Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 110

(ບົດ​ເພງສັນລະເສີນ​ຂອງ​ດາວິດ)

ພຣະເຈົ້າ​ຢາເວ​ກ່າວ​ກັບ​ເຈົ້ານາຍ1​ຂອງ​ຂ້ານ້ອຍ​ວ່າ:

“ຈົ່ງ​ນັ່ງ​ທີ່​ເບື້ອງ​ຂວາ​ມື​ຂອງ​ເຮົາ

ຈົນ​ກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ເຈົ້າ

ເປັນ​ແທ່ນ​ວາງ​ຕີນ​ຂອງ​ເຈົ້າ”.

ພຣະເຈົ້າ​ຢາເວ​ຈະ​ຍື່ນ​ໄມ້​ຄາທາ​ອັນ​ມີ​ລິດອຳນາດ​ຂອງ​ທ່ານ​ອອກ​ຈາກ​ຊີໂອນ ແລະ ກ່າວ​ວ່າ,

“ຈົ່ງ​ປົກຄອງ​ທ່າມກາງ​ບັນດາ​ສັດຕູ​ຂອງ​ທ່ານ!”

ໃນ​ມື້​ທີ່​ທ່ານ​ອອກ​ຮົບ

ກອງ​ທະຫານ​ຂອງ​ທ່ານ​ຈະ​ເຕັມໃຈ​ສູ້ຮົບ.

ຕັ້ງ​ແນວ​ຮົບ​ດ້ວຍ​ຄວາມ​ງົດງາມ​ສັກສິດ,

ຊາຍ​ໜຸ່ມ​ຈະ​ມາ​ຫາ​ທ່ານ

ດັ່ງ​ນ້ຳຄ້າງ​ຈາກ​ມົດລູກ​ຍາມ​ອາລຸນ​ວັນ​ໃໝ່.2

ພຣະເຈົ້າ​ຢາເວ​ໄດ້​ປະຕິຍານ​ແລ້ວ

ແລະ ຈະ​ບໍ່​ປ່ຽນ​ໃຈ​ຄື:

“ເຈົ້າ​ເປັນ​ປະໂລຫິດ​ຕະຫລອດ​ໄປ,

ຕາມ​ແບບ​ຂອງ​ເມຄີເຊເດັກ”.

ອົງ​ເຈົ້ານາຍ​ຢູ່​ເບື້ອງ​ຂວາ​ຂອງ​ທ່ານ3;

ພຣະອົງ​ຈະ​ຍ່ອງ​ກະສັດ​ທັງຫລາຍ​ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ.

ພຣະອົງ​ຈະ​ພິພາກສາ​ປະຊາຊາດ​ທັງຫລາຍ, ເຮັດ​ໃຫ້​ຄົນ​ຕາຍ​ເປັນ​ກອງ

ແລະ ຈະ​ຍ່ອງ​ບັນດາ​ຜູ້ນຳ​ທົ່ວ​ໂລກ.

ພຣະອົງ​ຈະ​ດື່ມ​ນ້ຳ​ຈາກ​ຫ້ວຍ​ຢູ່​ຕາມ​ທາງ,4

ແລະ ດັ່ງນັ້ນ ພຣະອົງ​ຈະ​ຍົກ​ຫົວ​ຂອງ​ພຣະອົງ​ຂຶ້ນ​ສູງ.

Source notes (4)
  1. Footnote ຫລື ອົງພຣະຜູ້ເປັນເຈົ້າ
  2. Footnote ໃນ​ພາສາ​ເຮັບເຣີ ຄວາມໝາຍ​ຂອງ​ປະໂຫຍກ​ນີ້​ແມ່ນ​ບໍ່​ຊັດເຈນ
  3. Footnote ຫລື ເຈົ້ານາຍ​ຂອງ​ຂ້ານ້ອຍ​ຢູ່​ທີ່​ຂວາ​ມື​ຂອງ​ທ່ານ
  4. Footnote ໃນ​ພາສາ​ເຮັບເຣີ ຄວາມໝາຍ​ຂອງ​ປະໂຫຍກ​ນີ້​ແມ່ນ​ບໍ່​ຊັດເຈນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.