Biblica® Open Lao Contemporary Version
ເພງສັນລະເສີນ 53
(ພສສ 14:1-7)
(ເຖິງຫົວໜ້ານັກຮ້ອງ ຕາມທຳນອງມາຮາລາດ ມັດຄິນຂອງດາວິດ)
ຄົນໂງ່ຄິດຢູ່ໃນໃຈວ່າ:
“ບໍ່ມີພຣະເຈົ້າ”.
ພວກເຂົາຊົ່ວຊ້າ ແລະ ວິທີຂອງພວກເຂົາກໍຊົ່ວຮ້າຍ
ບໍ່ມີຈັກຄົນທີ່ເຮັດດີ.
ພຣະເຈົ້າຫລຽວລົງມາຈາກຟ້າສະຫວັນ
ເບິ່ງມວນມະນຸດ
ເພື່ອເບິ່ງວ່າມີຜູ້ໃດທີ່ເຂົ້າໃຈ,
ມີຜູ້ໃດທີ່ສະແຫວງຫາພຣະເຈົ້າ.
ທຸກຄົນຫັນໜີໄປ, ທຸກຄົນກາຍເປັນຄົນເສື່ອມຊາມ;
ບໍ່ມີຈັກຄົນທີ່ເຮັດຄວາມດີ,
ບໍ່ມີແມ່ນແຕ່ຄົນດຽວ.
ຄົນຊົ່ວທັງໝົດເຫລົ່ານີ້ບໍ່ຮູ້ສິ່ງໃດເລີຍບໍ?
ພວກເຂົາກືນກິນປະຊາຊົນຂອງເຮົາເໝືອນດັ່ງກັບກິນອາຫານ;
ພວກເຂົາບໍ່ເຄີຍຮ້ອງຫາພຣະເຈົ້າ.
ແຕ່ຢູ່ທີ່ນັ້ນພວກເຂົາເຕັມໄປດ້ວຍຄວາມຢ້ານກົວ,
ບ່ອນທີ່ບໍ່ມີສິ່ງໃດໜ້າຢ້ານກົວ
ພຣະເຈົ້າໄດ້ເຮັດໃຫ້ກະດູກຂອງບັນດາຜູ້ທີ່ໂຈມຕີເຈົ້າກະຈັດກະຈາຍໄປ;
ເຈົ້າຈະເຮັດໃຫ້ພວກເຂົາອັບອາຍ ເພາະພຣະເຈົ້າກຽດຊັງພວກເຂົາ.
ຂໍໃຫ້ການຊ່ວຍກອບກູ້ເພື່ອອິດສະຣາເອນມາຈາກຊີໂອນດ້ວຍ!
ເມື່ອພຣະເຈົ້າເຮັດໃຫ້ປະຊາຊົນຂອງພຣະອົງກັບສູ່ສະພາບດີເໝືອນເດີມ,
ໃຫ້ຢາໂຄບຊື່ນຊົມຍິນດີ ແລະ ໃຫ້ອິດສະຣາເອນຍິນດີດ້ວຍ!
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.