Biblica® Open Lao Contemporary Version
ເພງສັນລະເສີນ 107
ໝວດທີ 5
ພສສ 107–150
ຈົ່ງຂອບພຣະຄຸນພຣະເຈົ້າຢາເວ ເພາະພຣະອົງແສນດີ
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຕະຫລອດໄປເປັນນິດ.
ໃຫ້ຜູ້ທີ່ພຣະເຈົ້າຢາເວໄຖ່ນັ້ນຈົ່ງບອກເລື່ອງລາວຂອງຕົນ
ຄືບັນດາຜູ້ທີ່ໄດ້ໄຖ່ອອກມາຈາກກຳມືຂອງສັດຕູ,
ຜູ້ທີ່ພຣະອົງໄດ້ຮວບຮວມມາຈາກດິນແດນຕ່າງໆ,
ຈາກທິດຕາເວັນອອກ ແລະ ທິດຕາເວັນຕົກ, ຈາກທິດເໜືອ ແລະ ທິດໃຕ້.1
ຄົນພະເນຈອນຢູ່ໃນຖິ່ນແຫ້ງແລ້ງກັນດານບາງຄົນ,
ບໍ່ພົບທາງໄປເມືອງບ່ອນທີ່ພວກເຂົາຈະສາມາດຕັ້ງຖິ່ນຖານ.
ພວກເຂົາທັງຫິວ ແລະ ກະຫາຍ,
ແລະ ອ່ອນແຮງໃຈຈະຂາດ.
ແລ້ວພວກເຂົາຮ້ອງຫາພຣະເຈົ້າຢາເວໃນເວລາທີ່ພວກເຂົາເດືອດຮ້ອນ
ແລະ ພຣະອົງກໍໄດ້ປົດປ່ອຍພວກເຂົາອອກມາຈາກຄວາມທຸກລຳບາກ.
ພຣະອົງໄດ້ນຳພວກເຂົາໄປໃນທາງຊື່
ໄປເມືອງທີ່ພວກເຂົາຈະສາມາດຕັ້ງຖິ່ນຖານໄດ້.
ໃຫ້ພວກເຂົາຂອບພຣະຄຸນພຣະເຈົ້າຢາເວສຳລັບຄວາມຮັກໝັ້ນຄົງຂອງພຣະອົງ
ແລະ ສຳລັບການກະທຳອັນອັດສະຈັນຂອງພຣະອົງທີ່ເຮັດເພື່ອມະນຸດ,
ເພາະວ່າພຣະອົງໄດ້ໃຫ້ຄົນທີ່ກະຫາຍໄດ້ອິ່ມເຕັມ
ແລະ ໃຫ້ຜູ້ທີ່ຫິວໂຫຍໄດ້ອິ່ມເຕັມດ້ວຍສິ່ງດີ.
ບາງຄົນນັ່ງຢູ່ໃນຄວາມມືດມິດ, ຢູ່ໃນຄວາມໝົ່ນໝອງ,
ຖືກຈຳຈອງທຸກທໍລະມານດ້ວຍໂສ້ເຫລັກ,
ເພາະພວກເຂົາໄດ້ກະບົດຕໍ່ຄຳສັ່ງຂອງພຣະເຈົ້າ
ແລະ ດູຖູກຄຳແນະນຳສັ່ງສອນຂອງອົງຜູ້ສູງສຸດ.
ດັ່ງນັ້ນ ພຣະອົງຈຶ່ງປາບພວກເຂົາດ້ວຍງານໜັກ
ພວກເຂົາໄດ້ລົ້ມລົງ ແລະ ບໍ່ມີຜູ້ໃດຊ່ວຍຢູ່ທີ່ນັ້ນ.
ແລ້ວພວກເຂົາກໍໄດ້ຮ້ອງຫາພຣະເຈົ້າຢາເວເມື່ອເວລາທີ່ພວກເຂົາຢູ່ໃນຄວາມເດືອດຮ້ອນ
ແລະ ພຣະອົງໄດ້ຊ່ວຍພວກເຂົາໃຫ້ພົ້ນຈາກຄວາມທຸກລຳບາກຂອງພວກເຂົາ.
ພຣະອົງໄດ້ນຳພວກເຂົາອອກມາຈາກຄວາມມືດມິດ, ອອກມາຈາກຄວາມໝົ່ນໝອງ
ແລະ ໄດ້ທຳລາຍໂສ້ຂອງພວກເຂົາຖິ້ມ.
ໃຫ້ພວກເຂົາຂອບພຣະຄຸນພຣະເຈົ້າຢາເວສຳລັບຄວາມຮັກໝັ້ນຄົງຂອງພຣະອົງ
ແລະ ສຳລັບການກະທຳອັນອັດສະຈັນຂອງພຣະອົງທີ່ເຮັດເພື່ອມະນຸດ,
ເພາະພຣະອົງໄດ້ທຳລາຍປະຕູທອງສຳລິດ
ແລະ ຕັດກົງເຫລັກອອກ.
ບາງຄົນກາຍເປັນຄົນໂງ່ໂດຍການກະບົດຂອງຕົນເອງ
ແລະ ຕ້ອງທົນທຸກເພາະຄວາມຊົ່ວຊ້າຂອງຕົນ.
ພວກເຂົາເບື່ອອາຫານທຸກຢ່າງ
ແລະ ເກືອບໃກ້ປະຕູແຫ່ງຄວາມຕາຍ.
ແລ້ວພວກເຂົາກໍໄດ້ຮ້ອງຫາພຣະເຈົ້າຢາເວເມື່ອພວກເຂົາຢູ່ໃນຄວາມທຸກລຳບາກ
ແລະ ພຣະອົງກໍໄດ້ຊ່ວຍພວກເຂົາໃຫ້ພົ້ນຈາກຄວາມທຸກລຳບາກຂອງພວກເຂົາ.
ພຣະອົງກ່າວຖ້ອຍຄຳຂອງພຣະອົງອອກໄປ ແລະ ພວກເຂົາກໍໄດ້ຮັບການຮັກສາ;
ພຣະອົງໄດ້ຊ່ວຍກອບກູ້ພວກເຂົາອອກມາຈາກຂຸມຝັງສົບ.
ໃຫ້ພວກເຂົາຂອບພຣະຄຸນພຣະເຈົ້າຢາເວສຳລັບຄວາມຮັກໝັ້ນຄົງຂອງພຣະອົງ
ແລະ ສຳລັບການກະທຳອັນອັດສະຈັນຂອງພຣະອົງທີ່ເຮັດເພື່ອມະນຸດ.
ໃຫ້ພວກເຂົາຖວາຍເຄື່ອງບູຊາຂອບພຣະຄຸນ
ແລະ ເລົ່າເຖິງພາລະກິດຕ່າງໆຂອງພຣະອົງດ້ວຍບົດເພງແຫ່ງຄວາມຊື່ນຊົມຍິນດີ.
ບາງຄົນກໍລົງເຮືອອອກໄປກາງທະເລ
ພວກເຂົາທຳມາຫາກິນຕາມເສັ້ນທາງມະຫາສະຫມຸດ.
ພວກເຂົາໄດ້ເຫັນພາລະກິດຂອງພຣະເຈົ້າຢາເວ,
ເຫັນການກະທຳອັນອັດສະຈັນຂອງພຣະອົງໃນທີ່ເລິກ.
ເພາະເມື່ອພຣະອົງກ່າວ ແລະ ພະຍຸກໍກໍ່ໂຕຂຶ້ນ
ເຮັດໃຫ້ຄື້ນຊັດສູງຂຶ້ນ.
ພວກເຂົາຖືກໂຍນຂຶ້ນຟ້າສະຫວັນແລ້ວກໍດິ່ງລົງມາໃນເຫວເລິກ;
ເມື່ອພວກເຂົາຕົກຢູ່ໃນອັນຕະລາຍຄວາມກ້າຫານຂອງພວກເຂົາກໍຫາຍໄປ.
ພວກເຂົາໝູນຕົວ ແລະ ໂຊເຊໄປເໝືອນກັບຄົນເມົາເຫລົ້າ;
ພວກເຂົາຈົນປັນຍາບໍ່ຮູ້ຈະເຮັດຢ່າງໃດ.
ແລ້ວພວກເຂົາກໍໄດ້ຮ້ອງຫາພຣະເຈົ້າຢາເວເມື່ອເວລາທີ່ພວກເຂົາຢູ່ໃນຄວາມເດືອດຮ້ອນ.
ແລະ ພຣະອົງກໍໄດ້ນຳພວກເຂົາອອກມາຈາກຄວາມທຸກລຳບາກຂອງພວກເຂົາ.
ພຣະອົງໄດ້ເຮັດໃຫ້ພະຍຸສະຫງົບລົງເປັນພຽງສຽງຊື່ມ;
ເຮັດໃຫ້ຄື້ນໃນທະເລງຽບສະຫງົບລົງ.
ພວກເຂົາດີໃຈທີ່ທະເລສະຫງົບ
ແລະ ພຣະອົງໄດ້ນຳພວກເຂົາເຂົ້າມາຈອດຢູ່ທ່າເຮືອຕາມໃຈປາຖະໜາຂອງພວກເຂົາ.
ໃຫ້ພວກເຂົາຂອບພຣະຄຸນພຣະເຈົ້າຢາເວສຳລັບຄວາມຮັກໝັ້ນຄົງຂອງພຣະອົງ
ແລະ ສຳລັບການກະທຳອັນອັດສະຈັນຂອງພຣະອົງທີ່ເຮັດເພື່ອມະນຸດ.
ໃຫ້ພວກເຂົາຍົກຍ້ອງພຣະອົງໃນທີ່ປະຊຸມຂອງຄົນທັງຫລາຍ
ແລະ ສັນລະເສີນພຣະອົງໃນທີ່ປະຊຸມຂອງຜູ້ອາວຸໂສ.
ພຣະອົງໄດ້ປ່ຽນແມ່ນ້ຳໃຫ້ກາຍເປັນທະເລຊາຍ,
ບໍ່ນ້ຳທີ່ໄຫລກາຍເປັນພື້ນແຕກແຫງ,
ແລະ ປ່ຽນດິນແດນອັນອຸດົມສົມບູນໃຫ້ກາຍເປັນບ່ອນຮົກຮ້າງ,
ເພາະຄວາມຊົ່ວຮ້າຍຂອງບັນດາຄົນທີ່ອາໄສຢູ່ທີ່ນັ້ນ.
ພຣະອົງໄດ້ປ່ຽນຖິ່ນແຫ້ງແລ້ງກັນດານໃຫ້ກາຍເປັນໜອງນ້ຳ
ແລະ ປ່ຽນແຜ່ນດິນທີ່ແຕກແຫງໃຫ້ກາຍເປັນບໍ່ນ້ຳ;
ພຣະອົງໄດ້ນຳຄົນຫິວໂຫຍໄປອາໄສຢູ່ທີ່ນັ້ນ,
ແລະ ໃຫ້ພວກເຂົາໄດ້ພົບເມືອງທີ່ພວກເຂົາຈະສາມາດຕັ້ງຖິ່ນຖານໄດ້.
ພວກເຂົາໄດ້ຫວ່ານໃນທົ່ງນາ ແລະ ປູກໃນສວນອະງຸ່ນ
ແລະ ເກັບກ່ຽວພືດພັນທັນຍາຫານໄດ້ຢ່າງອຸດົມສົມບູນ;
ພຣະອົງໄດ້ອວຍພອນ ແລະ ພວກເຂົາກໍເພີ່ມທະວີຈຳນວນຫລາຍຂຶ້ນ
ແລະ ພຣະອົງບໍ່ໄດ້ໃຫ້ຝູງສັດຂອງພວກເຂົາລຸດຈຳນວນລົງ.
ແລ້ວຈຳນວນຂອງພວກເຂົາກໍຖືກຫລຸດລົງ ແລະ ພວກເຂົາກໍຖືກເຮັດໃຫ້ຕົກຕ່ຳລົງ
ຈາກການກົດຂີ່ຂົ່ມເຫັງ, ໄພພິບັດ ແລະ ຄວາມໂສກເສົ້າ;
ພຣະອົງຜູ້ໄດ້ເທການໝິ່ນປະໝາດລົງມາເໜືອບັນດາເຈົ້ານາຍ
ໄດ້ເຮັດໃຫ້ພວກເຂົາຢູ່ໃນທີ່ຮົກຮ້າງບໍ່ມີຫົນທາງ.
ແຕ່ພຣະອົງໄດ້ຍົກຄົນທີ່ຂັດສົນອອກຈາກຄວາມທຸກຍາກຂອງພວກເຂົາ
ແລະ ໃຫ້ຄອບຄົວຂອງພວກເຂົາເພີ່ມທະວີຂຶ້ນເໝືອນດັ່ງຝູງສັດ.
ຄົນທ່ຽງທຳເຫັນ ແລະ ກໍຊື່ນຊົມຍິນດີ,
ແຕ່ຄົນຊົ່ວຮ້າຍທັງໝົດປິດປາກຂອງຕົນງຽບ.
ຜູ້ໃດສະຫລາດຈົ່ງຟັງສິ່ງເຫລົ່ານີ້
ແລະ ສຳນຶກເຖິງຄວາມຮັກຍິ່ງໃຫຍ່ຂອງພຣະເຈົ້າຢາເວ.
Source notes (1)
- Footnote ພາສາເຮັບເຣີວ່າ ເໜືອ ແລະ ທະເລ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.