Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 113

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.1

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ;

ຈົ່ງ​ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຢາເວ.

ຂໍ​ໃຫ້​ນາມ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ເປັນ​ທີ່​ສັນລະເສີນ,

ຕັ້ງ​ແຕ່​ບັດນີ້ ແລະ ຕະຫລອດ​ໄປ​ເປັນນິດ.

ຕັ້ງ​ແຕ່​ບ່ອນ​ຕາເວັນ​ຂຶ້ນ ຈົນ​ເຖິງ​ບ່ອນ​ຕາເວັນ​ຕົກ

ນາມ​ຂອງ​ພຣະເຈົ້າ​ຢາເວ​ເວ​ຈະ​ເປັນ​ທີ່​ສັນລະເສີນ.

ພຣະເຈົ້າ​ຢາເວ​ເປັນ​ທີ່​ຍົກຍ້ອງ​ເໜືອ​ທຸກ​ຊົນຊາດ,

ກຽດ​ຕິຍົດ​ຂອງ​ພຣະອົງ​ສູງ​ສົ່ງ​ກວ່າ​ຟ້າ​ສະຫວັນ.

ຜູ້ໃດ​ຈະ​ສະເໝີ​ເໝືອນ​ພຣະເຈົ້າ​ຢາເວ​ຂອງ​ພວກເຮົາ

ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ເບື້ອງ​ສູງ,

ຜູ້​ໂນ້ມ​ພຣະອົງ​ລົງ​ມາ

ເບິ່ງ​ຟ້າ​ສະຫວັນ ແລະ ແຜ່ນດິນ​ໂລກ?

ພຣະອົງ​ຍົກ​ຄົນ​ທຸກຍາກ​ຂຶ້ນ​ຈາກ​ຂີ້ຝຸ່ນ​ດິນ

ແລະ ຍົກ​ຄົນ​ຂັດສົນ​ຂຶ້ນ​ຈາກ​ກອງ​ຂີ້ເຖົ່າ;

ພຣະອົງ​ໃຫ້​ພວກເຂົາ​ນັ່ງ​ຮ່ວມ​ກັບ​ເຈົ້ານາຍ​ທັງຫລາຍ,

ກັບ​ເຈົ້ານາຍ​ແຫ່ງ​ຊົນຊາດ​ຂອງ​ລາວ.

ພຣະອົງ​ໄດ້​ໃຫ້​ເຮືອນ​ແກ່​ແມ່ຍິງ​ທີ່​ເປັນ​ໝັນ

ເພື່ອ​ນາງ​ຈະ​ເປັນ​ມານດາ​ຜູ້​ມີ​ຄວາມສຸກ​ຂອງ​ລູກ​ທັງຫລາຍ.

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ຮາເລລູຢາ ເຊັ່ນ​ດຽວ​ກັບ​ຂໍ້ 9

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.