Biblica® Open Lao Contemporary Version
ເພງສັນລະເສີນ 106
(1ຂຄ 16:34-36)
ຈົ່ງສັນລະເສີນພຣະເຈົ້າຢາເວ.1
ຈົ່ງຂອບພຣະຄຸນພຣະເຈົ້າຢາເວ ເພາະພຣະອົງແສນດີ
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຕະຫລອດໄປເປັນນິດ.
ຜູ້ໃດຈະສາມາດປະກາດພາລະກິດອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ
ຫລື ປະກາດການສັນລະເສີນຂອງພຣະອົງຢ່າງຄົບຖ້ວນໄດ້?
ຄວາມສຸກມີແກ່ບັນດາຜູ້ທີ່ຮັກສາຄວາມຍຸຕິທຳ,
ຜູ້ທີ່ເຮັດສິ່ງທີ່ຖືກຕ້ອງຢູ່ສະເໝີ.
ຂ້າແດ່ພຣະເຈົ້າຢາເວ ຂໍລະນຶກເຖິງຂ້ານ້ອຍເມື່ອພຣະອົງສະແດງ ຄວາມພໍໃຈແກ່ປະຊາຊົນຂອງພຣະອົງ,
ຂໍໂຜດມາຊ່ວຍຂ້ານ້ອຍດ້ວຍເມື່ອເວລາທີ່ພຣະອົງຊ່ວຍພວກເຂົາໃຫ້ພົ້ນ.
ເພື່ອຂ້ານ້ອຍຈະຍິນດີກັບຄວາມຈະເລີນຮຸ່ງເຮືອງຂອງຜູ້ທີ່ພຣະອົງໄດ້ເລືອກໄວ້,
ເພື່ອຂ້ານ້ອຍຈະຮ່ວມຍິນດີກັບຊົນຊາດຂອງພຣະອົງ
ແລະ ຮ່ວມສັນລະເສີນກັບຊົນຊາດທີ່ເປັນກຳມະສິດຂອງພຣະອົງ.
ພວກຂ້ານ້ອຍໄດ້ເຮັດບາບ ເຊັ່ນດຽວກັບບັນພະບຸລຸດຂອງພວກຂ້ານ້ອຍທີ່ໄດ້ເຮັດ;
ພວກຂ້ານ້ອຍໄດ້ເຮັດສິ່ງທີ່ຜິດ ແລະ ໄດ້ເຮັດຊົ່ວ.
ເມື່ອບັນພະບຸລຸດຂອງພວກຂ້ານ້ອຍຢູ່ໃນເອຢິບ,
ພວກເຂົາບໍ່ໄດ້ລະນຶກເຖິງການອັດສະຈັນຕ່າງໆຂອງພຣະອົງ;
ພວກເຂົາບໍ່ໄດ້ຈົດຈຳຄວາມກະລຸນາທັງຫລາຍຂອງພຣະອົງ.
ແລະ ພວກເຂົາໄດ້ກະບົດຕໍ່ພຣະອົງຢູ່ທີ່ທະເລແດງ.2
ເຖິງປານນັ້ນພຣະອົງກໍຊ່ວຍພວກເຂົາໃຫ້ພົ້ນ ເພາະເຫັນແກ່ນາມຂອງພຣະອົງ,
ເພື່ອໃຫ້ລິດອຳນາດຍິ່ງໃຫຍ່ຂອງພຣະອົງເປັນທີ່ຮູ້ຈັກ.
ພຣະອົງໄດ້ສັ່ງທະເລແດງ ແລະ ມັນກໍແຫ້ງລົງ;
ພຣະອົງໄດ້ນຳພວກເຂົາເຫລົ່ານັ້ນຜ່ານບ່ອນເລິກເໝືອນກັບຜ່ານທະເລຊາຍ.
ພຣະອົງໄດ້ຊ່ວຍພວກເຂົາອອກຈາກມືຂອງສັດຕູ;
ໄຖ່ພວກເຂົາໃຫ້ພົ້ນຈາກມືຂອງບັນດາສັດຕູ.
ນ້ຳໄດ້ໄຫລຖ້ວມປົກບັນດາສັດຕູຂອງພວກເຂົາ;
ບໍ່ມີຈັກຄົນໃນພວກເຂົາເຫລືອຢູ່.
ແລ້ວພວກເຂົາຈຶ່ງໄດ້ເຊື່ອໃນສັນຍາຂອງພຣະອົງ
ແລະ ໄດ້ຮ້ອງເພງສັນລະເສີນພຣະອົງ.
ແຕ່ບໍ່ດົນພວກເຂົາກໍລືມສິ່ງທີ່ພຣະອົງໄດ້ກະທຳ
ແລະ ບໍ່ລໍຖ້າຄຳແນະນຳຈາກພຣະອົງ.
ໃນທະເລຊາຍພວກເຂົາຍອມພ່າຍແພ້ແກ່ຄວາມຢາກຂອງຕົນເອງ;
ໃນຖິ່ນແຫ້ງແລ້ງກັນດານພວກເຂົາໄດ້ທົດລອງພຣະເຈົ້າ.
ພຣະອົງຈຶ່ງໃຫ້ຕາມທີ່ພວກເຂົາໄດ້ຮ້ອງຂໍ,
ແຕ່ໄດ້ສົ່ງພະຍາດລະບາດມາທ່າມກາງພວກເຂົາ.
ໃນຄ້າຍພັກນັ້ນ ພວກເຂົາເລີ່ມອິດສາໂມເຊ
ແລະ ເລີ່ມອິດສາອາໂຣນຜູ້ທີ່ໄດ້ຮັບການຊຳລະ ແລະ ແຍກໄວ້ແດ່ພຣະເຈົ້າຢາເວ.
ແຜ່ນດິນໂລກຈຶ່ງເປີດອອກ ແລະ ກືນກິນດາທານ;
ມັນໄດ້ຝັງອາບີຣາມກັບພັກພວກ.
ໄຟໄດ້ລຸກຂຶ້ນໃນທ່າມກາງຜູ້ຕິດຕາມຂອງພວກເຂົາ;
ແປວໄຟເຜົາໄໝ້ບັນດາຄົນຊົ່ວ.
ທີ່ພູເຂົາໂຮເຣັບ ພວກເຂົາໄດ້ສ້າງຮູບເຄົາລົບລູກງົວຂຶ້ນ
ແລະ ຂາບໄຫວ້ຮູບເຄົາລົບທີ່ຫລໍ່ຂຶ້ນຈາກໂລຫະ.
ພວກເຂົາໄດ້ເອົາພຣະເຈົ້າຜູ້ສະຫງ່າລາສີຂອງພວກເຂົາ
ໄປແລກກັບຮູບປັ້ນຂອງງົວທີ່ກິນຫຍ້າ.
ພວກເຂົາໄດ້ລືມພຣະເຈົ້າຜູ້ຊ່ວຍພວກເຂົາໃຫ້ພົ້ນ,
ຜູ້ໄດ້ກະທຳພາລະກິດອັນຍິ່ງໃຫຍ່ໃນເອຢິບ,
ກະທຳການອັດສະຈັນໃນດິນແດນຂອງຮາມ
ແລະ ສິ່ງທີ່ໜ້າຢຳເກງຢູ່ທີ່ທະເລແດງ.
ດັ່ງນັ້ນ ພຣະອົງຈຶ່ງໄດ້ເວົ້າວ່າຈະທຳລາຍພວກເຂົາ
ດີທີ່ໂມເຊ ຜູ້ທີ່ພຣະອົງໄດ້ເລືອກໄວ້
ໄດ້ເຂົ້າໄປຫາພຣະອົງເພື່ອຫ້າມໄວ້
ເພື່ອບໍ່ໃຫ້ຄວາມໂກດຮ້າຍຂອງພຣະອົງທຳລາຍພວກເຂົາ.
ຕໍ່ມາພວກເຂົາກໍດູຖູກດິນແດນອັນສວຍງາມນັ້ນ
ພວກເຂົາບໍ່ເຊື່ອສັນຍາຂອງພຣະອົງ.
ພວກເຂົາໄດ້ຈົ່ມຢູ່ໃນເຕັນຂອງພວກເຂົາ
ແລະ ບໍ່ເຊື່ອຟັງພຣະເຈົ້າຢາເວ.
ພຣະອົງຈຶ່ງຍົກມືປະຕິຍານກັບພວກເຂົາວ່າ
ພຣະອົງຈະເຮັດໃຫ້ພວກເຂົາລົ້ມຕາຍໃນຖິ່ນແຫ້ງແລ້ງກັນດານ,
ຈະເຮັດໃຫ້ລູກຫລານຂອງພວກເຂົາໄປຕົກຢູ່ໃນທ່າມກາງຊົນຊາດທັງຫລາຍ
ແລະ ກະຈັດກະຈາຍໄປຍັງດິນແດນຕ່າງໆ.
ພວກເຂົາໄດ້ເຂົ້າທຽມແອກກັບພະບາອານທີ່ເປອໍ
ແລະ ກິນເຄື່ອງບູຊາທີ່ໄດ້ຖວາຍແກ່ພະທັງຫລາຍທີ່ບໍ່ມີຊີວິດ;
ພວກເຂົາໄດ້ກະຕຸ້ນຄວາມໃຈຮ້າຍຂອງພຣະອົງດ້ວຍການເຮັດຊົ່ວຫລາຍຢ່າງ,
ແລະ ເກີດພະຍາດລະບາດຢູ່ໃນທ່າມກາງພວກເຂົາ.
ແຕ່ຟີເນຮາໄດ້ລຸກຂຶ້ນ ແລະ ຈັດການ,
ແລະ ພະຍາດລະບາດຈຶ່ງຢຸດ.
ນັບວ່າເປັນຄວາມຊອບທຳຂອງລາວ
ສືບໄປທຸກຊົ່ວອາຍຸ.
ທີ່ບໍ່ນ້ຳເມຣີບາກໍເໝືອນກັນ ພວກເຂົາໄດ້ເຮັດໃຫ້ພຣະເຈົ້າຢາເວໃຈຮ້າຍ
ແລະ ເຮັດໃຫ້ໂມເຊເດືອດຮ້ອນໄປດ້ວຍເພາະພວກເຂົາ;
ເພາະພວກເຂົາໄດ້ກະບົດຕໍ່ພຣະວິນຍານບໍລິສຸດຂອງພຣະເຈົ້າ
ໂມເຊຈຶ່ງຫລຸດປາກກ່າວຄຳເວົ້າອອກໄປໂດຍບໍ່ໄດ້ຄິດກ່ອນ.3
ພວກເຂົາບໍ່ໄດ້ທຳລາຍຊົນຊາດຕ່າງໆ
ຕາມທີ່ອົງພຣະເຈົ້າຢາເວໄດ້ສັ່ງພວກເຂົາໄວ້,
ແຕ່ພວກເຂົາໄດ້ຢູ່ປົນກັບຄົນຕ່າງຊາດ
ແລະ ຮັບເອົາທຳນຽມຂອງຄົນເຫລົ່ານັ້ນ.
ພວກເຂົາໄດ້ນະມັດສະການຮູບເຄົາລົບຂອງຄົນເຫລົ່ານັ້ນ,
ເຊິ່ງກາຍເປັນແຮ້ວຂອງພວກເຂົາ.
ພວກເຂົາຖວາຍລູກຊາຍຂອງພວກເຂົາ
ແລະ ລູກສາວຂອງຕົນໃຫ້ແກ່ບັນດາພະທຽມ.
ພວກເຂົາໄດ້ເຮັດໃຫ້ເລືອດບໍລິສຸດຫລັ່ງໄຫລ,
ຄືເລືອດຂອງລູກຊາຍ ແລະ ລູກສາວຂອງພວກເຂົາ,
ເຊິ່ງພວກເຂົາໄດ້ຖວາຍແກ່ບັນດາຮູບເຄົາລົບຂອງການາອານ,
ແລະ ເຮັດໃຫ້ແຜ່ນດິນເປັນມົນທິນດ້ວຍເລືອດ.
ພວກເຂົາໄດ້ເຮັດໃຫ້ຕົນເອງເປັນມົນທິນດ້ວຍສິ່ງທີ່ພວກເຂົາເຮັດ;
ພວກເຂົາເຮັດຕົນເອງຄືກັບໂສເພນີໂດຍການກະທຳຂອງພວກເຂົາ.
ເຫດສະນັ້ນ ພຣະເຈົ້າຢາເວຈຶ່ງໃຈຮ້າຍໃຫ້ປະຊາຊົນຂອງພຣະອົງ
ແລະ ກຽດຊັງຜູ້ທີ່ເປັນກຳມະສິດຂອງພຣະອົງ.
ພຣະອົງໄດ້ປ່ອຍໃຫ້ພວກເຂົາຕົກຢູ່ໃນກຳມືຂອງຊົນຊາດຕ່າງໆ
ແລະ ສັດຕູຂອງພວກເຂົາກໍປົກຄອງເໜືອພວກເຂົາ.
ສັດຕູຂອງພວກເຂົາໄດ້ກົດຂີ່ຂົ່ມເຫັງພວກເຂົາ
ແລະ ພວກເຂົາກໍຕົກຢູ່ໃຕ້ອຳນາດຂອງຄົນເຫລົ່ານັ້ນ.
ພຣະອົງໄດ້ກອບກູ້ເອົາພວກເຂົາຫລາຍຄັ້ງ,
ແຕ່ພວກເຂົາກໍຍັງຕັ້ງໜ້າກະບົດຕໍ່ພຣະອົງຢ່າງບໍ່ຢຸດ
ແລະ ພວກເຂົາຕ້ອງເສື່ອມໄປເພາະບາບຂອງຕົນ.
ແຕ່ເຖິງປານນັ້ນ ພຣະອົງກໍຍັງຫລຽວເບິ່ງຄວາມທຸກລຳບາກຂອງພວກເຂົາ.
ເມື່ອພຣະອົງໄດ້ຍິນສຽງຮ້ອງຂອງພວກເຂົາ;
ເພາະເຫັນແກ່ພວກເຂົາ ພຣະອົງໄດ້ລະນຶກເຖິງຄຳໝັ້ນສັນຍາຂອງພຣະອົງ
ແລະ ເພາະຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ ພຣະອົງຈຶ່ງໃຈອ່ອນລົງ.
ພຣະອົງໄດ້ເຮັດໃຫ້ທຸກຄົນທີ່ຈັບພວກເຂົາໄປເປັນຊະເລີຍ
ເກີດຄວາມເມດຕາສົງສານພວກເຂົາ.
ຂ້າແດ່ພຣະເຈົ້າຢາເວຂອງພວກຂ້ານ້ອຍ, ຂໍຊ່ວຍພວກຂ້ານ້ອຍໃຫ້ພົ້ນ
ແລະ ຂໍຮວບຮວມພວກຂ້ານ້ອຍຈາກຊົນຊາດຕ່າງໆ,
ເພື່ອພວກຂ້ານ້ອຍຈະຂອບພຣະຄຸນນາມອັນບໍລິສຸດຂອງພຣະອົງ
ແລະ ຍົກຍ້ອງສັນລະເສີນພຣະອົງ.
ຂໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ
ຈາກນິລັນການຈົນເຖິງນິລັນການ.
ໃຫ້ປະຊາຊົນທັງໝົດກ່າວວ່າ “ອາແມນ!”
ຈົ່ງສັນລະເສີນພຣະເຈົ້າຢາເວ.
Source notes (3)
- Footnote ພາສາເຮັບເຣີວ່າ ຮາເລລູຢາ ເຊັ່ນດຽວກັບຂໍ້ 48
- Footnote ຄື ທະເລຕົ້ນອໍ້ ເຊັ່ນດຽວກັບຂໍ້ 9 ແລະ 22
- Footnote ຫລື ກະບົດຕໍ່ພຣະວິນຍານຂອງພຣະອົງ ແລະ ຄຳເວົ້າທີ່ບໍ່ໄດ້ຄິດກ່ອນອອກມາຈາກປາກຂອງລາວ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.