Biblica® Open Lao Contemporary Version
ເພງສັນລະເສີນ 48
(ເພງບົດໜຶ່ງ ບົດເພງສັນລະເສີນຂອງລູກຊາຍຂອງໂກຣາ)
ພຣະເຈົ້າຢາເວນັ້ນຍິ່ງໃຫຍ່ ແລະ ຄວນແກ່ການສັນລະເສີນທີ່ສຸດ,
ໃນນະຄອນແຫ່ງພຣະເຈົ້າຂອງພວກເຮົາ, ພູເຂົາອັນສັກສິດຂອງພຣະອົງ.
ຊີໂອນນັ້ນສູງເດັ່ນງາມຕາຫລາຍ
ເປັນຄວາມປິຕິຍິນດີຂອງຄົນທົ່ວໂລກ,
ດັ່ງຍອດສູງສຸດຂອງຊາໂຟນ,1
ເປັນນະຄອນ2ແຫ່ງກະສັດຜູ້ຍິ່ງໃຫຍ່.
ພຣະເຈົ້າຢູ່ໃນປ້ອມຂອງນະຄອນນັ້ນ
ພຣະອົງໄດ້ສະແດງພຣະອົງເອງເປັນປ້ອມປ້ອງກັນຂອງນະຄອນ.
ເມື່ອບັນດາກະສັດລວມກຳລັງກັນ
ເມື່ອພວກເຂົາມຸ່ງໜ້າໄປດ້ວຍກັນ,
ພວກເຂົາໄດ້ເຫັນນະຄອນນັ້ນ ແລະ ອັດສະຈັນໃຈ;
ພວກເຂົາພາກັນໜີໄປດ້ວຍຄວາມຢ້ານ.
ພວກເຂົາຕົວສັ່ນ,
ເຈັບປວດເໝືອນດັ່ງແມ່ຍິງທີ່ກຳລັງເກີດລູກ.
ພຣະອົງໄດ້ທຳລາຍພວກເຂົາໃຫ້ເປັນເໝືອນເຮືອແຫ່ງຕາກຊິດ
ເຊິ່ງແຕກເປັນປ່ຽງໆດ້ວຍລົມທີ່ພັດມາແຕ່ທິດຕາເວັນອອກ.
ພວກເຮົາໄດ້ຍິນມາຢ່າງໃດ
ພວກເຮົາກໍໄດ້ເຫັນຢ່າງນັ້ນ
ໃນນະຄອນຂອງພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່,
ໃນນະຄອນຂອງພຣະເຈົ້າຂອງພວກເຮົາ
ພຣະເຈົ້າເຮັດໃຫ້ນະຄອນນັ້ນປອດໄພ
ຕະຫລອດໄປ.
ຂ້າແດ່ພຣະເຈົ້າ ພາຍໃນວິຫານຂອງພຣະອົງ
ພວກຂ້ານ້ອຍສຳນຶກເຖິງຄວາມຮັກໝັ້ນຄົງຂອງພຣະອົງ.
ຂ້າແດ່ພຣະເຈົ້າ ເຊັ່ນດຽວກັບນາມຂອງພຣະອົງ
ຄຳສັນລະເສີນຂອງພຣະອົງກໍໄປເຖິງສຸດປາຍແຜ່ນດິນໂລກ.
ມືຂວາຂອງພຣະອົງເຕັມດ້ວຍຄວາມຊອບທຳ.
ພູເຂົາຊີໂອນຊື່ນຊົມຍິນດີ
ຊາວຢູດາປີຕິຍິນດີ
ເພາະການພິພາກສາຂອງພຣະອົງ.
ຈົ່ງຍ່າງອ້ອມຊີໂອນ ໄປໃຫ້ທົ່ວ,
ນັບຈຳນວນຫໍຄອຍໃນເມືອງນັ້ນ
ສັງເກດເບິ່ງເທີນ
ທ່ຽວເບິ່ງປ້ອມປ້ອງກັນ
ເພື່ອທ່ານຈະໄດ້ເລົ່າໃຫ້
ຄົນລຸ້ນຕໍ່ໄປຟັງ
ເພາະວ່າພຣະເຈົ້າອົງນີ້ເປັນພຣະເຈົ້າຂອງພວກເຮົາຕະຫລອດການ.
ພຣະອົງຈະເປັນຜູ້ນຳທາງຂອງພວກເຮົາຈົນເຖິງທີ່ສຸດ.
Source notes (2)
- Footnote ອາດໝາຍເຖິງ ພູເຂົາສັກສິດ ຫລື ທາງດ້ານທິດເໜືອ
- Footnote ຫລື ຄົນທົ່ວໂລກ ພູເຂົາຊີໂອນທາງດ້ານເໜືອຂອງນະຄອນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.