Biblica® Open Lao Contemporary Version
ເພງສັນລະເສີນ 114
ເມື່ອອິດສະຣາເອນໄດ້ອອກຈາກເອຢິບ,
ເຊື້ອສາຍຂອງຢາໂຄບກໍອອກມາຈາກຄົນທີ່ເວົ້າພາສາຕ່າງຊາດ,
ຢູດາໄດ້ກາຍເປັນບ່ອນນະມັດສະການຂອງພຣະເຈົ້າ,
ອິດສະຣາເອນກໍເປັນອານາຈັກຂອງພຣະອົງ.
ທະເລເບິ່ງແລ້ວ ແລະ ຖອຍໜີ,
ແມ່ນ້ຳຈໍແດນກໍໄດ້ຫັນກັບໄປ;
ພູເຂົາທັງຫລາຍກະໂດດເຕັ້ນເໝືອນກັບແກະຜູ້,
ໂນນພູກໍກະໂດດເຕັ້ນເໝືອນກັບລູກແກະ.
ທະເລ, ດ້ວຍເຫດໃດເຈົ້າຈຶ່ງຖອຍໜີ?
ແມ່ນ້ຳຈໍແດນ, ດ້ວຍເຫດໃດເຈົ້າຈຶ່ງຫັນກັບໄປ?
ພູເຂົາ, ດ້ວຍເຫດໃດເຈົ້າຈຶ່ງກະໂດດເຕັ້ນເໝືອນກັບແກະຜູ້?
ໂນນພູ, ດ້ວຍເຫດໃດເຈົ້າຈຶ່ງກະໂດດເຕັ້ນເໝືອນກັບລູກແກະ?
ແຜ່ນດິນໂລກ, ຈົ່ງສັ່ນສະທ້ານຕໍ່ໜ້າອົງພຣະຜູ້ເປັນເຈົ້າ,
ຕໍ່ໜ້າພຣະເຈົ້າຂອງຢາໂຄບ,
ຜູ້ໄດ້ເຮັດໃຫ້ຫີນກາຍເປັນສະນ້ຳ,
ສີລາແຂງກາຍເປັນນ້ຳພຸ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.