Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 108

(ພສສ 57:7-11; 60:5-12)

(ບົດເພງ, ບົດ​ເພງສັນລະເສີນ​ຂອງ​ດາວິດ)

ຂ້າແດ່​ພຣະເຈົ້າ ຈິດໃຈ​ຂອງ​ຂ້ານ້ອຍ​ນັ້ນ​ໝັ້ນຄົງ;

ຂ້ານ້ອຍ​ຈະ​ຮ້ອງ​ເພງ ແລະ ຫລິ້ນ​ດົນຕີ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຂ້ານ້ອຍ.

ພິນ​ໃຫຍ່ ແລະ ພິນ​ເຂົາ​ຄູ່ ຈົ່ງ​ບັນ​ເລງ!

ຂ້ານ້ອຍ​ຈະ​ປຸກ​ອາລຸນ​ວັນ​ໃໝ່.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ທ່າມກາງ​ປະຊາຊາດ​ທັງຫລາຍ;

ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ພຣະອົງ​ທ່າມກາງ​ປະຊາຊົນ​ທັງຫລາຍ.

ເພາະ​ຄວາມ​ຮັກ​ຍິ່ງໃຫຍ່​ຂອງ​ພຣະອົງ​ສູງ​ກວ່າ​ຟ້າ​ສະຫວັນ;

ຄວາມ​ສັດຊື່​ຂອງ​ພຣະອົງ​ຈຸ​ເຖິງ​ທ້ອງຟ້າ.

ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ເປັນ​ທີ່​ຍົກຍ້ອງ​ເໜືອ​ຟ້າ​ສະຫວັນ;

ຂໍ​ໃຫ້​ສະຫງ່າລາສີ​ຂອງ​ພຣະອົງ​ປົກ​ຄຸມ​ໄປ​ທົ່ວ​ໂລກ.

ຂໍ​ຊ່ວຍ​ກອບກູ້​ພວກຂ້ານ້ອຍ​ດ້ວຍ​ມື​ຂວາ​ຂອງ​ພຣະອົງ,

ເພື່ອ​ບັນດາ​ຜູ້​ທີ່​ພຣະອົງ​ຮັກ​ຈະ​ຫລຸດພົ້ນ.

ພຣະເຈົ້າ​ໄດ້​ກ່າວ​ຈາກ​ບ່ອນ​ນະມັດສະການ​ຂອງ​ພຣະອົງ​ວ່າ:

“ໃນ​ໄຊຊະນະ ເຮົາ​ຈະ​ແບ່ງ​ຊີເຄມ

ແລະ ກຳນົດ​ເຂດ​ຮ່ອມພູ​ຊຸກໂກດ.

ກີເລອາດ​ເປັນ​ຂອງ​ເຮົາ, ມານາເຊ​ເປັນ​ຂອງ​ເຮົາ;

ເອຟຣາອິມ​ຄື​ໝວກ​ເກາະ​ຂອງ​ເຮົາ,

ຢູດາ​ຄື​ໄມ້​ຄາທາ​ຂອງ​ເຮົາ.

ໂມອາບ​ເປັນ​ອ່າງ​ຊຳລະ​ຂອງ​ເຮົາ,

ເຮົາ​ໂຍນ​ເກີບ​ຂອງ​ເຮົາ​ລົງ​ເທິງ​ເອໂດມ;

ແລະ ເຮົາ​ຈະ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ມີ​ໄຊ​ເໜືອ​ຟີລິດສະຕິນ”.

ຜູ້ໃດ​ຈະ​ພາ​ຂ້ານ້ອຍ​ໄປ​ຍັງ​ເມືອງ​ປ້ອມ​ປ້ອງກັນ?

ຜູ້ໃດ​ຈະ​ນຳ​ຂ້ານ້ອຍ​ໄປ​ຍັງ​ເອໂດມ?

ພຣະອົງ​ບໍ່​ແມ່ນ​ບໍ, ຂ້າແດ່​ພຣະເຈົ້າ ພຣະອົງ​ຜູ້​ໄດ້​ປະຕິເສດ​ພວກຂ້ານ້ອຍ

ແລະ ບໍ່​ຮ່ວມ​ທັບ​ກັບ​ພວກຂ້ານ້ອຍ​ອີກ​ຕໍ່ໄປ?

ຂໍ​ຊ່ວຍ​ພວກຂ້ານ້ອຍ​ຕໍ່ສູ້​ສັດຕູ

ເພາະ​ຄວາມ​ຊ່ວຍເຫລືອ​ຂອງ​ມະນຸດ​ນັ້ນ​ໄຮ້​ຄ່າ.

ໂດຍ​ພຣະເຈົ້າ​ພວກເຮົາ​ຈະ​ໄດ້​ຮັບ​ໄຊຊະນະ

ພຣະອົງ​ຈະ​ຢຽບ​ສັດຕູ​ທັງຫລາຍ​ຂອງ​ພວກເຮົາ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.