Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 109

(ເຖິງ​ຫົວໜ້າ​ນັກຮ້ອງ, ບົດ​ເພງສັນລະເສີນ​ຂອງ​ດາວິດ)

ຂ້າແດ່​ພຣະເຈົ້າ​ຜູ້​ທີ່​ຂ້ານ້ອຍ​ສັນລະເສີນ

ຂໍ​ຢ່າ​ໄດ້​ມິດງຽບ​ເລີຍ,

ເພາະ​ຄົນ​ຊົ່ວ ແລະ ຫລອກລວງ​ທັງຫລາຍ

ໄດ້​ອ້າ​ປາກ​ຂອງ​ພວກເຂົາ​ຕໍ່​ຕ້ານ​ຂ້ານ້ອຍ;

ພວກເຂົາ​ໄດ້​ໃສ່ຮ້າຍ​ຂ້ານ້ອຍ​ດ້ວຍ​ລີ້ນ​ທີ່​ຕົວະ.

ພວກເຂົາ​ຫຸ້ມ​ດ່າ​ຂ້ານ້ອຍ​ດ້ວຍ​ຖ້ອຍ​ຄຳ​ທີ່​ກຽດຊັງ;

ພວກເຂົາ​ໂຈມ​ຕີ​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດ.

ຂ້ານ້ອຍ​ເປັນ​ມິດ​ກັບ​ພວກເຂົາ ແຕ່​ພວກເຂົາ​ກັບ​ກ່າວ​ຫາ​ຂ້ານ້ອຍ,

ແຕ່​ຂ້ານ້ອຍ​ກໍ​ອະທິຖານ​ເພື່ອ​ພວກເຂົາ.

ພວກເຂົາ​ໄດ້​ຕອບ​ແທນ​ຄວາມ​ດີ​ຂອງ​ຂ້ານ້ອຍ​ດ້ວຍ​ຄວາມ​ຊົ່ວ,

ແລະ ຕອບ​ແທນ​ມິດຕະພາບ​ດ້ວຍ​ຄວາມ​ກຽດຊັງ.

ຂໍ​ໂຜດ​ຕັ້ງ​ຄົນ​ຊົ່ວ​ໃຫ້​ມາ​ຕໍ່​ຕ້ານ​ສັດຕູ​ຂອງ​ຂ້ານ້ອຍ;

ຂໍ​ໃຫ້​ຜູ້​ກ່າວ​ໂທດ ຢືນ​ຢູ່​ທີ່​ຂ້າງ​ຂວາ​ຂອງ​ລາວ.

ເມື່ອ​ລາວ​ຖືກ​ສອບສວນ ກໍ​ຂໍ​ໃຫ້​ລາວ​ຖືກ​ຕັດສິນ​ວ່າ​ຜິດ​ແທ້,

ຂໍ​ໃຫ້​ຄຳ​ອະທິຖານ​ຂອງ​ລາວ​ມັດ​ໂຕ​ລາວ.

ຂໍ​ໃຫ້​ລາວ​ອາຍຸ​ສັ້ນ;

ໃຫ້​ຄົນ​ອື່ນ​ຂຶ້ນ​ມາ​ເປັນ​ຜູ້ນຳ​ແທນ​ຕຳແໜ່ງ​ຂອງ​ລາວ.

ຂໍ​ໃຫ້​ລູກ​ຂອງ​ລາວ​ເປັນ​ລູກ​ກຳພ້າ​ພໍ່

ແລະ ເມຍ​ຂອງ​ລາວ​ເປັນ​ແມ່​ໝ້າຍ.

ຂໍ​ໃຫ້​ລູກ​ຫລານ​ຂອງ​ລາວ​ພະເນຈອນ​ຂໍ​ທານ;

ຂໍ​ໃຫ້​ພວກເຂົາ​ຖືກ​ຂັບໄລ່​ອອກ​ຈາກ1​ເຮືອນ​ອັນ​ຫັກພັງ​ຂອງ​ພວກເຂົາ.

ຂໍ​ໃຫ້​ເຈົ້າໜີ້​ຢຶດ​ເອົາ​ເຄື່ອງ​ຂອງ​ທຸກ​ຢ່າງ​ທີ່​ລາວ​ມີ;

ຂໍ​ໃຫ້​ຄົນ​ຕ່າງ​ຖິ່ນ​ມາ​ປຸ້ນ​ເອົາ​ສິ່ງ​ທີ່​ລາວ​ໄດ້​ລົງ​ແຮງ​ຫາ​ມາ.

ຂໍ​ຢ່າ​ໃຫ້​ຜູ້ໃດ​ເມດຕາ​ກະລຸນາ​ລາວ

ຫລື ສົງສານ​ລູກ​ທີ່​ກຳພ້າ​ພໍ່​ຂອງ​ລາວ.

ຂໍ​ໃຫ້​ເຊື້ອສາຍ​ຂອງ​ລາວ​ຖືກ​ຕັດ​ຂາດ,

ໃຫ້​ຊື່​ສຽງ​ຂອງ​ລາວ​ສູນ​ໄປ​ພາຍໃນ​ຊົ່ວ​ອາຍຸ​ຕໍ່ໄປ.

ຂໍ​ໃຫ້​ຄວາມ​ຊົ່ວ​ຊ້າ​ຂອງ​ບັນພະບຸລຸດ​ຂອງ​ລາວ​ເປັນ​ທີ່​ລະນຶກ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ;

ຂໍ​ໃຫ້​ຄວາມ​ບາບ​ຂອງ​ແມ່​ຂອງ​ລາວ​ບໍ່​ມີ​ວັນ​ຫາຍ​ໄປ.

ຂໍ​ໃຫ້​ຄວາມ​ບາບ​ເຫລົ່ານັ້ນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ຢູ່​ສະເໝີ,

ເພື່ອ​ພຣະອົງ​ຈະ​ໄດ້​ເຮັດ​ໃຫ້​ລາວ​ຖືກ​ລືມ​ໄປ​ຈາກ​ໂລກ​ນີ້.

ເພາະ​ລາວ​ບໍ່​ເຄີຍ​ຄິດ​ທີ່​ຈະ​ເມດຕາ​ກະລຸນາ​ຕໍ່​ຜູ້ໃດ,

ແຕ່​ໄດ້​ຂ້າ​ຄົນ​ທຸກຍາກ

ແລະ ຄົນ​ຂັດສົນ ແລະ ຄົນ​ທີ່​ຫົວໃຈ​ແຕກ​ສະຫລາຍ.

ລາວ​ຮັກ​ທີ່​ຈະ​ສາບແຊ່ງ

ຂໍ​ໃຫ້​ຄຳ​ສາບແຊ່ງ​ນັ້ນ​ຕົກ​ຢູ່​ກັບ​ລາວ.

ລາວ​ບໍ່​ພໍໃຈ​ກັບ​ການ​ໃຫ້​ພອນ

ຂໍ​ໃຫ້​ພອນ​ນັ້ນ​ຫ່າງ​ໄກ​ຈາກ​ລາວ.

ລາວ​ສວມ​ຄຳ​ສາບແຊ່ງ​ເປັນ​ເສື້ອຜ້າ​ຂອງ​ລາວ;

ຄຳ​ສາບແຊ່ງ​ນັ້ນ​ໄດ້​ເຂົ້າ​ໄປ​ໃນ​ຮ່າງກາຍ​ຂອງ​ລາວ​ເໝືອນ​ກັບ​ນ້ຳ,

ເຂົ້າໄປ​ໃນ​ກະດູກ​ຂອງ​ລາວ​ເໝືອນ​ກັບ​ນ້ຳມັນ.

ຂໍ​ໃຫ້​ການ​ສາບແຊ່ງ​ນັ້ນ​ເປັນ​ດັ່ງ​ເສື້ອຄຸມ​ຫໍ່​ຕົວ​ຂອງ​ລາວ,

ເປັນ​ດັ່ງ​ສາຍແອວ​ຮັດ​ອ້ອມ​ລາວ​ໄວ້​ຕະຫລອດ​ໄປ.

ຂໍ​ໃຫ້​ທັງໝົດ​ນີ້​ເປັນ​ການ​ຕອບແທນ​ຈາກ​ພຣະເຈົ້າ​ຢາເວ​ທີ່​ມີ​ຕໍ່​ບັນດາ​ຜູ້​ກ່າວ​ຫາ​ຂອງ​ຂ້ານ້ອຍ,

ທີ່​ມີ​ຕໍ່​ບັນດາ​ຜູ້​ທີ່​ໃສ່ຮ້າຍ​ຂ້ານ້ອຍ.

ຂ້າແດ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ

ຂໍ​ໂຜດ​ຊ່ວຍ​ຂ້ານ້ອຍ​ເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະອົງ;

ຂໍ​ຊ່ວຍ​ກອບກູ້​ຂ້ານ້ອຍ​ດ້ວຍ​ຄວາມ​ຮັກ​ອັນ​ປະເສີດ​ຂອງ​ພຣະອົງ.

ເພາະ​ຂ້ານ້ອຍ​ທຸກຍາກ ແລະ ຂັດສົນ,

ແລະ ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ເຈັບປວດ​ຢູ່​ພາຍໃນ​ຂ້ານ້ອຍ.

ຂ້ານ້ອຍ​ຈາງ​ຫາຍ​ໄປ​ເໝືອນ​ດັ່ງ​ເງົາ​ໃນ​ເວລາ​ຄ່ຳ;

ຂ້ານ້ອຍ​ຖືກ​ຊັດ​ຖິ້ມ​ເໝືອນ​ກັບ​ຕັກແຕນ.

ຫົວເຂົ່າ​ຂອງ​ຂ້ານ້ອຍ​ອ່ອນ​ລ້າ​ເພາະ​ອົດອາຫານ;

ຮ່າງກາຍ​ຂອງ​ຂ້ານ້ອຍ​ກໍ​ຈ່ອຍ​ຜອມ ແລະ ແຫ້ງ.

ຂ້ານ້ອຍ​ຕົກ​ເປັນ​ຂີ້​ປາກ​ຂອງ​ຄົນ​ທີ່​ກ່າວ​ຫາ​ຂ້ານ້ອຍ

ເມື່ອ​ພວກເຂົາ​ເຫັນ​ຂ້ານ້ອຍ ພວກເຂົາ​ກໍ​ພາກັນ​ແກ່ວງ​ຫົວ​ຂອງ​ຕົນ.

ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ

ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ລອດ​ພົ້ນ​ຕາມ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດ້ວຍ.

ຂ້າແດ່​ພຣະເຈົ້າ​ຢາເວ ໂຜດ​ໃຫ້​ພວກເຂົາ​ຮູ້​ວ່າ ນີ້​ເປັນ​ຝີ​ມື​ຂອງ​ພຣະອົງ,

ໃຫ້​ຮູ້​ວ່າ​ພຣະອົງ​ເອງ​ເປັນ​ຜູ້​ເຮັດ​ການ​ນີ້.

ພວກເຂົາ​ອາດ​ຈະ​ປ້ອຍດ່າ ແຕ່​ພຣະອົງ​ຈະ​ອວຍພອນ;

ຂໍ​ໃຫ້​ບັນດາ​ຄົນ​ທີ່​ໂຈມ​ຕີ​ຂ້ານ້ອຍ​ຖືກ​ເຮັດ​ໃຫ້​ອັບອາຍ,

ແຕ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ຊື່ນຊົມຍິນດີ.

ຂໍ​ໃຫ້​ບັນດາ​ຜູ້​ກ່າວ​ຫາ​ຂ້ານ້ອຍ​ສວມ​ດ້ວຍ​ຄວາມ​ອັບອາຍ

ແລະ ຄຸມ​ດ້ວຍ​ຄວາມ​ອັບອາຍ​ຂາຍ​ໜ້າ​ດັ່ງ​ເສື້ອຄຸມ.

ຂ້ານ້ອຍ​ຈະ​ຍົກຍ້ອງ​ພຣະເຈົ້າ​ຢາເວ​ຢ່າງ​ໃຫຍ່​ດ້ວຍ​ປາກ​ຂອງ​ຂ້ານ້ອຍ;

ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ທ່າມກາງ​ຝູງຊົນ​ຜູ້​ນະມັດສະການ​ທັງຫລາຍ.

ເພາະວ່າ​ພຣະອົງ​ຢືນ​ຢູ່​ເບື້ອງ​ຂວາ​ມື​ຂອງ​ຄົນ​ຂັດສົນ,

ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຂົາ​ໃຫ້​ຈາກ​ຜູ້​ທີ່​ຕັດສິນ​ວ່າ​ພວກເຂົາ​ຜິດ.

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ຖືກ​ຊອກຫາ​ຕາມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.