Biblica® Open Lao Contemporary Version
ເພງສັນລະເສີນ 54
(ເຖິງຫົວໜ້ານັກຮ້ອງ ໃຊ້ດົນຕີປະເພດສາຍ ມັດຄິນຂອງດາວິດ ເມື່ອຊາວເມືອງຊິບໄປຕອບໂຊນວ່າ “ດາວິດລີ້ຢູ່ທ່າມກາງເຮົາບໍ່ແມ່ນບໍ?”)
ຂ້າແດ່ພຣະເຈົ້າ ໂດຍນາມຂອງພຣະອົງ ຂໍໂຜດຊ່ວຍຂ້ານ້ອຍ;
ໂດຍກຳລັງຂອງພຣະອົງ ຂໍໂຜດພິສູດວ່າຂ້ານ້ອຍບໍ່ຜິດ.
ຂ້າແດ່ພຣະເຈົ້າ ໂຜດຟັງຄຳອະທິຖານຂອງຂ້ານ້ອຍ
ຂໍໂຜດຟັງຄຳຂໍຈາກປາກຂອງຂ້ານ້ອຍ.
ຄົນແປກໜ້າພາກັນໂຈມຕີຂ້ານ້ອຍ
ຄົນໃຈໂຫດພະຍາຍາມທີ່ຈະເອົາຊີວິດຂ້ານ້ອຍ
ເປັນຄົນທີ່ບໍ່ສົນໃຈໃນເລື່ອງພຣະເຈົ້າ.
ແນ່ນອນວ່າ ພຣະເຈົ້າເປັນຜູ້ຊ່ວຍເຫລືອຂ້ານ້ອຍ
ອົງພຣະຜູ້ເປັນເຈົ້າເປັນຜູ້ຄ້ຳຊູຂ້ານ້ອຍໄວ້.
ຂໍໃຫ້ຄວາມຊົ່ວນັ້ນໄດ້ກັບຄືນໄປທຳຮ້າຍຜູ້ທີ່ໃສ່ຮ້າຍຂ້ານ້ອຍ;
ທຳລາຍພວກເຂົາດ້ວຍຄວາມສັດຊື່ຂອງພຣະອົງ.
ຂ້ານ້ອຍຈະນຳເຄື່ອງບູຊາຕາມຄວາມສະໝັກໃຈມາຖວາຍແດ່ພຣະອົງ;
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະສັນລະເສີນນາມຂອງພຣະອົງ, ເພາະນັ້ນເປັນສິ່ງປະເສີດ.
ເພາະພຣະອົງໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຈາກຄວາມເດືອດຮ້ອນທັງໝົດ
ແລະ ຕາຂອງຂ້ານ້ອຍກໍໄດ້ເຫັນໄຊຊະນະເໜືອສັດຕູຂອງຂ້ານ້ອຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.