Biblica® Open Lao Contemporary Version
ເພງສັນລະເສີນ 50
(ບົດເພງສັນລະເສີນຂອງອາສັບ)
ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າຢາເວ
ເອີ້ນເອົາຄົນທົ່ວທັງໂລກ
ຈາກບ່ອນທີ່ຕາເວັນຂຶ້ນຈົນເຖິງບ່ອນທີ່ຕາເວັນຕົກໃຫ້ມາຊຸມນຸມກັນ.
ພຣະເຈົ້າເປັ່ງລັດສະໝີ
ຈາກຊີໂອນທີ່ມີຄວາມງາມທີ່ສົມບູນ.
ພຣະເຈົ້າຂອງພວກເຮົາໄດ້ມາ
ແລະ ຈະບໍ່ມິດງຽບ.
ແປວໄຟລຸກຢູ່ຕໍ່ໜ້າພຣະອົງ,
ແລະ ມີພະຍຸໃຫຍ່ພັດຢູ່ອ້ອມພຣະອົງ.
ພຣະອົງໄດ້ເອີ້ນຟ້າສະຫວັນເບື້ອງເທິງ
ແລະ ແຜ່ນດິນໂລກ ເພື່ອພຣະອົງຈະພິພາກສາຄົນຂອງພຣະອົງ.
“ບັນດາຜູ້ທີ່ເຮົາໄດ້ຊຳລະໄວ້ແລ້ວ ຈົ່ງເຕົ້າໂຮມກັນມາຫາເຮົາ,
ຜູ້ທີ່ເຂົ້າຮ່ວມຄຳໝັ້ນສັນຍາກັບເຮົາທາງເຄື່ອງບູຊາ”.
ຟ້າສະຫວັນປະກາດຄວາມຊອບທຳຂອງພຣະອົງ
ເພາະພຣະເຈົ້າພຣະອົງເອງເປັນຜູ້ຕັດສິນ.
“ປະຊາຊົນຂອງເຮົາ ຈົ່ງຟັງ ແລະ ເຮົາຈະເວົ້າ;
ອິດສະຣາເອນ ເຮົາຈະແຈ້ງຂໍ້ຫາຂອງເຈົ້າຄື:
ເຮົາເປັນພຣະເຈົ້າ ພຣະເຈົ້າຂອງເຈົ້າ.
ເຮົາບໍ່ໄດ້ຕຳໜິເຈົ້າໃນເລື່ອງເຄື່ອງບູຊາ
ຫລື ເຄື່ອງເຜົາບູຊາທີ່ເຈົ້ານຳມາຖວາຍເຮົາຢ່າງສະໝ່ຳສະເໝີ.
ເຮົາບໍ່ໄດ້ຕ້ອງການງົວເຖິກຈາກຄອກງົວຂອງເຈົ້າ
ຫລື ແບ້ຈາກຄອກຂອງເຈົ້າ,
ເພາະສັດທຸກຊະນິດໃນປ່າລ້ວນແຕ່ເປັນຂອງເຮົາ,
ແລະ ຝູງງົວທີ່ຢູ່ເທິງໂນນພູພັນໜ່ວຍກໍເປັນຂອງເຮົາ.
ເຮົາຮູ້ຈັກນົກທຸກໂຕທີ່ຢູ່ເທິງພູເຂົາທັງຫລາຍ,
ແລະ ບັນດາສັດທີ່ຢູ່ໃນທົ່ງນາກໍເປັນຂອງເຮົາ.
ຖ້າເຮົາຫິວ ເຮົາກໍຈະບໍ່ບອກເຈົ້າ
ເພາະໂລກນີ້ ແລະ ທຸກສິ່ງທີ່ຢູ່ໃນໂລກເປັນຂອງເຮົາ.
ເຮົາກິນຊີ້ນງົວເຖິກ
ຫລື ດື່ມເລືອດແບ້ບໍ?
“ຈົ່ງຖວາຍເຄື່ອງບູຊາຂອບພຣະຄຸນແດ່ພຣະເຈົ້າ,
ເຮັດຕາມທີ່ພວກເຈົ້າໄດ້ປະຕິຍານຕໍ່ອົງຜູ້ສູງສຸດ,
ແລະ ຈົ່ງຮ້ອງຫາເຮົາໃນຍາມເດືອດຮ້ອນ;
ເຮົາຈະປົດປ່ອຍເຈົ້າ ແລະ ເຈົ້າຈະໃຫ້ກຽດເຮົາ”.
ສ່ວນຄົນຊົ່ວຮ້າຍ ພຣະເຈົ້າເວົ້າວ່າ:
“ເຈົ້າມີສິດຫຍັງຈຶ່ງທ່ອງຈຳກົດບັນຍັດຂອງເຮົາ
ຫລື ອ້າງຄຳໝັ້ນສັນຍາຂອງເຮົາ?
ໃນເມື່ອເຈົ້າກຽດຊັງຄຳສອນຂອງເຮົາ
ແລະ ໂຍນຖ້ອຍຄຳຂອງເຮົາຖິ້ມ.
ເຈົ້າເຫັນຄົນຂີ້ລັກ ເຈົ້າກໍສົມຮູ້ຮ່ວມຄິດກັບລາວ;
ເຈົ້າຄົບຫາກັບບັນດາຄົນທີ່ຫລິ້ນຊູ້.
ເຈົ້າໃຊ້ປາກຂອງຕົນເຮັດຊົ່ວ
ແລະ ໃຊ້ລີ້ນຂອງຕົນເພື່ອຫລອກລວງ.
ເຈົ້ານັ່ງ ແລະ ເປັນພະຍານໃສ່ຮ້າຍພີ່ນ້ອງຂອງຕົນ
ແລະ ນິນທາໃສ່ຮ້າຍພີ່ນ້ອງຮ່ວມທ້ອງດຽວກັນຂອງຕົນ.
ເມື່ອເຈົ້າໄດ້ເຮັດສິ່ງເຫລົ່ານີ້ ແລະ ເຮົາກໍຍັງມິດຢູ່,
ເຈົ້າກໍເລີຍຄິດວ່າເຮົາ1ກໍເປັນເໝືອນເຈົ້າ.
ແຕ່ເຮົາຈະຈັດການເຈົ້າ
ແລະ ກ່າວໂທດເຈົ້າຕໍ່ໜ້າເຈົ້າ.
“ເຈົ້າຜູ້ລືມພຣະເຈົ້າ ຈົ່ງພິຈາລະນາເລື່ອງນີ້
ບໍ່ດັ່ງນັ້ນເຮົາຈະຈີກເຈົ້າອອກເປັນຕ່ອນໆ ໂດຍບໍ່ມີຜູ້ໃດຊ່ວຍເຈົ້າໄດ້.
ບັນດາຜູ້ທີ່ຖວາຍເຄື່ອງບູຊາຂອບພຣະຄຸນ ກໍໃຫ້ກຽດເຮົາ
ແລະ ບັນດາຜູ້ທີ່ຕຽມທາງຂອງຕົນໄວ້ດີ ເຮົາກໍຈະສະແດງຄວາມພົ້ນຂອງພຣະເຈົ້າແກ່ພວກເຂົາ2”.
Source notes (2)
- Footnote ຫລື “ເຮົາຜູ້ເປັນ”
- Footnote ຫລື ແລະ ຕໍ່ຜູ້ທີ່ພິຈາລະນາທາງຂອງຕົນ ເຮົາຈະສະແດງຄວາມພົ້ນຂອງພຣະເຈົ້າແກ່ເຂົາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.