ພຣະອົງ.

ພຣະອົງ​ໄດ້​ສົ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ມາ

ພ້ອມ​ກັບ​ອາໂຣນ​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ໄວ້.

ພວກເພິ່ນ​ໄດ້​ສະແດງ​ໝາຍສຳຄັນ​ຂອງ​ພຣະອົງ​ຢູ່​ທ່າມກາງ​ພວກເຂົາ,

ສະແດງ​ການ​ອັດສະຈັນ​ຂອງ​ພຣະອົງ​ໃນ​ດິນແດນ​ຂອງ​ຮາມ.

ພຣະອົງ​ໄດ້​ສົ່ງ​ຄວາມ​ມືດ ແລະ ເຮັດ​ໃຫ້​ມືດ​ມິດ​ທົ່ວ​ດິນແດນ

ບໍ່​ແມ່ນ​ເພາະ​ພວກເຂົາ​ຂັດຂືນ​ຖ້ອຍຄຳ​ຂອງ​ພຣະອົງ​ບໍ?

ພຣະອົງ​ໄດ້​ປ່ຽນ​ນ້ຳ​ຂອງ​ພວກເຂົາ​ໃຫ້​ກາຍເປັນ​ເລືອດ,

ຈົນ​ເຮັດ​ໃຫ້​ປາ​ຕາຍ​ໝົດ.

ດິນແດນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ກົບ,

ເຊິ່ງ​ເຂົ້າ​ໄປ​ເຖິງ​ຫ້ອງນອນ​ຂອງ​ບັນດາ​ຜູ້​ປົກຄອງ​ທັງຫລາຍ.

ພຣະອົງ​ກ່າວ ແລ້ວ​ຝູງ​ເຫລືອກ ແລະ ຮີ້ນ

ກໍ​ມາ​ທົ່ວ​ປະເທດ​ຂອງ​ພວກເຂົາ.

ພຣະອົງ​ໄດ້​ປ່ຽນ​ຝົນ​ໃຫ້​ກາຍເປັນ​ໝາກເຫັບ,

ແລະ ຟ້າ​ແມບເຫລື້ອມ​ທົ່ວ​ດິນແດນ​ຂອງ​ພວກເຂົາ;

ພຣະອົງ​ໄດ້​ລົ້ມ​ເຄືອອະງຸ່ນ ແລະ ຕົ້ນ​ໝາກເດື່ອ​ຂອງ​ພວກເຂົາ​ລົງ

ແລະ ໂຄ່ນ​ຕົ້ນໄມ້​ທີ່​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ.

ພຣະອົງ​ກ່າວ ແລ້ວ​ຝູງ​ຕັກແຕນ​ກໍ​ມາ,

ຢ່າງ​ມະຫາສານ​ຈົນ​ນັບ​ບໍ່​ຖ້ວນ;

ມັນ​ໄດ້​ກັດ​ກິນ​ທຸກ​ຢ່າງ​ທີ່​ຂຽວ​ສົດ​ໃນ​ແຜ່ນດິນ​ນັ້ນ,

ກັດ​ກິນ​ຜົນຜະລິດ​ທັງໝົດ​ຈາກ​ພື້ນດິນ​ຂອງ​ພວກເຂົາ.

ຈາກ​ນັ້ນ​ພຣະອົງ​ກໍ​ໄດ້​ຂ້າ​ລູກຊາຍ​ກົກ​ໃນ​ດິນແດນ​ຂອງ​ພວກເຂົາ

ເຊິ່ງ​ເປັນ​ຜົນ​ທຳອິດ​ຈາກ​ໄວ​ໜຸ່ມ​ຂອງ​ພວກເຂົາ.

ພຣະອົງ​ໄດ້​ນຳ​ອິດສະຣາເອນ​ອອກ​ມາ​ພ້ອມ​ກັບ​ເງິນ ແລະ ຄຳ

ບໍ່​ມີ​ຈັກ​ຄົນ​ໃນ​ຕະກຸນ​ຕ່າງໆ​ທີ່​ລັງເລ.

ເອຢິບ​ມີ​ຄວາມ​ຍິນດີ​ເມື່ອ​ພວກເຂົາ​ອອກ​ໄປ

ເພາະ​ພວກເຂົາ​ຢ້ານກົວ​ອິດສະຣາເອນ​ຫລາຍ.

ພຣະອົງ​ໄດ້​ແຜ່​ເມກ​ອອກ​ເປັນ​ຮົ່ມ​ກຳບັງ​ໃຫ້,

ແລະ ໃຫ້​ໄຟ​ເພື່ອ​ໃຫ້​ມີ​ແສງສະຫວ່າງ​ໃນ​ເວລາ​ກາງຄືນ.

ພວກເຂົາ​ໄດ້​ຮ້ອງ​ຂໍ ພຣະອົງ​ກໍ​ສົ່ງ​ນົກຂຸ້ມ​ມາ​ໃຫ້;

ພຣະອົງ​ໄດ້​ລ້ຽງ​ພວກເຂົາ​ໃຫ້​ອິ່ມ​ເຕັມ​ດ້ວຍ​ອາຫານ​ທີ່​ມາ​ຈາກ​ສະຫວັນ.

ພຣະອົງ​ໄດ້​ເປີດ​ຫີນ ແລະ ນ້ຳ​ກໍ​ພຸ່ງ​ອອກ​ມາ;

ນ້ຳ​ນັ້ນ​ໄດ້​ໄຫລ​ເໝືອນ​ດັ່ງ​ແມ່ນ້ຳ​ໃນ​ຖິ່ນແຫ້ງແລ້ງກັນດານ.

ເພາະ​ພຣະອົງ​ໄດ້​ລະນຶກ​ເຖິງ​ສັນຍາ​ອັນ​ສັກສິດ​ຂອງ​ພຣະອົງ

ທີ່​ໃຫ້​ແກ່​ອັບຣາຮາມ​ຜູ້ຮັບໃຊ້​ຂອງ​ພຣະອົງ.

ພຣະອົງ​ຈຶ່ງ​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ດ້ວຍ​ຄວາມ​ຍິນດີ,

ນຳ​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ໄວ້ ອອກ​ມາ​ດ້ວຍ​ຄວາມ​ຊື່ນຊົມຍິນດີ;

ພຣະອົງ​ໃຫ້​ດິນແດນ​ຂອງ​ຊົນຊາດ​ຕ່າງໆ ແກ່​ພວກເຂົາ,

ແລະ ພວກເຂົາ​ໄດ້​ຄອບຄອງ​ກຳມະສິດ​ໃນ​ສິ່ງ​ທີ່​ຄົນ​ອື່ນ​ລົງ​ແຮງ​ເຮັດ​ໄວ້

ເພື່ອ​ພວກເຂົາ​ຈະ​ໄດ້​ຮັກສາ​ຂໍ້​ບັງຄັບ​ຂອງ​ພຣະອົງ

ແລະ ເຮັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ.

ຈົ່ງ​ສັນລະເສີນ​ພຣະເຈົ້າຢາເວ.1

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ຮາເລລູຢາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.