Biblica® Open Lao Contemporary Version
ເພງສັນລະເສີນ 111
ຈົ່ງສັນລະເສີນພຣະເຈົ້າຢາເວ.1
ຂ້ານ້ອຍຈະຍົກຍ້ອງພຣະເຈົ້າຢາເວດ້ວຍສຸດຫົວໃຈຂອງຂ້ານ້ອຍ
ໃນທີ່ປະຊຸມຂອງຜູ້ຊອບທຳ ແລະ ໃນທີ່ຊຸມນຸມ.
ຜົນງານຂອງພຣະເຈົ້າຢາເວຍິ່ງໃຫຍ່;
ທຸກຄົນທີ່ປິຕິຍິນດີກໍຕຶກຕອງເຖິງງານເຫລົ່ານັ້ນ.
ການກະທຳຂອງພຣະອົງຮຸ່ງເຮືອງ ແລະ ສະຫງ່າງາມ,
ແລະ ຄວາມຊອບທຳຂອງພຣະອົງດຳລົງຢູ່ຕະຫລອດໄປເປັນນິດ.
ພຣະອົງເຮັດໃຫ້ການອັດສະຈັນຂອງພຣະອົງນັ້ນເປັນທີ່ຈົດຈຳຢ່າງບໍ່ເຄີຍລືມ.
ພຣະເຈົ້າຢາເວມີຄວາມກະລຸນາ ແລະ ຄວາມເມດຕາສົງສານ.
ພຣະອົງໄດ້ຈັດຕຽມອາຫານສຳລັບຜູ້ທີ່ຢຳເກງພຣະອົງ;
ພຣະອົງລະນຶກເຖິງຄຳໝັ້ນສັນຍາຂອງພຣະອົງຕະຫລອດໄປ.
ພຣະອົງໄດ້ສະແດງອຳນາດແຫ່ງງານຂອງພຣະອົງແກ່ປະຊາຊົນຂອງພຣະອົງ,
ໄດ້ໃຫ້ດິນແດນຂອງຊົນຊາດອື່ນໆແກ່ພວກເຂົາ.
ຜົນງານຈາກມືຂອງພຣະອົງນັ້ນສັດຊື່ ແລະ ຍຸຕິທຳ;
ຂໍ້ບັງຄັບທັງໝົດຂອງພຣະອົງແມ່ນເຊື່ອຖືໄດ້.
ສິ່ງເຫລົ່ານີ້ໄດ້ຮັບການສະຖາປະນາໄວ້ນິລັນດອນ,
ກຳນົດຂຶ້ນຈາກຄວາມສັດຊື່ ແລະ ຄວາມທ່ຽງທຳ.
ພຣະອົງໄດ້ຈັດຕຽມຄ່າໄຖ່ສຳລັບປະຊາຊົນຂອງພຣະອົງ
ພຣະອົງໄດ້ສະຖາປະນາຄຳໝັ້ນສັນຍາຂອງພຣະອົງໄວ້ເປັນນິດ
ນາມຂອງພຣະອົງນັ້ນສັກສິດ ແລະ ໜ້າຢຳເກງ.
ຄວາມຢຳເກງພຣະເຈົ້າຢາເວເປັນບໍ່ເກີດຂອງປັນຍາ;
ທຸກຄົນທີ່ປະຕິບັດຕາມຂໍ້ບັງຄັບຂອງພຣະອົງກໍມີຄວາມເຂົ້າໃຈດີ.
ການສັນລະເສີນພຣະອົງດຳລົງຢູ່ຕະຫລອດໄປເປັນນິດ.
Source notes (1)
- Footnote ພາສາເຮັບເຣີວ່າ ຮາເລລູຢາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.