Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 116

ຂ້ານ້ອຍ​ຮັກ​ພຣະເຈົ້າ​ຢາເວ ເພາະ​ພຣະອົງ​ໄດ້​ຍິນ​ສຽງ​ຂອງ​ຂ້ານ້ອຍ

ພຣະອົງ​ໄດ້​ຍິນ​ຄຳ​ຮ້ອງ​ຂໍ​ຄວາມ​ເມດຕາ​ຂອງ​ຂ້ານ້ອຍ.

ເພາະ​ພຣະອົງ​ໄດ້​ງ່ຽງ​ຫູ​ຟັງ​ຂ້ານ້ອຍ,

ຂ້ານ້ອຍ​ຈະ​ຮ້ອງ​ຫາ​ພຣະອົງ​ຕາບ​ໃດ​ທີ່​ຂ້ານ້ອຍ​ຍັງ​ມີ​ຊີວິດ​ຢູ່.

ເຊືອກ​ແຫ່ງ​ຄວາມ​ຕາຍ​ໄດ້​ຜູກ​ມັດ​ຂ້ານ້ອຍ​ໄວ້,

ຄວາມ​ທຸກທໍລະມານ​ແຫ່ງ​ຂຸມ​ຝັງ​ສົບ​ໄດ້​ມາ​ເຖິງ​ຂ້ານ້ອຍ;

ຄວາມ​ທຸກ ແລະ ຄວາມ​ໂສກເສົ້າ​ໄດ້​ເອົາ​ຊະນະ​ຂ້ານ້ອຍ.

ແລ້ວ​ຂ້ານ້ອຍ​ກໍ​ຮ້ອງ​ອອກ​ນາມ​ພຣະເຈົ້າ​ຢາເວ​ວ່າ:

“ຂ້າແດ່​ພຣະເຈົ້າ​ຢາເວ ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ດ້ວຍ!”

ພຣະເຈົ້າ​ຢາເວ​ມີ​ຄວາມ​ກະລຸນາ ແລະ ຊອບທຳ;

ພຣະເຈົ້າ​ຂອງ​ພວກເຮົາ​ເຕັມ​ດ້ວຍ​ຄວາມ​ເມດຕາ​ສົງສານ.

ພຣະເຈົ້າ​ຢາເວ​ປົກປ້ອງ​ຄຸ້ມຄອງ​ຄົນຊື່

ເມື່ອ​ຂ້ານ້ອຍ​ຕົກຕ່ຳ ພຣະອົງ​ກໍ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ.

ຈິດ​ວິນຍານ​ຂອງ​ຂ້ານ້ອຍ ຈົ່ງ​ກັບ​ໄປ​ພັກ​ສະຫງົບ​ຄືນ,

ເພາະ​ພຣະເຈົ້າ​ຢາເວ​ດີ​ຕໍ່​ເຈົ້າ​ສະເໝີ​ມາ.

ເພາະ​ພຣະອົງ​ໄດ້​ປົດປ່ອຍ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ,

ປົກປ້ອງ​ຕາ​ຂອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ນ້ຳ​ຕາ

ປົກປ້ອງ​ຕີນ​ຂອງ​ຂ້ານ້ອຍ​ບໍ່​ໃຫ້​ສະດຸດ​ລົ້ມ,

ເພື່ອ​ຂ້ານ້ອຍ​ຈະ​ເດີນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ

ໃນ​ດິນແດນ​ຂອງ​ຜູ້​ມີ​ຊີວິດ​ຢູ່.

ຂ້ານ້ອຍ​ໄດ້​ເຊື່ອ​ໃນ​ພຣະເຈົ້າ​ຢາເວ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ໄດ້​ເວົ້າວ່າ:

“ຂ້ານ້ອຍ​ທຸກທໍລະມານ​ຫລາຍ”;

ແມ່ນ​ວ່າ​ໃນ​ຍາມ​ທໍ້​ໃຈ ຂ້ານ້ອຍ​ໄດ້​ເວົ້າ​ວ່າ:

“ທຸກຄົນ​ເປັນ​ຄົນ​ຕົວະ”.

ຂ້ານ້ອຍ​ຈະ​ຕອບ​ແທນ​ພຣະເຈົ້າ​ຢາເວ​ຢ່າງໃດ

ໃຫ້​ສົມ​ກັບ​ຄວາມ​ດີ​ຂອງ​ພຣະອົງ​ທັງໝົດ​ທີ່​ມີ​ຕໍ່​ຂ້ານ້ອຍ?

ຂ້ານ້ອຍ​ຈະ​ຍົກ​ຈອກ​ແຫ່ງ​ຄວາມພົ້ນ​ຂຶ້ນ

ແລະ ຮ້ອງ​ອອກ​ນາມ​ຂອງ​ພຣະເຈົ້າ​ຢາເວ.

ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ໄດ້​ປະຕິຍານ​ໄວ້​ຕໍ່​ພຣະເຈົ້າ​ຢາເວ

ຕໍ່ໜ້າ​ປະຊາຊົນ​ຂອງ​ພຣະອົງ​ທຸກຄົນ.

ຄວາມ​ຕາຍ​ຂອງ​ບັນດາ​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງ​ພຣະອົງ​ນັ້ນ

ມີ​ຄ່າ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ.

ຂ້າແດ່​ພຣະເຈົ້າ​ຢາເວ ແທ້​ຈິງ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ;

ຂ້ານ້ອຍ​ຮັບໃຊ້​ຂອງ​ພຣະອົງ ເໝືອນດັ່ງ​ທີ່​ແມ່​ຂອງ​ຂ້ານ້ອຍ​ໄດ້​ເຮັດ​ພຣະອົງ;

ພຣະອົງ​ໄດ້​ປົດປ່ອຍ​ຂ້ານ້ອຍ​ອອກ​ຈາກ​ໂສ້​ທັງຫລາຍ.

ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງບູຊາ​ຂອບພຣະຄຸນ​ແກ່​ພຣະອົງ

ແລະ ຮ້ອງ​ອອກ​ນາມ​ຂອງ​ພຣະເຈົ້າ​ຢາເວ.

ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ໄດ້​ປະຕິຍານ​ໄວ້​ຕໍ່​ພຣະເຈົ້າ​ຢາເວ

ຕໍ່ໜ້າ​ປະຊາຊົນ​ຂອງ​ພຣະອົງ​ທຸກຄົນ.

ໃນ​ລານ​ແຫ່ງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ

ໃນ​ທ່າມກາງ​ເຈົ້າ, ເຢຣູຊາເລັມ.

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.1

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ຮາເລລູຢາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.