Biblica® Open Lao Contemporary Version
ເພງສັນລະເສີນ 52
(ເຖິງຫົວໜ້ານັກຮ້ອງ ມັດຄິນຂອງດາວິດ ເມື່ອໂດເອກທີ່ເປັນຊາວເອໂດມມາຕອບໂຊນວ່າ “ດາວິດມາທີ່ບ້ານຂອງອາຮີເມເຫລັກ”)
ເຈົ້າຜູ້ເປັນຄົນເກັ່ງກ້າ ເປັນຫຍັງເຈົ້າຈຶ່ງອວດອ້າງການຊົ່ວ?
ເປັນຫຍັງເຈົ້າຍັງຄົງອວດອ້າງຢູ່ທຸກວັນ?
ເຈົ້າຜູ້ເປັນຄົນໜ້າອັບອາຍໃນສາຍຕາຂອງພຣະເຈົ້າ.
ເຈົ້າຜູ້ວາງແຜນຫລອກລວງ,
ລີ້ນຂອງເຈົ້າວາງແຜນການທຳລາຍ;
ລີ້ນຂອງເຈົ້າຄົມເໝືອນດັ່ງມີດແຖ.
ເຈົ້າຮັກຄວາມຊົ່ວຫລາຍກວ່າຄວາມດີ
ແລະ ຮັກຄວາມຕົວະ ຫລາຍກວ່າການເວົ້າຄວາມຈິງ.
ເຈົ້າຮັກຄຳເວົ້າໃຫ້ຮ້າຍທຸກຄຳ,
ເຈົ້າຜູ້ເປັນຄົນຫລອກລວງ!
ແນ່ນອນວ່າ ພຣະເຈົ້າຈະນຳເຈົ້າໄປສູ່ຄວາມພິນາດຈິບຫາຍນິລັນດອນ,
ພຣະອົງຈະດຶງເຈົ້າອອກຈາກເຕັນຂອງເຈົ້າ;
ພຣະອົງຈະຖອນຮາກເຈົ້າອອກຈາກດິນແດນຂອງຜູ້ມີຊີວິດ.
ຄົນຊອບທຳຈະເຫັນ ແລະ ຢ້ານກົວ;
ພວກເຂົາຈະຫົວຂັວນ ແລະ ເວົ້າວ່າ:
“ນີ້ແຫລະ ມະນຸດ
ທີ່ບໍ່ໄດ້ຢຶດພຣະເຈົ້າເປັນທີ່ໝັ້ນ
ແຕ່ໄດ້ໄວ້ວາງໃຈໃນຊັບສົມບັດອັນຫລວງຫລາຍຂອງຕົນ.
ແລະ ເຂັ້ມແຂງຂຶ້ນໂດຍການທຳລາຍຜູ້ອື່ນ!”
ແຕ່ສ່ວນຂ້ານ້ອຍເປັນເໝືອນຕົ້ນໝາກກອກ
ງອກງາມໃນວິຫານຂອງພຣະເຈົ້າ;
ຂ້ານ້ອຍໄວ້ວາງໃຈໃນຄວາມຮັກໝັ້ນຄົງຂອງພຣະເຈົ້າ
ຕະຫລອດໄປ.
ຂ້ານ້ອຍຈະສັນລະເສີນພຣະອົງຕະຫລອດໄປ ສຳລັບສິ່ງທີ່ພຣະອົງໄດ້ເຮັດ
ຂ້ານ້ອຍຈະສັນລະເສີນພຣະອົງຕໍ່ໜ້າບັນດາປະຊາຊົນຂອງພຣະອົງ.
ແລະ ຂ້ານ້ອຍຈະມອບຄວາມຫວັງໄວ້ກັບນາມຂອງພຣະອົງ
ເພາະນາມຂອງພຣະອົງນັ້ນປະເສີດ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.