Biblica® Open Lao Contemporary Version
ເພງສັນລະເສີນ 55
(ເຖິງຫົວໜ້ານັກຮ້ອງ ໃຊ້ເຄື່ອງດົນຕີປະເພດສາຍ ມັດຄິນຂອງດາວິດ)
ຂ້າແດ່ພຣະເຈົ້າ ໂຜດຟັງຄຳອະທິຖານຂອງຂ້ານ້ອຍ
ຂໍຢ່າໄດ້ເສີຍຊາຕໍ່ຄຳອ້ອນວອນຂອງຂ້ານ້ອຍ;
ຂໍໂຜດຮັບຟັງ ແລະ ຕອບຂ້ານ້ອຍດ້ວຍ.
ຄວາມຄິດຂອງຂ້ານ້ອຍລົບກວນຈິດໃຈຂອງຂ້ານ້ອຍຢູ່ ແລະ ຂ້ານ້ອຍກໍວິຕົກກັງວົນ
ເພາະສິ່ງທີ່ສັດຕູຂອງຂ້ານ້ອຍເວົ້ານັ້ນ,
ເພາະຄຳຂູ່ຂອງຄົນຊົ່ວຮ້າຍ;
ເພາະພວກເຂົານຳຄວາມທຸກທໍລະມານມາສູ່ຂ້ານ້ອຍ
ແລະ ໂຈມຕີຂ້ານ້ອຍດ້ວຍຄວາມໃຈຮ້າຍຂອງພວກເຂົາ.
ຈິດໃຈຂ້ານ້ອຍກໍເຈັບປວດຢູ່ພາຍໃນຂ້ານ້ອຍ
ຄວາມຢ້ານຕາຍໄດ້ຕົກໃສ່ຂ້ານ້ອຍ.
ຄວາມຢ້ານ ແລະ ຄວາມສັ່ນເຊັນກໍຄອບງຳຂ້ານ້ອຍ
ຄວາມຢ້ານກົວກໍຄວບຄຸມຂ້ານ້ອຍ.
ຂ້ານ້ອຍໄດ້ເວົ້າວ່າ: “ໂອ, ຂ້ານ້ອຍຢາກມີປີກເໝືອນດັ່ງນົກເຂົາ!
ຂ້ານ້ອຍຈະໄດ້ບິນຈາກໄປ ແລະ ພັກສະຫງົບ.
ຂ້ານ້ອຍຈະໜີໄປໃຫ້ໄກ
ແລະ ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ;
ຂ້ານ້ອຍຈະຟ້າວໄປຍັງທີ່ກຳບັງຂອງຂ້ານ້ອຍ
ໃຫ້ໄກຈາກມໍລະສຸມ ແລະ ພະຍຸຮ້າຍນີ້”.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍເຮັດໃຫ້ຄົນຊົ່ວສັບສົນວຸ້ນວາຍ ເຮັດໃຫ້ພາສາຂອງພວກເຂົາຫຍຸ້ງໄປ,
ເພາະຂ້ານ້ອຍເຫັນຄວາມຮຸນແຮງ ແລະ ການປະທະຢູ່ໃນເມືອງ.
ພວກເຂົາຍ່າງໄປມາຢູ່ເທິງກຳແພງທັງກາງເວັນ ແລະ ກາງຄືນ
ຄວາມອາຄາດ ແລະ ການທາລຸນຢູ່ໃນເມືອງ.
ບັນດາບ່ອນທຳລາຍທັງຫລາຍກໍທຳງານຢູ່ໃນເມືອງ;
ການຂົ່ມຂູ່ ແລະ ຫລອກລວງກໍມີບໍ່ຂາດຢູ່ຕາມຖະໜົນຫົນທາງ.
ຖ້າເປັນສັດຕູທີ່ມາດູຖູກຂ້ານ້ອຍ
ຂ້ານ້ອຍສາມາດທົນໄດ້,
ຖ້າເປັນສັດຕູທີ່ລຸກຂຶ້ນຕໍ່ຕ້ານຂ້ານ້ອຍ
ຂ້ານ້ອຍກໍຈະໄປລີ້ຢູ່.
ແຕ່ນີ້ເປັນທ່ານເອງ ເຊິ່ງເປັນຄົນເໝືອນຢ່າງຂ້ານ້ອຍ,
ເພື່ອນຮ່ວມທາງຂອງຂ້ານ້ອຍ, ໝູ່ສະໜິດຂອງຂ້ານ້ອຍ,
ຜູ້ທີ່ຄັ້ງໜຶ່ງຂ້ານ້ອຍເຄີຍສົນທະນານຳກັນຢ່າງມ່ວນຊື່ນ
ຢູ່ທີ່ວິຫານຂອງພຣະເຈົ້າ,
ຂະນະທີ່ພວກເຮົາຍ່າງໄປ
ທ່າມກາງຜູ້ນະມັດສະການທັງຫລາຍ.
ຂໍໃຫ້ຄວາມຕາຍມາເຖິງສັດຕູທັງຫລາຍຂອງຂ້ານ້ອຍໂດຍທີ່ພວກເຂົາບໍ່ທັນຕັ້ງໂຕ,
ຂໍໃຫ້ພວກເຂົາລົງໄປຍັງແດນມໍລະນາທັງເປັນ,
ເພາະຄວາມຊົ່ວຢູ່ໃນທ່າມກາງພວກເຂົາ.
ສ່ວນຂ້ານ້ອຍ ຂ້ານ້ອຍຮ້ອງຫາພຣະເຈົ້າ,
ແລະ ພຣະເຈົ້າຢາເວໄດ້ຊ່ວຍຂ້ານ້ອຍ.
ຕອນແລງ, ຕອນເຊົ້າ ແລະ ຕອນທ່ຽງ
ຂ້ານ້ອຍຮ້ອງຫາດ້ວຍຄວາມທຸກໃຈ
ແລະ ພຣະອົງໄດ້ຍິນສຽງຂອງຂ້ານ້ອຍ.
ພຣະອົງຊ່ວຍຂ້ານ້ອຍໃຫ້ພົ້ນຈາກອັນຕະລາຍ
ຈາກສົງຄາມທີ່ທຳຮ້າຍຂ້ານ້ອຍ,
ເຖິງວ່າຂ້າເສິກຈຳນວນຫລວງຫລາຍຕໍ່ສູ້ກັບຂ້ານ້ອຍກໍຕາມ.
ພຣະເຈົ້າຜູ້ຢູ່ເທິງບັນລັງຕັ້ງແຕ່ດົນນານ,
ຜູ້ບໍ່ປ່ຽນແປງ
ພຣະອົງຈະຟັງພວກເຂົາ ແລະ ເຮັດໃຫ້ພວກເຂົາຖ່ອມໃຈ,
ເພາະວ່າພວກເຂົາບໍ່ຢຳເກງພຣະເຈົ້າ.
ເພື່ອນຮ່ວມທາງຂອງຂ້ານ້ອຍໂຈມຕີໝູ່ຂອງຕົນ
ລາວໄດ້ລະເມີດຄຳໝັ້ນສັນຍາຂອງຕົນ.
ຖ້ອຍຄຳຂອງລາວແມ່ນນຸ້ມນວນຄືກັບເນີຍ,
ແຕ່ສົງຄາມນັ້ນຢູ່ໃນໃຈຂອງລາວ;
ຖ້ອຍຄຳຂອງລາວກໍຫລ່ຽນໄຫລກວ່ານ້ຳມັນ,
ແຕ່ຖ້ອຍຄຳເຫລົ່ານັ້ນເປັນເໝືອນດາບທີ່ຊັກອອກຈາກຝັກ.
ຈົ່ງມອບພາລະຂອງເຈົ້າໄວ້ກັບພຣະເຈົ້າຢາເວ
ແລະ ພຣະອົງຈະຄ້ຳຊູເຈົ້າໄວ້;
ພຣະອົງຈະບໍ່ປ່ອຍ
ໃຫ້ຄົນຊອບທຳລົ້ມລົງ.
ຂ້າແດ່ພຣະເຈົ້າ ແຕ່ພຣະອົງຈະສົ່ງຄົນຊົ່ວ
ລົງໄປໃນແດນພິນາດຈິບຫາຍ;
ຄົນທີ່ກະຫາຍເລືອດ ແລະ ຄົນຫລອກລວງ
ຈະບໍ່ມີຊີວິດຍືນຍາວຈົນເຖິງເຄິ່ງອາຍຸຂອງພວກເຂົາ.
ແຕ່ສຳລັບຂ້ານ້ອຍ ຂ້ານ້ອຍໄວ້ວາງໃຈໃນພຣະອົງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.