Biblica® Open Lao Contemporary Version
ເພງສັນລະເສີນ 51
ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດ ເມື່ອຜູ້ທຳນວາຍນາທານເຂົ້າມາພົບເພິ່ນ ຫລັງຈາກທີ່ດາວິດໄດ້ຫລິ້ນຊູ້ກັບນາງບັດເຊບາ.
ຂ້າແດ່ພຣະເຈົ້າ, ຂໍໂຜດເມດຕາຂ້ານ້ອຍ,
ອີງຕາມຄວາມຮັກໝັ້ນຄົງຂອງພຣະອົງ;
ອີງຕາມຄວາມກະລຸນາອັນຍິ່ງໃຫຍ່ຂອງພຣະອົງ
ຂໍໂຜດລຶບລ້າງການລ່ວງລະເມີດຂອງຂ້ານ້ອຍດ້ວຍ.
ຂໍໂຜດລ້າງຄວາມຊົ່ວຊ້າທັງໝົດຂອງຂ້ານ້ອຍ
ແລະ ຊຳລະຂ້ານ້ອຍຈາກຄວາມບາບຂອງຂ້ານ້ອຍ.
ເພາະຂ້ານ້ອຍຮູ້ເຖິງການລ່ວງລະເມີດຂອງຕົນແລ້ວ,
ແລະ ຄວາມບາບຂອງຂ້ານ້ອຍກໍຢູ່ຕໍ່ໜ້າຂ້ານ້ອຍສະເໝີ.
ຂ້ານ້ອຍໄດ້ເຮັດບາບຕໍ່ພຣະອົງ, ຕໍ່ພຣະອົງຜູ້ດຽວ
ແລະ ໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະອົງ;
ດັ່ງນັ້ນ ພຣະອົງຈຶ່ງເປັນຝ່າຍຖືກເມື່ອພຣະອົງຕັດສິນ
ແລະ ຊອບທຳເມື່ອພຣະອົງພິພາກສາ.
ແນ່ນອນວ່າຂ້ານ້ອຍກໍບາບມາຕັ້ງແຕ່ເກີດ,
ບາບຕັ້ງແຕ່ວິນາທີທີ່ແມ່ຂອງຂ້ານ້ອຍໄດ້ຖືພາຂ້ານ້ອຍ.
ແຕ່ພຣະອົງກໍຍັງປາຖະໜາຄວາມສັດຊື່ຕັ້ງແຕ່ຢູ່ໃນທ້ອງ;
ພຣະອົງໄດ້ສອນຂ້ານ້ອຍເຖິງປັນຍາໃນບ່ອນເລິກທີ່ສຸດ.
ຂໍໂຜດຊຳລະຂ້ານ້ອຍດ້ວຍໃບຫູສົບ ແລະ ຂ້ານ້ອຍກໍຈະສະອາດ;
ຂໍໂຜດລ້າງຂ້ານ້ອຍ ແລະ ຂ້ານ້ອຍກໍຈະຂາວຍິ່ງກວ່າຫິມະ.
ຂໍໃຫ້ຂ້ານ້ອຍໄດ້ຍິນສຽງແຫ່ງຄວາມຊື່ນຊົມຍິນດີ ແລະ ຄວາມຍິນດີ;
ຂໍໃຫ້ກະດູກທີ່ພຣະອົງຫັກທຳລາຍແລ້ວນັ້ນຊື່ນຊົມຍິນດີ.
ຂໍໃຫ້ເຊື່ອງໜ້າຂອງພຣະອົງໄວ້ຈາກຄວາມບາບທັງຫລາຍຂອງຂ້ານ້ອຍ
ແລະ ຂໍໂຜດລຶບລ້າງຄວາມຜິດທັງໝົດຂອງຂ້ານ້ອຍ.
ຂ້າແດ່ພຣະເຈົ້າ ຂໍສ້າງຈິດໃຈທີ່ບໍລິສຸດໃນຂ້ານ້ອຍ,
ແລະ ຟື້ນຈິດວິນຍານອັນໝັ້ນຄົງຂຶ້ນໃໝ່ພາຍໃນຂ້ານ້ອຍ.
ຂໍຢ່າຂັບໄລ່ຂ້ານ້ອຍໄປຈາກສາຍຕາຂອງພຣະອົງ
ຫລື ເອົາພຣະວິນຍານບໍລິສຸດເຈົ້າຂອງພຣະອົງໄປຈາກຂ້ານ້ອຍ.
ຂໍໂຜດຄືນຄວາມຍິນດີໃນຄວາມພົ້ນຂອງພຣະອົງໃຫ້ແກ່ຂ້ານ້ອຍ
ແລະ ຂໍໂຜດໃຫ້ຈິດໃຈທີ່ເຊື່ອຟັງເພື່ອປະຄັບປະຄອງຂ້ານ້ອຍ.
ແລ້ວຂ້ານ້ອຍຈະສອນທາງຂອງພຣະອົງໃຫ້ຜູ້ລ່ວງລະເມີດຄົນອື່ນໆ,
ແລະ ຄົນບາບທັງຫລາຍຈະຫັນກັບມາຫາພຣະອົງ.
ຂ້າແດ່ພຣະເຈົ້າ, ຂໍໂຜດຊ່ວຍຂ້ານ້ອຍໃຫ້ພົ້ນຈາກຄວາມຜິດໃນຖານເຮັດໃຫ້ຄົນອື່ນເລືອດຕົກ,
ພຣະອົງຜູ້ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ,
ແລະ ລິ້ນຂອງຂ້ານ້ອຍຈະຮ້ອງສັນລະເສີນຄວາມຊອບທຳຂອງພຣະອົງ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂໍໂຜດເປີດຮີມສົບຂອງຂ້ານ້ອຍ,
ແລະ ປາກຂອງຂ້ານ້ອຍຈະປະກາດສັນລະເສີນພຣະອົງ.
ພຣະອົງບໍ່ໄດ້ປິຕິຍິນດີໃນເຄື່ອງບູຊາ, ບໍ່ດັ່ງນັ້ນຂ້ານ້ອຍຄົງຈະໄດ້ນຳມາຖວາຍ;
ພຣະອົງບໍ່ໄດ້ພໍໃຈໃນເຄື່ອງເຜົາບູຊາ.
ຂ້າແດ່ພຣະເຈົ້າ, ເຄື່ອງບູຊາຂອງຂ້ານ້ອຍຄືຈິດວິນຍານທີ່ແຕກສະຫລາຍ;
ຫົວໃຈທີ່ແຕກສະຫລາຍ ແລະ ຫົວໃຈທີ່ສຳນຶກຜິດນັ້ນ
ຂ້າແດ່ພຣະເຈົ້າ, ພຣະອົງຈະບໍ່ດູຖູກ.
ຂໍໂຜດເຮັດໃຫ້ຊີໂອນຈະເລີນຮຸ່ງເຮືອງຕາມທີ່ພຣະອົງພໍໃຈ,
ຂໍໂຜດສ້າງກຳແພງຂອງເຢຣູຊາເລັມຂຶ້ນ.
ແລ້ວພຣະອົງຈະປິຕິຍິນດີໃນເຄື່ອງບູຊາທີ່ຊອບທຳ,
ໃນເຄື່ອງເຜົາບູຊາອັນຄົບຖ້ວນ;
ແລ້ວກໍຈະມີການຖວາຍງົວເຖິກຢູ່ເທິງແທ່ນບູຊາຂອງພຣະອົງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.