Biblica® Open Lao Contemporary Version
ເພງສັນລະເສີນ 112
ຈົ່ງສັນລະເສີນພຣະເຈົ້າຢາເວ.1
ຄວາມສຸກມີແກ່ຜູ້ທີ່ຢຳເກງພຣະເຈົ້າຢາເວ
ຜູ້ທີ່ປິຕິຍິນດີໃນຄຳສັ່ງຂອງພຣະອົງ.
ລູກຫລານຂອງພວກເຂົາຈະຍິ່ງໃຫຍ່ໃນດິນແດນ;
ຜູ້ຊອບທຳແຕ່ລະຊົ່ວອາຍຸຈະໄດ້ຮັບພອນ.
ຄວາມຮັ່ງມີ ແລະ ຊັບສົມບັດກໍຢູ່ໃນເຮືອນຂອງພວກເຂົາ
ແລະ ຄວາມຊອບທຳຂອງພວກເຂົາກໍດຳລົງຢູ່ຕະຫລອດໄປເປັນນິດ.
ແມ່ນແຕ່ໃນຄວາມມືດ ແສງສະຫວ່າງກໍສ່ອງເຂົ້າມາສຳລັບຜູ້ທີ່ທ່ຽງທຳ,
ສຳລັບບັນດາຜູ້ທີ່ມີໃຈກະລຸນາກັບເມດຕາສົງສານ ແລະ ຊອບທຳ.
ບັນດາຜູ້ທີ່ມີໃຈເອື້ອເຟື້ອເພື່ອແຜ່ ແລະ ໃຫ້ຢືມດ້ວຍໃຈກວ້າງຂວາງ,
ຜູ້ທີ່ດຳເນີນກິດຈະການຂອງຕົນຢ່າງທ່ຽງທຳຈະຢູ່ເຢັນເປັນສຸກ.
ແນ່ນອນ ຄົນຊອບທຳຈະບໍ່ມີວັນສັ່ນສະເທືອນ.
ພວກເຂົາຈະເປັນທີ່ຈົດຈຳຕະຫລອດໄປ.
ພວກເຂົາຈະບໍ່ຢ້ານຕໍ່ຂ່າວຮ້າຍ;
ຈິດໃຈຂອງພວກເຂົາໝັ້ນຄົງ ແລະ ໄວ້ວາງໃຈໃນພຣະເຈົ້າຢາເວ.
ຈິດໃຈຂອງພວກເຂົາຢຶດໝັ້ນ, ພວກເຂົາຈະບໍ່ຢ້ານກົວ;
ສຸດທ້າຍພວກເຂົາຈະເບິ່ງສັດຕູຂອງພວກເຂົາຢ່າງຜູ້ຊະນະ.
ພວກເຂົາໄດ້ແຈກຢາຍເຄື່ອງຂອງທີ່ເປັນຂອງພວກເຂົາໃຫ້ແກ່ຄົນທຸກຍາກ.
ຄວາມຊອບທຳຂອງພວກເຂົານັ້ນດຳລົງຢູ່ຕະຫລອດໄປ;
ເຂົາ2ຂອງພວກເຂົາໄດ້ຮັບການຍົກຂຶ້ນຢ່າງມີກຽດ.3
ຄົນຊົ່ວຮ້າຍຈະເຫັນ ແລະ ໂກດແຄ້ນ,
ພວກເຂົາຈະກັດແຂ້ວຂອງຕົນ ແລະ ຈິບຫາຍໄປ;
ຄວາມປາຖະໜາຂອງຄົນຊົ່ວຮ້າຍຈະບໍ່ມີຫຍັງໝົດ.
Source notes (3)
- Footnote ພາສາເຮັບເຣີວ່າ ຮາເລລູຢາ
- Footnote ເຂົາສັດຢູ່ບ່ອນນີ້ເປັນສັນຍາລັກຂອງສັກສີ
- Footnote ຫລື ພວກເຂົາຈະຍິ່ງໃຫຍ່ ແລະ ມີກຽດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.