Biblica® Open Lao Contemporary Version
ເພງສັນລະເສີນ 115
(ພສສ 135:15-20)
ຂ້າແດ່ພຣະເຈົ້າຢາເວ ກຽດຕິຍົດບໍ່ໄດ້ມີແກ່ພວກຂ້ານ້ອຍ, ບໍ່ໄດ້ມີແກ່ພວກຂ້ານ້ອຍ
ແຕ່ມີແດ່ນາມຂອງພຣະອົງ,
ເພາະຄວາມຮັກໝັ້ນຄົງ ແລະ ຄວາມສັດຊື່ຂອງພຣະອົງ.
ດ້ວຍເຫດໃດປະຊາຊາດທັງຫລາຍຈຶ່ງເວົ້າວ່າ:
“ພຣະເຈົ້າຂອງພວກເຂົາຢູ່ໃສ?”
ພຣະເຈົ້າຂອງພວກເຮົາຢູ່ໃນສະຫວັນ
ພຣະອົງໄດ້ເຮັດທຸກສິ່ງຕາມທີ່ພຣະອົງພໍໃຈ.
ແຕ່ຮູບເຄົາລົບຂອງພວກເຂົາແມ່ນເຮັດດ້ວຍເງິນ ແລະ ຄຳ,
ເຮັດດ້ວຍມືມະນຸດ.
ຮູບເຄົາລົບເຫລົ່ານັ້ນມີປາກແຕ່ເວົ້າບໍ່ໄດ້
ມີຕາແຕ່ເບິ່ງບໍ່ເຫັນ.
ຮູບເຄົາລົບເຫລົ່ານັ້ນມີຫູແຕ່ບໍ່ໄດ້ຍິນ,
ມີດັງແຕ່ບໍ່ໄດ້ກິ່ນ.
ຮູບເຄົາລົບເຫລົ່ານັ້ນມີມືແຕ່ສຳພັດບໍ່ໄດ້,
ມີຕີນແຕ່ເດີນບໍ່ໄດ້,
ຮູບເຄົາລົບເຫລົ່ານັ້ນບໍ່ມີແມ່ນແຕ່ສຽງທີ່ອອກມາຈາກຄໍຂອງຕົນ.
ບັນດາຜູ້ທີ່ສ້າງຮູບເຄົາລົບເຫລົ່ານັ້ນກໍຈະເປັນເໝືອນຮູບເຄົາລົບເຫລົ່ານັ້ນ,
ແລະ ຜູ້ທີ່ໄວ້ວາງໃຈໃນຮູບເຄົາລົບເຫລົ່ານັ້ນກໍຈະເປັນເໝືອນກັນ.
ເຊື້ອສາຍອິດສະຣາເອນທຸກຄົນ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວ
ພຣະອົງເປັນຄວາມຊ່ວຍເຫລືອ ແລະ ເປັນໂລ່ກຳບັງຂອງພວກເຂົາ.
ເຊື້ອສາຍຂອງອາໂຣນ, ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວ
ພຣະອົງເປັນຄວາມຊ່ວຍເຫລືອ ແລະ ເປັນໂລ່ກຳບັງຂອງພວກເຂົາ.
ພວກເຈົ້າທັງຫລາຍຜູ້ຢຳເກງພຣະອົງ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວ
ພຣະອົງເປັນຄວາມຊ່ວຍເຫລືອ ແລະ ເປັນໂລ່ກຳບັງຂອງພວກເຂົາ.
ພຣະເຈົ້າຢາເວລະນຶກເຖິງພວກເຮົາ ແລະ ຈະອວຍພອນພວກເຮົາ
ພຣະອົງຈະອວຍພອນເຊື້ອສາຍຂອງອິດສະຣາເອນ,
ພຣະອົງຈະອວຍພອນເຊື້ອສາຍຂອງອາໂຣນ,
ພຣະເຈົ້າຢາເວຈະອວຍພອນບັນດາຜູ້ທີ່ຢຳເກງພຣະອົງ
ບໍ່ວ່າຜູ້ນ້ອຍ ຫລື ຜູ້ໃຫຍ່.
ຂໍພຣະເຈົ້າຢາເວໂຜດໃຫ້ພວກເຈົ້າເພີ່ມທະວີຂຶ້ນ
ທັງພວກເຈົ້າ ແລະ ລູກຫລານຂອງພວກເຈົ້າ.
ຂໍໃຫ້ພວກເຈົ້າໄດ້ຮັບພອນຈາກພຣະເຈົ້າຢາເວ
ຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ.
ຟ້າສະຫວັນສູງສຸດເປັນຂອງພຣະເຈົ້າຢາເວ
ແຕ່ແຜ່ນດິນໂລກພຣະອົງໄດ້ໃຫ້ແກ່ມະນຸດ.
ຄົນຕາຍແລ້ວບໍ່ອາດສັນລະເສີນພຣະເຈົ້າຢາເວ
ຄືບັນດາຄົນທີ່ລົງໄປສູ່ຄວາມງຽບສະຫງັດ.
ແຕ່ເປັນພວກເຮົາທີ່ຍົກຍ້ອງພຣະເຈົ້າຢາເວ
ທັງບັດນີ້ ແລະ ຕະຫລອດໄປເປັນນິດ.
ຈົ່ງສັນລະເສີນພຣະເຈົ້າຢາເວ.1
Source notes (1)
- Footnote ພາສາເຮັບເຣີວ່າ ຮາເລລູຢາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.