Biblica® Open Lao Contemporary Version
ເພງສັນລະເສີນ 49
(ເຖິງຫົວໜ້ານັກຮ້ອງ, ບົດເພງສັນລະເສີນຂອງລູກຊາຍຂອງໂກຣາ)
ປະຊາຊົນທຸກຄົນ ຈົ່ງຟັງທາງນີ້
ທຸກຄົນທີ່ອາໄສຢູ່ໃນໂລກນີ້ ຈົ່ງຟັງ,
ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ,
ຄົນຮັ່ງມີ ແລະ ຄົນຍາກຈົນ.
ປາກຂອງຂ້ານ້ອຍຈະກ່າວຖ້ອຍຄຳແຫ່ງສະຕິປັນຍາ
ຄວາມໃນໃຈຂອງຂ້ານ້ອຍນີ້ຈະໃຫ້ຄວາມເຂົ້າໃຈ.
ຂ້ານ້ອຍຈະອ່ຽງຫູຟັງສຸພາສິດ
ຂ້ານ້ອຍຈະໃຊ້ພິນດີດໄຂປິດສະໜາ
ເປັນຫຍັງຂ້ານ້ອຍຕ້ອງຢ້ານຍາມອັນຕະລາຍ
ເມື່ອຄົນຫລອກລວງທີ່ຊົ່ວຮ້າຍຫຸ້ມອ້ອມຂ້ານ້ອຍ?
ຄົນເຫລົ່ານັ້ນໄດ້ໄວ້ວາງໃຈໃນຊັບສົມບັດຂອງຕົນ
ແລະ ອວດອ້າງຄວາມຮັ່ງມີເຫລືອລົ້ນຂອງຕົນ.
ບໍ່ມີຈັກຄົນທີ່ສາມາດໄຖ່ຊີວິດໃຫ້ຜູ້ໃດໄດ້
ຫລື ຖວາຍຄ່າໄຖ່ຊີວິດຂອງພວກເຂົາໃຫ້ພຣະເຈົ້າ
ຄ່າໄຖ່ສຳລັບຊີວິດໜຶ່ງນັ້ນແພງຫລາຍ,
ຊົດໃຊ້ປານໃດກໍບໍ່ພໍ
ເພື່ອໃຫ້ພວກເຂົາມີຊີວິດຢູ່ຕະຫລອດໄປ
ແລະ ບໍ່ຕ້ອງພົບກັບຄວາມເປື່ອຍເນົ່າ.
ເພາະທຸກຄົນກໍສາມາດເຫັນໄດ້ວ່າຄົນມີປັນຍາກໍຕາຍ
ຄົນໂງ່ ແລະ ຄົນບໍ່ມີຄວາມຄິດກໍຈິບຫາຍຄືກັນ
ແລ້ວພວກເຂົາກໍປະຊັບສົມບັດຂອງຕົນໄວ້ໃຫ້ຄົນອື່ນ.
ຂຸມຝັງສົບຂອງພວກເຂົາຈະເປັນບ້ານຂອງພວກເຂົາ1ຕະຫລອດໄປ,
ເປັນທີ່ອາໄສຂອງພວກເຂົາຕະຫລອດທຸກຊົ່ວອາຍຸ,
ເຖິງແມ່ນວ່າພວກເຂົາໄດ້ຕັ້ງຊື່2ດິນແດນຕາມຊື່ຂອງຕົນເອງ.
ແຕ່ມະນຸດບໍ່ວ່າຈະຮັ່ງມີປານໃດ ກໍບໍ່ອາດມີຊີວິດຢູ່ໄດ້ຕະຫລອດໄປ;
ພວກເຂົາເປັນເໝືອນສັດເດຍລະສານທີ່ຕ້ອງຕາຍ.
ນີ້ຄືຊະຕາກຳຂອງບັນດາຄົນທີ່ວາງໃຈໃນຕົນເອງ
ແລະ ຂອງລູກສິດຜູ້ທີ່ເຫັນດີກັບຄຳສອນຂອງພວກເຂົາ.
ພວກເຂົາເປັນເໝືອນແກະ ແລະ ຖືກກຳນົດໄວ້ໃຫ້ຕາຍ;
ຄວາມຕາຍຈະເປັນຜູ້ລ້ຽງຂອງພວກເຂົາ
ແຕ່ຜູ້ທ່ຽງທຳຈະປົກຄອງເໜືອພວກເຂົາໃນຍາມເຊົ້າ.
ຮ່າງກາຍຂອງພວກເຂົາຈະເປື່ອຍເນົ່າຢູ່ໃນຂຸມຝັງສົບ
ຫ່າງໄກຈາກຜາສາດອັນໃຫຍ່ຂອງຕົນ.
ແຕ່ພຣະເຈົ້າຈະໄຖ່ຂ້ານ້ອຍໃຫ້ພົ້ນຈາກອຳນາດຂອງຄວາມຕາຍ;
ພຣະອົງຈະຮັບຂ້ານ້ອຍໄວ້ຢູ່ກັບພຣະອົງຢ່າງແນ່ນອນ.
ຢ່າຕົກໃຈເມື່ອຄົນອື່ນຮັ່ງມີຂຶ້ນ,
ເມື່ອເຮືອນຂອງພວກເຂົາງົດງາມຂຶ້ນ;
ເພາະເມື່ອພວກເຂົາຕາຍ ພວກເຂົາກໍເອົາສິ່ງໃດໄປນຳບໍ່ໄດ້,
ຄວາມງົດງາມຂອງພວກເຂົາກໍຈະບໍ່ຕາມພວກເຂົາລົງໄປ.
ເຖິງແມ່ນວ່າຂະນະທີ່ພວກເຂົາຍັງມີຊີວິດຢູ່ ພວກເຂົາໄດ້ເອີ້ນຕົວເອງວ່າຜູ້ມີຄວາມສຸກ
ແລະ ຄົນທັງຫລາຍໄດ້ຍ້ອງຍໍໃນຍາມທີ່ພວກເຂົາຈະເລີນຮຸ່ງເຮືອງ
ພວກເຂົາຈະໄປຢູ່ກັບບັນດາຄົນທີ່ລ່ວງລັບໄປກ່ອນພວກເຂົາ,
ຜູ້ທີ່ບໍ່ເຄີຍເຫັນແສງແຫ່ງຊີວິດອີກ.
ຄົນທັງຫລາຍທີ່ມີຊັບສົມບັດແຕ່ປາດສະຈາກຄວາມເຂົ້າໃຈ
ກໍເປັນເໝືອນສັດເດຍລະສານທີ່ຕ້ອງຕາຍ.
Source notes (2)
- Footnote ພາສາເຮັບເຣີວ່າ ໃນຄວາມຄິດຂອງພວກເຂົາ ເຮືອນຂອງພວກເຂົາຈະຍັງຢູ່
- Footnote ຫລື ເພາະພວກເຂົາໄດ້ຕັ້ງຊື່
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.